ລາຍການ Youth With You ຖືກຍົກເລີກ ເພາະແຟນຄັບຊື້ນົມຖອກຖິ້ມ ເອົາແຕ່ QR Code ມາໂຫວດໃຫ້ຜູ້ປະກວດ ເຊິ່ງຝ່າຝືນກົດໝາຍ


ລາຍການ Youth With You ໄດ້ຖືກຍົກເລີກ ເຖິງລາຍການຈະກ້າວເຂົ້າສູ່ຮອບສຸດທ້າຍກໍຕາມ ແຕ່ກໍຕ້ອງໄດ້ຍົກເລີກ ເພາະແຟນຄລັບໄດ້ສະໜັບສະໜູນໄອດໍ້ຕົນເອງແບບບໍ່ຖືກຕ້ອງ ແລະ ໄດ້ລະເມີດກົດໝາຍຕໍ່ຕ້ານການບໍລິໂພກຟຸມເຟືອຍ ຊື້ນົມມາຫຼາຍຮ້ອຍກ່ອງບໍ່ພາກັນດື່ມ ກາຍເປັນວ່າເອົາແຕ່ QR Code ທີ່ຢູ່ໃນຝານັ້ນມາ ເພື່ອໂຫວດໃຫ້ກັບຜູ້ປະກວດທີ່ຕົນມັກ ສ່ວນນົມກໍຖອກຖິ້ມຢ່າງຫຼວງຫຼາຍ ແລະ ສ້າງຄວາມເສຍຫາຍ, ສ້າງພຶດຕິກຳທີ່ສັງຄົມຮັບບໍ່ໄດ້ ລັດຖະບານຈີນຈຶ່ງໃຫ້ຍົກເລີກຖ່າຍລາຍການນີ້ ຊົ່ວຄາວ ເພື່ອປັບປຸງໃຫ້ຖືກກວ່ານີ້.

There will no winners for Season three of ’Youth With You’ as producers have decided to cancel its final. — Picture via Instagram/ youthwithyou.3

ໃນການປະກວດ Season 3 ຄັ້ງນີ້ ມີ Sponsor ຫຼັກຂອງລາຍການຄືແບຣນເຄື່ອງດື່ມນົມສົ້ມ ເຈິນກົ່ວລີ່ ເຊິ່ງລາຍການດຳເນີນມາຈົນເຖິງຂັ້ນຈະຕັດສິນທີມຜູ້ຊະນະ ແຕ່ກະຕິກາຄື: ຕ້ອງໃຫ້ແຟນຄລັບ ໂຫວດໃຫ້ຜູ້ປະກວດທີ່ຕົນເອງມັກ ໂດຍຜ່ານການຊື້ຜະລິດຕະພັນນົມສົ້ມ ແລ້ວສະແກນ QR Code ຢູ່ກ້ອງຝານົມ 1 ຝາເທົ່າກັບ 1 ຄະແນນ ຖ້າຜູ້ປະກວດໄດ້ຄະແນນຈາກການສະແກນຂອງຝາສູງສຸດ 9 ຄົນ ຈະກາຍເປັນຜູ້ຊະນະ ແລະ ກາຍເປັນສະມາຊິກວົງນັກຮ້ອງວົງໃໝ່ທັນທີ.

ຫຼັງຈາກປະກາດກະຕິກາຮອບສຸດທ້າຍນີ້ອອກໄປ 1 ອາທິດກ່ອນວັນປະກາດຜົນ ແຟນຄລັບໄດ້ແຫ່ຊື້ນົມສົ້ມ ຕາມຮ້ານຕ່າງໆຂາຍດີຄືກັບວ່າແຈກຂອງຟຣີ ຈົນເຮັດໃຫ້ຂາດສະຕັອກ ແຕ່ຊື້ແລ້້ວກໍເອົາໄປຖອກຖິ້ມ ເອົາແຕ່ QR Code ເຊິ່ງລະເມີດຕໍ່ກົດໝາຍ.

ທາງລັດຖະບານຈີນຈຶ່ງໃຫ້ຍົກເລີກຊົ່ວຄາວ ໃນວັນທີ 5 ພຶດສາພາ 2021 ເຊິ່ງເຮັດໃຫ້ຜູ້ສະໜັບສະໜູນໄດ້ຮັບຜົນເສຍຢ່າງບໍ່ທັນຕັ້ງຕົວ ແລະ ໃນວັນທີ 9 ພຶດສະພາ 2021 ທາງລາຍການກໍໄດ້ປະກາດ ວ່າ ຂໍຍຸຕິການແຂ່ງຂັນ ແລະ ການຖ່າຍທຳທັງໝົດ.

ແຟນຄລັບລາຍການທົ່ວໂລກເຖິງກັບຕົກໃຈໄປຕາມໆກັນ ແລະ ຕັ້ງຄຳຖາມຕ່າງໆ ເປັນຫ່ວງເຖິງຜູ້ເຂົ້າປະກວດ ແລະ ຕົ້ນສັງກັດຈະຮັບຜິດຊອບແບບໃດ ພ້ອມເຫັນໃຈຜູ້ເຂົ້າປະກວດຢ້ານບໍ່ໄດ້ຮັບຄວາມເປັນທຳ ທີ່ພວກເຂົາໄດ້ກຽມຕົວ, ຕັ້ງໃຈມາປະກວດໂດຍສະເພາະ. ນອກຈາກນີ້ກໍມີຫຼາຍໆຄຳຖາມ ທີ່ກໍ່ໃຫ້ເກີດການວິພາກວິຈານກັນຢ່າງໜັກໜ່ວງ ແລະ ມີຫຼາຍພາກສ່ວນທີ່ໄດ້ຮັບຜົນກະທົບ ຈາກການຍົກເລີກໃນຄັ້ງນີ້.

ຂອບໃຈຂໍ້ມູນຈາກ:https://bit.ly/2Q72XD6

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/