Horace Mann ຊາຍຜູ້ທີ່ຄິດຄົ້ນວຽກບ້ານ


ຫຼາຍໆຄົນເມື່ອໄດ້ຍິນຄຳວ່າວຽກບ້ານແລ້ວ, ອາດຈະຮູ້ສຶກເມື່ອຍຕັ້ງແຕ່ຍັງບໍ່ທັນໄດ້ເລີ່ມເຮັດເລີຍກໍໄດ້. ກໍແນວວ່າເປັນຫຍັງພວກເຮົາຈະຕ້ອງມານັ່ງຫຼັງແຂງເຮັດວຽກບ້ານແຕ່ລະວິຊາທັ້ງທີ່ຫາກໍຮຽນແລ້ວຈາກໂຮງຮຽນ ເຊິ່ງຖ້າເບິ່ງໃນມຸມນັກຮຽນມັນກໍດູດພະລັງງານພວກເຂົາໄປຫຼາຍເຕີບ ຈົນເກີດຄຳຖາມຂຶ້ນວ່າເປັນຫຍັງຍັງຕ້ອງເສຍເວລາມາຫຼາຍຊົ່ວໂມງໃນມື້ໜຶ່ງ ທັ້ງທີ່ເວລາໃນໂຮງຮຽນກໍກິນໄປເກືອບໝົດມື້ແລ້ວ ອາຈານກໍຈະຕອບວ່າກໍເພື່ອຊ່ວຍໃຫ້ນັກຮຽນໄດ້ທວນຄືນສິ່ງທີ່ຕົນໄດ້ຮ່ຳຮຽນໄປ ຖ້າຜູ້ທີ່ບໍ່ໃຊ້ເວລາວ່າງໃຫ້ເປັນປະໂຫຍດ (ທີ່ບໍ່ໃຊ້ເວລາມາທວນຄືນບົດຮຽນ ຫຼື ເຮັດວຽກບ້ານ) ກໍຈະຖືກເບິ່ງບໍ່ດີ ແລະມັນເປັນມາແບບນີ້ເກືອບພັນປີແລ້ວ.

ໃນປີ 1095, Roberto Nevelis ຈາກເມືອງ Venice ທີ່ປະເທດອີຕາລີ ທີ່ຖືກແຕ່ງຕັ້ງວ່າໄດ້ຄິດຄົ້ນລະບົບວຽກບ້ານຂຶ້ນມາຜູ້ທຳອິດ ໂດຍສະໄໝນັ້ນ ລາວຕ້ອງການໃຫ້ນັກຮຽນຂອງຕົນເອງໄດ້ເຂົ້າໃຈບົດຮຽນຢ່າງເລິກເຊິ່ງ ແຕ່ບາງຂໍ້ມູນກໍວ່າລາວຕັ້ງໃຈລົງໂທດນັກຮຽນໂດຍການໃຫ້ວຽກບ້ານ. ເຖິງຢ່າງໃດກໍຕາມ, ຂໍ້ມູນຂອງລາວກໍຍັງບໍ່ໄດ້ມີເອກະສານອ້າງອີງຄັກແນ່ ລະບົບວຽກບ້ານກໍໄດ້ຖືກໃຊ້ກັນໄປທົ່ວ ຈົນຜູ້ທີ່ໄດ້ມີບົດບາດກັບວຽກບ້ານໃນຮູບແບບການປະຕິຮູບການສຶກສາກາຍເປັນຂອງ Horace Mann.

Horace Mann ເປັນນັກການເມືອງ ແລະ ຜູ້ປະຕິວັດການສຶກສາຈາກປະເທດສະຫະລັດອາເມຣິກາໃນສະຕະວັດທີ 19. ເນື່ອງຈາກຕົນເອງໄດ້ເກີດມາໃນພື້ນຖານຄອບຄົວທີ່ລຳບາກ, ຫຼາຍເຂດໃນປະເທດບໍ່ໄດ້ມີສະຖາບັນສຶກສາໃຫ້ເດັກນ້ອຍ ພ້ອມທັງຄົນສ່ວນໃຫຍ່ຕ່າງກໍໃຊ້ເວລາໄປກັບການເຂົ້າໂບດ ຫຼື ສຶກສາສາສະໜາ. ດ້ວຍເຫດນັ້ນ, Horace Mann ຈຶ່ງຕ້ອງການຢາກໃຫ້ໂຮງຮຽນລັດເປັນລະບົບບັງຄັບ. ລາວພະຍາຍາມສຶກສາຫາຄວາມຮູ້ດ້ວຍຕົນເອງຈົນໄດ້ເຂົ້າໄປເປັນໜຶ່ງໃນສະມາຊິກສະພາ.

