ຫຼາຍພາກສ່ວນມອບເງິນຊຸກຍູ້ ກອງປະຊຸມໃຫຍ່ ຂອງຂອງພັກຄັ້ງທີ XI


ທີ່ຫໍປະຊຸມແຫ່ງຊາດ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ຮອງຫົວໜ້າອະນຸກໍາມະການງົບປະມານ ແລະ ບໍລິຫານ ແມ່ນໄດ້ຮັບການຊຸກຍູ້ຈາກຫຼາຍໆພາກສ່ວນເພື່ອກະກຽມ ກອງປະຊຸມໃຫຍ່ ຜູ້ແທນຄັ້ງທີ XI ຂອງພັກ. ປັດຈຸບັນແມ່ນມີບໍລິສັດຕ່າງໆທັງພາກສ່ວນລັດ ແລະ ເອກະຊົນ ກຸ່ມບໍລິສັດ, ບໍລິສັດ, ການຈັດຕັ້ງຕ່າງໆ ແລະ ປະກອບສ່ວນແລ້ວຈໍານວນ 21 ພາກສ່ວນ ລວມເງິນທັງໝົດ 14,4 ຕື້ກີບ ແລະ ມອບເປັນວັດຖຸ ລວມມູນຄ່າ 240 ລ້ານກີບ ແລະ ຈະສືບຕໍ່ປະກອບສ່ວນຊຸກຍູ້ຕື່ມອີກ.

ນອກຈາກນີ້ ທ່ານ ບຸນໂຈມ ອຸບົນປະເສີດ ເລຂາຄະນະບໍລິຫານງານພັກກະຊວງການເງິນ ໄດ້ໃຫ້ສໍາພາດໃນວັນທີ 13 ວ່າ: ການດໍາເນີນກອງປະຊຸມຜູ້ແທນທົ່ວປະເທດ ຄັ້ງທີ XI ແມ່ນໃຊ້ງົບປະມານເບື້ອງຕົ້ນ 70 ຕື້ກີບ ນັບຕັ້ງແຕ່ຂັ້ນຕອນການກະກຽມດໍາເນີນຂອງອະນຸກໍາມະການຕ່າງໆ.

ສ່ວນເງິນທີ່ພາກສ່ວນຕ່າງໆໄດ້ຈາກຊຸກຍູ້ ຈາກການລາຍງານຂ່າວໃນເບື້ອງຕົ້ນມີດັ່ງນີ້:

ຕາງໜ້າຄະນະພັກແຂວງສາລະວັນ ໂດຍທ່ານ ໂພໄຊ ໄຊຍະສອນ ເລຂາພັກແຂວງສາລະວັນ ມູນຄ່າ 30.000.000 ກີບ.

ທ່ານ ວັດທະນາ ມາດມະນີສອນ ຮອງອໍານວຍການ ບໍລິສັດດີເອັມ ຈໍາກັດຜູ້ດຽວ ມູນຄ່າ 50.000.000 ກີບ.

ທ່ານ ສີສຸພົນ ສີຫາລາດ ຜູ້ອໍານວຍການ ກຸ່ມບໍລິສັດ ດາວເຮືອງຈໍາກັດ ມອບເປັນຜະລິດຕະພັນດາວເຊັ່ນ: ນໍ້າດື່ມດາວ, ກາເຟດາວ, ໝາກໄມ້ອົບແຫ້ງ ລວມມູນຄ່າ 120.000.000 ກີບ.

ຕາງໜ້າຄະນະບໍລິຫານພັກແຂວງຊຽງຂວາງ ໂດຍ ສະຫາຍ ຈັນໄຄ ສຸດທິຈັກ ຄະນະປະຈໍາພັກແຂວງຊຽງຂວາງ ມອບເງິນມູນຄ່າ 20.000.000 ກີບ.

ທ່ານ ຈັນທອນ ສິດທິໄຊ ປະທານບໍລິຫານກຸ່ມບໍລິສັດ ພົງສະຫວັນ ແລະ ບໍລິສັດປີໂຕລ່ຽມ ເທດຕິງ ລາວມະຫາຊົນ ມູນຄ່າ 1,000,000,000 ກີບ.

ທ່ານ ຄໍາໄພ ສົມຊະນະ ປະທານກຸ່ມບໍລິສັດ ກຸ່ມຄໍາໄພ ຊະນະກໍ່ສ້າງ ຈໍາກັດຜູ້ດຽວ ມູນຄ່າ 1.000.000.000 ກີບ.

ຕາງໜ້າບໍລິສັດເບຍລາວປະກອບສ່ວນ ນໍ້າດື່ມຫົວເສືອ ມູນຄ່າ 96.000.000ກີບ ຈໍານວນ 3,000 ຫີບ.

ທ່ານ ພູຂົງ ນັນທະຈັກ ຜູ້ອໍານວຍການໃຫຍ່ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ມູນຄ່າ 500.000.000 ກີບ.

ກຸ່ມບໍລິສັດ ລາວ ໂທລະຄົມ ມະຫາຊົນ ຊຸກຍູ້ມູນຄ່າ 1,100,000,000 ກີບ.

ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດທະມົນຕີກະຊວງການເງິນ ຕາງໜ້າອະນຸກໍາມະການຮັບການປະກອບສ່ວນຊຸກຍູ້ດໍາເນີນກອງປະຊຸມໃຫຍ່ຂອງພັກ ຮັບການຊຸກຍູ້ຈາກຫຼາຍພາກສ່ວນດັ່ງນີ້:

ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ມອບເປັນມູນຄ່າ 500.000.000 ກີບ ມອບໂດຍທ່ານ ອະນຸສິນ ພົນເສນາ ຜູ້ອໍານວຍການລັດວິສາຫະກິດໄຟຟ້າລາວ.

ຕາງໜ້າບໍລິຫານຄະນະພັກແຂວງຫົວພັນ ໂດຍທ່ານ ນາງ ອໍາໄພວອນ ລ້ອມບຸນແພງ ຮອງປະທານສະພາປະຊາຊົນແຂວງຫົວພັນ ມູນຄ່າ 20.000.000 ກີບ.

ຄະນະບໍລິຫານພັກແຂວງເຊກອງ ມອບເງິນມູນຄ່າ 20.000.000 ກີບ ແລະ ຄະນະບໍລິຫານພັກແຂວງຈໍາປາສັກ  ມູນຄ່າ 50.000.000 ກີບ.

 ໃນສ່ວນທີ່ພາກສ່ວນຕ່າງໆຈະຊຸກຍູ້ອີກນັ້ນ ແມ່ນຈະແຈ້ງລາຍລະອຽດໃຫ້ຮັບຮູ້ຕື່ມພາຍຫຼັງ.

ຂໍຂອບໃຈຂໍ້ມູນຈາກ:

https://www.facebook.com/629940653704277/posts/3997606586937650/?d=n