Huawei ອາດຕາມຮອຍ Apple ໃນການບໍ່ແຖມຫົວສາກໃຫ້ຜູ້ບໍລິໂພກ


ຫຼັງຈາກມີກະແສຕີກັບໃນແງ່ລົບອອກມາຢ່າງຫຼວງຫຼາຍເມື່ອທາງ Apple ຕັດສິນໃຈຄັ້ງໃຫຍ່ສຳລັບ iPhone 12 ຂອງພວກເຮົາກໍຄືການບໍ່ແຖມຫົວສາກ (Adapter) ສຳລັບສາກໂທລະສັບໃຫ້ກັບຜູ້ບໍລິໂພກພາຍໃນກ່ອງສິນຄ້າ ແລະ ເບິ່ງຄືວ່າ Huawei ບໍລິສັດຍັກໃຫຍ່ຈາກຈີນນັ້ນກຳລັງຈະເດີນຕາມຮອຍນັ້ນເຊັ່ນກັນ.

ຫຼ້າສຸດ ທາງດ້ານ Huawei ໄດ້ເຮັດແບບສຳຫຼວດເພື່ອຖາມຖານຜູ້ບໍລິໂພກຂອງຕົນເອງເຖິງພຶດຕິກຳການສາກເຄື່ອງມືຕ່າງໆຂອງຕົວເອງ ເຊັ່ນ: ສະມາດໂຟນ, ແທັບເລັດ ຫຼື ເຄື່ອງໃຊ້ໄຟຟ້າອື່ນໆ.

ໜຶ່ງໃນຄຳຖາມຂອງແບບສອບຖາມນີ້ເຮັດໃຫ້ຜູ້ຄົນເລີ່ມສັງເກດເຖິງການປ່ຽນແປງອັນໃກ້ຄຽງທີ່ກ່ຽວເນື່ອງກັບການແຖມສາຍສາກກໍຄື “ທ່ານຄິດວ່າສາຍສາກ Type-C ພາຍໃນກ່ອງ, ຫູຟັງໄຮ້ສາຍຍັງຈຳເປັນຢູ່ອີກຫຼືບໍ່? ເຊິ່ງເປັນການບອກທາງອ້ອມວ່າ Huawei ກໍກຳລັງຄິດເຖິງການຢຸດແຖມສາຍສາກໃຫ້ຜູ້ບໍລິໂພກຄືກັນກັບທີ່ Apple ໄດ້ເຮັດ.

ແນວໃດກໍຕາມ ສຳລັບຕອນນີ້ທາງສິນຄ້າຢ່າງຫູຟັງໄຮ້ສາຍຂອງ Huawei ໃນປັດຈຸບັນກໍຍັງແຖມສາຍສາກ USB Type-C ໃຫ້ກັບຜູ້ບໍລິໂພກພາຍໃນກ່ອງຢູ່ຄືເກົ່າ ແຕ່ກໍມີຄວາມເປັນໄປໄດ້ວ່າຈະມີການປ່ຽນແປງໃນໄວໆນີ້ ເພາະວ່າໃນແບບສອບຖາມຍັງມີຄຳຖາມເຖິງລາຄາທີ່ຜູ້ບໍລິໂພກຮັບໄດ້ ຖ້າເກີດວ່າຈະບໍ່ມີການແຖມສາຍສາກພາຍໃນກ່ອງ ຫຼື ຖ້າເກີດວ່າພາຍໃນກ່ອງບໍ່ມີການແຖມສາຍສາກມານຳນ້ັນຈະມີຜົນຕໍ່ການຕັດສິນໃຈຊື້ຫຼືບໍ່?

ເຊິ່ງທັງນີ້ ກໍຕ້ອງຖ້າເບິ່ງນຳກັນຕໍ່ໄປສຳລັບການຕັດສິນໃຈຂອງ Huawei ວ່າຈະເດີນຕາມຮອຍ Apple ຫຼືບໍ່ ແຕ່ສຳລັບທາງ Apple ເອງນັ້ນກໍໃຫ້ເຫດຜົນວ່າຕ້ອງການລົດປະລິມານຂີ້້ເຫຍື້ອອິເລັກໂທຣນິກລົງ ເພາະວ່າການບໍ່ແຖມຫູຟັງແລະຫົວອະແດັບເຕີພາຍໃນກ່ອງນັ້ນ ເຮັດໃຫ້ສາມາດຂົນສົ່ງກ່ອງໄດ້ເພີ່ມຂຶ້ນເຖິງ 70% ຕໍ່ຄັ້ງ ເຊິ່ງເປັນການລົດປະລິມານການປ່ອຍກາສຄາບອນໄດອອກໄຊ ຫຼື CO2 ໄດ້ຫຼາຍເຖິງ 2 ລ້ານເມຕຣິກຕັນເລີຍ.

ທີ່ມາ: