ພົບສົບຜູ້ເສຍຊີວິດປະມານ 100 ສົບ ລອຍຢູ່ຕາມແມ່ນ້ຳຄົງຄາ


ໃນວັນຈັນທີ່ຜ່ານມານີ້ ໄດ້ພົບເຫັນສົບຄົນຕາຍ 40 ສົບ ເປັນຢ່າງຕໍ່າ ຟູຕາມແມ່ນ້ຳຄົງຄາ ໃນພາກເໜືອຂອງອິນເດຍ ໂດຍພົບເຫັນຢູ່ຊາຍແດນຂອງລັດ ບີຮາ ແລະ ອຸດຕາ ປຣາເດັດຊ໌ (Bihar and Uttar Pradesh) ເຊິ່ງລັດ ອຸດຕາ ປຣາເດັດຊ໌ ແມ່ນລັດທີ່ມີຄົນອາໄສຢູ່ຫຼາຍທີ່ສຸດຂອງອິນເດຍ.

ບໍ່ມີຂໍ້ມູນຊັດເຈນວ່າ ຊາກສົບເຫຼົ່ານັ້ນມາແຕ່ໃສ ແຕ່ຕາມການສັນນິຖານຂອງສຳນັກຂ່າວພາຍໃນປະເທດ ແມ່ນອາດແມ່ນສົບພວກຄົນທີ່ເສຍຊີວິດຍ້ອນໂຄວິດ-19.

ບາງສຳນັກຂ່າວກໍບອກວ່າ ມີການພົບເຫັນຊາກສົບນັ້ນຈຳນວນຫຼາຍ ອາດເຖິງ 100 ສົບ ແລະ ເບິ່ງຕາມສະພາບແລ້ວ ແມ່ນຄາດວ່າຖືກແຊ່ຢູ່ໃນນ້ຳມາຫຼາຍມື້ແລ້ວ.

ຕາມການລາຍງານຂອງພະນັກງານ, ສົບນັ້ນ ໃຄ່ ແລະ ຖືກເຜົາແລ້ວບາງສ່ວນ ແລະ ທ້າຍສຸດ ກໍອາດຖືກນຳມາລ່ອງນ້ຳ ເຊິ່ງເປັນຄວາມເຊື່ອໜຶ່ງຂອງການເຜົາສົບຄົນທີ່ເສຍຊີວິດຍ້ອນໄວຣັດໂຄໂຣນາ.

ປະຊາຊົນ ແລະ ນັກຂ່າວໃນທ້ອງຖິ່ນຈຳນວນໜຶ່ງ ໄດ້ບອກກັບ ສຳນັກຂ່າວ ບີບີຊີ ຮິນດີ ວ່າ ເນື່ອງຈາກສະພາບການຂາດແຄນຟືນເພື່ອມາເຜົາສົບ ແລະ ຄ່າຈັດງານສົບທີ່ຂຶ້ນລາຄາ ເຮັດໃຫ້ບາງຄອບຄົວບໍ່ມີທາງເລືອກອື່ນນອກຈາກເອົາສົບຂອງຄົນທີ່ພວກເຂົາເຄົາລົບຮັກນັ້ນລ່ອງໃນແມ່ນ້ຳ.

ທ່ານ ຈັນດຣາ ໂມຮານ (Chandra Mohan), ປະຊາຊົນຄົນໜຶ່ງ ໄດ້ກ່າວວ່າ ໂຮງໝໍເອກະຊົນໄດ້ປຸ້ນປະຊາຊົນ. ຫຼາຍຄົນບໍ່ເຫຼືອຮອດເງິນທີ່ຈະຈ້າງຄູບາ ຫຼື ນັກບວດ ແລະ ຍັງຕ້ອງໄດ້ຈ່າຍຄ່າເຜົາສົບຢູ່ຕາມແຄມແມ່ນ້ຳອີກ ແຕ່ໂຮງໝໍກໍຍັງຖາມເອົາຄ່າຍົກສົບອອກຈາກລົດໂຮງໝໍ ຕັ້ງ 2.000 ຣູປີ​ ຫຼື ເທົ່າກັບ 1.000 ບາດ ຫຼື 27 ໂດລາສະຫະລັດອາເມລິກາ. ສະນັ້ນແລ້ວ ແມ່ນ້ຳຄົງຄາຈຶ່ງເປັນບ່ອນທີ່ພວກເຂົາລ່ອງສົບຄົນຕາຍ.

ດັ່ງທີ່ເຮົາຮູ້ກັນວ່າ ອິນເດຍໄດ້ປະສົບກັບການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຮອບທີ 2 ຍ້ອນການລົດລະດັບຄວາມເຂັ້ມງວດການຈັດຕັ້ງມາດຕະການປ້ອງກັນໂຄວິດ-19 ໃນໄລຍະຜ່ານມາ, ປະຊາຊົນຈຳນວນຫຼາຍໄດ້ໄປຮ່ວມພິທີທາງສາສະໜາຢູ່ແມ່ນ້ຳຄົງຄາ ໂດຍບໍ່ສົນກັບພະຍາດໂຄວິດ-19, ຫຼັງຈາກນັ້ນ ກໍມີການຕິດເຊື້ອເພີ່ມຂຶ້ນ ແລະ ຄົນຕາຍເພີ່ມຂຶ້ນ ເປັນຈຳນວນຫຼວງຫຼາຍ. ຫຼ້າສຸດ ອິນເດຍ ມີຈຳນວນຜູ້ຕິດເຊື້ອທັງໝົດ 22.991.927 ກໍລະນີ, ເສຍຊີວິດ 250.025 ຄົນ (1%) ແລະ ປິ່ນປົວຫາຍດີແລ້ວ 19.021.207ຄົນ (99%) ແຕ່ຈໍານວນຜູ້ຕິດເຊື້ອລາຍວັນ ກໍຍັງໜ້າເປັນຫ່ວງຫຼາຍ ໂດຍສະເລ່ຍ ຕິດເຊື້ອ 3 ຫາ 4 ແສນກວ່າຄົນ ໃນແຕ່ລະມື້ ນັບຕັ້ງແຕ່ທ້າຍເດືອນເມສາ ເປັນຕົ້ນມາ.

ທີ່ມາ:

ພາບ: Prakash SINGH / AFP,Sanjay KANOJIA / AFP

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/