ຕົວ Horace Mann ທີ່ມີທັງຄວາມຮູ້ ແລະ ອຳນາດຈຶ່ງໄດ້ຈັດຕັ້ງໂຮງຮຽນເພື່ອອົບຮົມຄູສອນພ້ອມທັງຍັງສົ່ງພວກເຂົາໄປສຶກສາຈາກກຸ່ມປະເທດຢູໂຣປ ເຊິ່ງ Horace Mann ກໍໄດ້ປະທັບໃຈຕໍ່ໄອເດຍທີ່ຕົນເອງໄດ້ໄປສຶກສາຈາກຕ່າງປະເທດມານັ້ນກໍຄື “ວຽກບ້ານ”

ໃນລັດ Massachusetts ທີ່ Horace Mann ໄດ້ມີການປະຕິຮູບ ກໍໄດ້ມີໂຮງຮຽນລັດທີ່ຖືກຈ່າຍຜ່ານພາສີເພື່ອໃຫ້ທຸກຄົນໄດ້ເຂົ້າຮຽນ ແລະ ມີໂຮງຮຽນຝຶກອົບຮົມຄູເພື່ອໃຫ້ມີບຸກຄະລາກອນທີ່ມີຄຸນະພາບໃນການສິດສອນ. ເນື່ອງຈາກສະໄໝນັ້ນປະຊາຊົນຕ່າງກໍຍັງມີຄວາມເຊື່ອໃນສາສະໜາຢ່າງຮຸນແຮງ, ການປະຕິຮູບທາງການສຶກສານີ້ຈຶ່ງເທົ່າກັບຂະບວນການຕໍ່ຕ້ານກັບຄົນສ່ວນໃຫຍ່ໃນປະເທດ. Horace Mann ທີ່ບໍ່ຢາກໃຫ້ເດັກນ້ອຍຂາດໂອກາດໃນການສຶກສາແບບລາວ ຈຶ່ງໄດ້ຈັດຕັ້ງລະບົບວຽກບ້ານໃຫ້ພວກເຂົາ. ເພື່ອທີ່ຫຼັງຈາກພວກເຂົາຮ່ຳຮຽນສາສະໜາແລ້ວຈະໄດ້ມີໂອກາດມາຮ່ຳຮຽນວິຊາຄວາມຮູ້ຕ່າງໆ.

Horace Mann ຍັງໄດ້ກ່າວອີກວ່າ ການມີໂຮງຮຽນກໍເພື່ອໃຫ້ໂອກາດແກ່ທຸກຄົນໄດ້ມີສິດເຂົາເຖິງຄວາມຮູ້ ແລະ ຈະໄດ້ຮັກສາຄວາມເປັນປະຊາຕິປະໄຕເອົາໄວ້. ໃນວັນທີ 2 ສິງຫາ ປີ 1859, Horace Mann ກໍໄດ້ຖືກແຕ່ງຕັ້ງໃຫ້ເປັນບິດາແຫ່ງການສຶກສາຂອງສະຫະລັດອາເມຣິກາ.

ເຫັນໄດ້ວ່າຈຸດປະສົງຂອງ Horace Mann ແມ່ນເພື່ອໃຫ້ເດັກນ້ອຍໃນສະຕະວັດທີ 19 ໄດ້ມີໂອກາດສຶກສາຮ່ຳຮຽນນອກເໜືອຈາກສາສະໜາ ເຊິ່ງເປັນລະບົບການສຶກສາທີ່ແຕກຕ່າງກັນຢ່າງຫຼວງຫຼາຍກັບປັດຈຸບັນ. ການຖົກຖຽງກັນວ່າການໃຫ້ວຽກບ້ານມີຜົນດີຫຼືບໍ່ດີນັ້ນ ຍັງຄົງດຳເນີນໄປຮອດທຸກມື້ນີ້. ແຕ່ວ່າຖ້າສັງເກດເບິ່ງແລ້ວ ຕະຫຼອດຫຼາຍຮ້ອຍປີທີ່ຜ່ານມາ ໂລກເຮົາໄດ້ໝຸນໄປໄກເທົ່າໃດແລ້ວ ແຕ່ລະບົບການສຶກສາກໍຍັງໃຊ້ແນວທາງເດີມຢູ່.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/