Pure Sh*t ສິນຄ້າຂີ້ງົວອໍແກນິກ ທີ່ໄດ້ແຮງບັນດານໃຈຈາກປີ 2020


ປີ 2020 ທີ່ຜ່ານມາ ເອີ້ນໄດ້ວ່າເປັນປີທີ່ບັນທຶກເຫດການອັນເປັນຈຸດໝາຍທາງປະຫວັດສາດອັນຫຼວງຫຼາຍ ບໍ່ວ່າຈະເປັນການເລືອກຕັ້ງສະຫະລັດອາເມຣິກາທີ່ວຸ້ນວາຍທີ່ສຸດເທົ່າທີ່ເຄີຍມີມາ ການປະທ້ວງທີ່ເກີດຂຶ້ນທົ່ວໂລກທັງດ້ານການເມືອງ ແລະ ປະເດັນຕ່າງໆ. ແລະທີ່ສ້າງຜົນກະທົບຫຼາຍທີ່ສຸດ ກໍຄືການລະບາດຂອງເຊື້ອໄວຣັດໂຄວິດ-19 ທີ່ເຮັດໃຫ້ປີ 2020 ເຕັມໄປດ້ວຍຄວາມຕຶງຄຽດ ແລະຫາກຈະຍົກໃຫ້ສິນຄ້າໃດເປັນຕົວແທນຂອງປີ 2020 ກໍຄົງເປັນ “Pure Sh*t”

Pure Sh*t ບໍ່ແມ່ນຊື່ທີ່ເກີນຈິງເພື່ອການຕະຫຼາດແຕ່ຢ່າງໃດ ເພາະວ່າສິນຄ້າໃນຖົງບັນຈຸນັ້ນກໍຄື ຂີ້ງົວອໍແກນິກຕາມຊື່ ເປັນຂີ້ງົວແທ້ໆຈາກປະເທດອົດສະຕາລີທີ່ເໝາະແກ່ການໃຊ້ເປັນປຸ໋ຍສຳລັບເຮັດສວນ ເຊິ່ງທາງຜູ້ຜະລິດບອກວ່າຖົງປຸ໋ຍ Pure Sh*t ນັ້ນເໝາະກັບບັນດາຕົ້ນໄມ້, ດອກໄມ້ ແລະ ຜັກຕ່າງໆ ໂດຍຈຳໜ່າຍໃນລາຄາກິໂລກຣາມລະ 25 ໂດລາສະຫະລັດ.

ທັງໝົດນີ້ເປັນຄວາມຄິດຂອງ Gen C ບໍລິສັດຄີເອທີຟເອເຈນຊີສັນຊາດອົດສະຕາລີ ທີ່ຮັບແຮງບັນດານໃຈຈາກຄວາມ “ຊົ່ວຮ້າຍ” ຂອງປີ 2020 ມາເຮັດແຜນການຕະຫຼາດສິນຄ້າຕົວນີ້ ໂດຍໃຊ້ຄວາມໝາຍພ້ອງກັບສະພາບຄວາມເປັນໄປຂອງປີ 2020 ທີ່ຖືເປັນ Sh*t ທີ່ແປວ່າ “ສຸດຫ່ວຍ” ກັບ Sh*t ທີ່ແປວ່າອາຈົມ ຫຼື ຂີ້ງົວທີ່ເປັນປຸ໋ຍນັ້ນເອງ.

ທີ່ຖົງນັ້ນຂຽນກຳກັບໄວ້ດ້ວຍຄຳວ່າ “ເພາະບາງຢ່າງທີດີໆ ຕ້ອງມາຈາກປີ 2020 ແນ່ນອນລະ” (Because something good needs to come from 2020. Surely) ກໍເປັນການສື່ເຖິງຄວາມຊົ່ວຮ້າຍທີ່ຍັງແຝງແງ່ດີຂອງປີດັ່ງກ່າວ ແລະ ເຖິງແມ່ນວ່າ Pure Sh*t ຈະເປັນ Sh*t ແຕ່ວ່າມັນຈະບໍ່ແມ່ນສິ່ງທີ່ຊົ່ວຮ້າຍຄືກັບປີ 2020 ຢ່າງແນ່ນອນ.

ນອກຈາກນີ້ ກໍຍັງມີເລື່ອງອື່ນທີ່ດີໆຂອງ Pure Sh*t ອີກ ນັ້ນຄືກຳໄລທັງໝົດນັ້ນຈະນຳໄປຊ່ວຍເຫຼືອ Brainwave ມູນລະນິທິຊ່ວຍສະໜັບສະໜຸນເງິນໃຫ້ກັບຄອບຄົວຂອງເດັກທີ່ມີອາການປ່ວຍເປັນໂຣກທາງສະໝອງ ທັງເລື່ອງຂອງຄ່າຮັກສາພະຍາບານອຸປະກອນຕ່າງໆເຊັ່ນ: ຕັ່ງຜູ້ປ່ວຍ (wheelchair) ອຸປະກອນໃຫ້ອາຫານທາງສາຍຢາງ ແລະ ໝາເພື່ອເຮັດຈິດໃຈດີຂຶ້ນ.

ທັງນີ້ ນິໂຄລັສ ຄອກຊ ຜູ້ເປັນເຈົ້າຂອງຮ່ວມເອເຈນຊີ Gen C ເຄີຍໄດ້ຮັບການວິນິດໄສໂຣກວ່າມີເນື້ອງອກໃນສະໝອງເຊັ່ນກັນເມື່ອຕອນອາຍຸ 6 ປີ ລາວຈຶ່ງພະຍາຍາມເຮັດທຸກຢ່າງເທົ່າທີ່ເຮັດໄດ້ ເພາະເຂົ້າໃຈດີເຖິງຄວາມທຸກຍາກຂອງຜູ້ເປັນພໍ່ແມ່ ແລະ ບັນດາເດັກນ້ອຍທີ່ປ່ວຍເປັນໂຣກທາງສະໝອງ.

ຮັບຊົມວີດີໂອ Pure Sh*t: https://www.youtube.com/watch?v=XqKZ0Tq-uTE

ພາບ: Pureshit.com.au, Gen C

ທີ່ມາ:

https://pureshit.com.au/