ຝຣັ່ງກຽມແບນເສັ້ນທາງການບິນທີ່ສັ້ນເພື່ອໃຫ້ຫັນໄປໃຊ້ລົດໄຟແທນ ເພື່ອລົດມົນລະພິດທາງອາກາດ


ປະເທດຝຣັ່ງອອກນະໂຍບາຍໃໝ່ ແບນເສັ້ນທາງສາຍການບິນໄລຍະສັ້ນພາຍໃນປະເທດ ເພື່ອລົດການປ່ອຍມົນລະພິດທີ່ສ້າງພາວະແກ໊ສເຮືອນແກ້ວຈາກອຸດສາຫະກຳການບິນ, ໂດຍເສັ້ນທາງທີ່ຖືກຍົກເລີກຈະເປັນເສັ້ນທາງທີ່ສາມາດນັ່ງລົດໄຟໄປໄດ້ 2-3 ຊົ່ວໂມງ ແທນ.

ມາດຕະການນີ້ ເປັນສ່ວນໜຶ່ງຂອງແຜນການສະພາບພູມອາກາດປະເທດຝຣັ່ງ ທີ່ຕ້ອງການລົດການປ່ອຍແກ໊ສຄາບອນໄດອັອກໄຊໃນອາກາດໃຫ້ໄດ້ 40% ພາຍໃນປີ 2030.

ທີ່ໜ້າສົນໃຈແມ່ນກົດໝາຍນີ້ ມາຈາກ Citizen’s Climate Forum ທີ່ສ້າງຂຶ້ນໂດຍ Macron ເພື່ອໃຫ້ປະຊາຊົນມີສິດມີສ່ວນຮ່ວມໃນການຊ່ວຍຄິດນະໂຍບາຍຕໍ່ສິ່ງແວດລ້ອມ, ເຊິ່ງມີບາງກຸ່ມໄດ້ສະເໜີນະໂຍບາຍນີ້ຂຶ້ນມາ ເພື່ອສ້າງຄວາມປ່ຽນແປງໃຫ້ສິ່ງແວດລ້ອມດີຂຶ້ນ.

ປັດຈຸບັນຮ່າງກົດໝາຍດັ່ງກ່າວໄດ້ຮັບການໂຫວດລົງມະຕິ ໃນວັນທີ 10 ເມສາ 2021 ທີ່ຜ່ານມາ ແລະ ວັນທີທີ່ເລີ່ມນຳໃຊ້ແມ່ນຕ້ອງຖ້າຕິດຕາມຕໍ່ໄປ.

ທີ່ມາ: https://bit.ly/3uBRme6

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/