How to ຖິ້ມ ໜ້າກາກອະນາໄມໃຫ້ຖືກຕ້ອງ ແລະ ປອດໄພ


ໃນສະຖານະການ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ເກີດຂຶ້ນຢ່າງຕໍ່ເນື່ອງ “ໜ້າກາກອະນາໄມ” ຫຼື ເຮົາມັກເອີ້ນຕິດປາກກັນວ່າ “ຜ້າປິດປາກ-ດັງ” ແມ່ນເປັນສິ່ງໜຶ່ງທີ່ສຳຄັນ ທີ່ຈະຊ່ວຍລົດຄວາມສ່ຽງໃນການຕິດເຊື້ອ. ແຕ່ທຸກທ່ານຮູ້ຫຼືບໍ່ວ່າ ນອກຈາກການບໍ່ໃສ່ໜ້າກາກອະນາໄມແລ້ວ ການຖິ້ມໜ້າກາກອະນາໄມຊະຊາຍ ກໍອາດຈະກາຍເປັນສາເຫດຂອງການແຜ່ກະຈາຍເຊື້ອພະຍາດໄດ້ຄືກັນ ເພາະວ່າໜ້າກາກອະນາໄມທີ່ໃຊ້ແລ້ວ ອາດຈະປົນເປື້ອນໄປດ້ວຍ ນ້ຳລາຍ, ນ້ຳມູກ ຫຼື ເສມຫະ ຈຶ່ງຖືໄດ້ວ່າເປັນຂີ້ເຫຍື້ອທີ່ສາມາດແຜ່ເຊື້ອໄດ້.

ດັ່ງນັ້ນເຮົາມາຫຼີກເວັ້ນການແຜ່ກະຈາຍຂອງເຊື້ອ ດ້ວຍການຮູ້ຈັກວິທີຂັ້ນຕອນການຖິ້ມໜ້າກາກອະນາໄມໃຫ້ຖືກວິທີດັ່ງນີ້:

  1. ຖອດໜ້າກາກ ໂດຍທີ່ບໍ່ສຳຜັດດ້ານໃນຂອງໜ້າກາກ
  2. ພັບໜ້າກາກ ໂດຍທີ່ປິດທາງໃນຂອງໜ້າກາກ
  3. ມັດ ຫຼື ມ້ວນ ສາຍຮັດໜ້າກາກໃຫ້ຮຽບຮ້ອຍ
  4. ນຳໄປໃສ່ຖົງຢາງ ແລ້ວປິດປາກຖົງໃຫ້ແໜ້ນ
  5. ຖິ້ມໃສ່ຖັງທີ່ມີຝາປິດ
  6. ລ້າງມືດ້ວຍສະບູ ຫຼື ແອລກໍຮໍ ທຸກຄັ້ງຫຼັງຈາກຖິ້ມແລ້ວ

ແລ້ວເຮົາສາມາດຖິ້ມໃສ່ຕຸກນ້ຳໄດ້ຫຼືບໍ່ ?

ຕາມສື່ສັງຄົມອອນລາຍ ແມ່ນມີການແນະນຳກັນໃຫ້ຖິ້ມໜ້າກາກອະນາໄມລົງໃນຕຸກນ້ຳ ເຊິ່ງການເຮັດແບບນັ້ນແມ່ນເປັນ ວິທີທີ່ບໍ່ປອດໄພ ເພາະຕຸກນ້ຳແມ່ນຂີ້ເຫຍື້ອທີ່ສາມາດນຳກັບມາໃຊ້ໃໝ່ໄດ້ ຫຼື ຣີໄຊເຄິນ (Recycle) ນັ້ນເອງ  ເຊິ່ງຕຸກນ້ຳກ່ອນຈະນຳໄປນຳໃຊ້ໃໝ່ໄດ້ ແມ່ນຈະຕ້ອງຜ່ານຂັ້ນຕອນຕ່າງໆ ແລະ ຈະຕ້ອງເອົາຂີ້ເຫຍື້ອທີ່ຢູ່ທາງໃນອອກໃຫ້ໝົດກ່ອນ ຍ້ອນແນວນັ້ນ, ການຖິ້ມໜ້າກາກອະນາໄມລົງຕຸກນ້ຳ ແມ່ນຈະເພີ່ມໂອກາດໃຫ້ພະນັກງານຄັດແຍກຂີ້ເຫຍື້ອ ສາມາດຕິດເຊື້ອໄດ້ງ່າຍອີກດ້ວຍ.

ທີ່ມາ:
https://covid-19.kapook.com/view225048.html
https://www.sustainablelife.co/news/detail/55

ພາບ: Royal Forest Department Savings, Sanook, TBN

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/