Chelsea ກຳລັງມາແຮງ ຟອມດີບໍ່ຕົກ ກັບການຫຼິ້ນທີ່ປ່ຽນແປງ


ນາທີນີ້ ຕ້ອງຂໍຍອມຮັບເລີຍວ່າ ເຊວຊີ ຫຼິ້ນໄດ້ດີເກີນຄາດ ແລະ ຄືນວັນທີ 8 ພຶດສະພາ ກໍເອົາຊະນະ Manchester City ໄດ້ 2-1 ເຮັດໃຫ້ຕອນນີ້ເຊວຊີ ມາຢູ່ໃນອັນດັບທີ 3 ຢ່າງໄວວາ ແລະ ຍັງເອົາຊະນະ Real Madrid ໄດ້ດ້ວຍປະຕູ 2-0, ເຊິ່ງເກມທີ່ແຂ່ງກັບ ແມນ ຊິຕີ້ ຖືວ່າເປັນເກມທີ່ດຸເດືອດ ແລະ ສູສີກັນຫຼາຍ ເພາະທັງສອງທີມກໍຫຼິ້ນດີ, ແລະໃນວັນທີ 29 ພຶດສະພາ ທັງສອງທີມຍັງຕ້ອງໄດ້ແຂ່ງກັນອີກ ໃນຢູຟ່າ ແຊ້ມປ້ຽນລີກ ຮອບຊິງຊະນະເລີດ.

ຖືວ່າປັດຈຸບັນ ເຊວຊີ ຟອມດີຢ່າງຕໍ່ເນື່ອງ, ເປັນສັນຍານດີໆໃນຍຸກຂອງ ກຸນຊື ຂອງທີມ ແລະ ພວກເຂົາຍັງມີການຫຼິ້ນທີ່ປ່ຽນໄປ ແລະ ເຮັດຜົນງານໄດ້ດີ. ຈາກການສະຫຼຸບຂອງ Thomas Tuchel ກ່ອນຈະແຂ່ງກັບ ແມນ ຊິຕີ້ ໄດ້ເວົ້າວ່າ: ໂຄວາຊິສ ຍັງບໍ່ພ້ອມລົງຫຼິ້ນກັບແມນ ຊິຕີ້, ເມສັນ ເມົ້າ ເປັນນັກເຕະທີ່ໂດດເດັ່ນ ແລະ ມີຄຸນະພາບຄົບເຄື່ອງ, ອັສປິລິກວຍຕ້າ ມີຄວາມເປັນຜູ້ນຳຢ່າງແທ້ຈິງ ສົມຄວນໄດ້ລົງຫຼິ້ນ ແລະ ນັກເຕະທຸກຄົນກໍເຕັມທີ່ກັບການແຂ່ງຂັນຄັ້ງນີ້ ເຊິ່ງຈາກທີ່ເຫັນນັກເຕະທີ່ລົງຫຼິ້ນໃນຄືນທີ່ຜ່ານມາ ກໍຖືວ່າດີພໍສົມຄວນ ແລະ ສຸດທ້າຍພວກເຂົາກໍເອົາຊະນະຢ່າງພູມໃຈ.

ຂອບໃຈຂໍ້ມູນຈາກ:
https://bit.ly/3uwRWtJ
https://fb.watch/5n2BEtQv09/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/