ສິລະປິນໄດ້ຢືມເງິນ 83,000 ໂດລາສະຫະລັດຈາກພິພິທະພັນເພື່ອສ້າງຜົນງານ ແຕ່ມີພຽງກະດານວ່າງເປົ່າສອງອັນ


ວັນພະຫັດທີ່ຜ່ານມາ ທາງພິພິທະພັນໄດ້ບອກໃຫ້ສິລະປິນຊາວເດນໝາກ Jens Haaning ສົ່ງເງິນຄືນເປັນຈຳນວນ 534,000 ໂຄຣເນີ ຫຼື 83,000 ໂດລາສະຫະລັດ ເນື່ອງຈາກວ່າສິລະປິນໄດ້ບອກວ່າຈະນຳໃຊ້ເງິນດັ່ງກ່າວມາສ້າງຜົນງານເກົ່າຂອງຕົນເອງຂຶ້ນມາໃໝ່ ແຕ່ມັນກັບກາຍເປັນກະດານຂາວວ່າງເປົ່າສອງອັນເທົ່ານັ້ນ.

Jens Haaning ເກີດປີ 1965, ເປັນສິລະປິນສະໄຕລ໌ແນວຄວາມຄິດ ແລະ ຮ່ວມສະໄໝ. ເຊິ່ງທາງພິພິທະພັນໄດ້ຂໍໃຫ້ລາວສ້າງຜົນງານເກົ່າຂອງຕົນເອງຂຶ້ນມາໃໝ່ ເພື່ອເປັນຕົວແທນເງິນເດືອນຕໍ່ປີໃນປະເທດເດນໝາກ ແລະ ປະເທດອອສເຕຣຍ. ທາງພິພິທະພັນຈຶ່ງໄດ້ໃຫ້ສິລະປິນຢືມເງິນສົດໄປເປັນຈຳນວນ 83,000 ໂດລາສະຫະລັດ ໂດຍເຊື່ອວ່າມັນຈະໄດ້ຖືກນຳໄປໃຊ້ເປັນອົງປະກອບຂອງຜົນງານສິລະປະນີ້. ແຕ່ເມື່ອຮອດມື້ສະແດງຜົນງານ, Jens Haaning ມີແຕ່ກະດານຂາວວ່າງເປົ່າມາສະແດງ ແລະ ສ້າງຄວາມແປກໃຈຕໍ່ຜູ້ທີ່ເຫັນທັງໝົດ. ລາວໄດ້ບອກວ່ານີ້ແຫຼະຄືຜົນງານຂອງຂ້ອຍ, ຜົນງານກໍຄືຂ້ອຍໄດ້ເອົາເງິນຂອງພວກເຂົາໄປແລ້ວ. ອຳນວຍການຂອງພິພິທະພັນ, Lasse Andersson ໄດ້ໃຫ້ຄຳເຫັນວ່າ: “ລາວກວນທີມງານຂອງຂ້ອຍ ແລະ ກວນຂ້ອຍນຳໜ້ອຍໜຶ່ງ, ແຕ່ຂ້ອຍກໍຫົວອອກມາຍ້ອນວ່າມັນຕະຫຼົກດີ”

ຢ່າງໃດກໍຕາມ ອຳນວຍການກໍໄດ້ຢືນຢັນວ່າເງິນທີ່ໃຫ້ໄປແມ່ນເງິນຂອງທາງພິພິທະພັນ ແລະ Jens Haaning ຈະຕ້ອງໄດ້ສົ່ງຄືນຫຼັງຈາກງານວາງສະແດງສິ້ນສຸດລົງ ໂດຍຕາມສັນຍາແລ້ວ, ເງິນຈະຕ້ອງໄດ້ຖືກສົ່ງຄືນສູ່ພິພິທະພັນໃນວັນທີ 16 ເດືອນມັງກອນ. ແຕ່ວ່າຕົວສິລະປິນກໍໄດ້ຢືນຢັນເຊັ່ນກັນວ່າຈະເກັບເງິນໄວ້ເອງ ພ້ອມບອກວ່າມັນບໍ່ແມ່ນການລັກ ແຕ່ແມ່ນການຜິດສັນຍາ ເຊິ່ງການຜິດສັນຍາແມ່ນສ່ວນໜຶ່ງຂອງຜົນງານ ແລະ ກ່າວວ່າຕົນເອງຢາກສົ່ງເສີມໃຫ້ຄົນອື່ນທີ່ມີສະພາວະເຊັ່ນຕົນທີ່ຕ້ອງການເງິນເພື່ອລ້ຽງປາກລ້ຽງທ້ອງ ແລ້ວຖືກຂໍໃຫ້ເຮັດແບບດຽວກັນ, ບໍ່ຊັ້ນຕົວສິລະປິນກໍຈະຕ້ອງໄດ້ອອກເງິນເອງເຖິງ 25,000 ໂຄຣເນີ ມາໃຊ້ຈ່າຍສ້າງຜົນງານຂອງຕົນເອງຂຶ້ນມາໃໝ່ໃຫ້ແກ່ພິພິທະພັນ.

ທາງອຳນວຍການຂອງພິພິທະພັນໄດ້ອອກມາຕອບປະຕິເສດຕໍ່ການຈ່າຍຄ່າແຮງທີ່ບໍ່ເທົ່າທຽມນີ້.

Jens Haaning ມີຊື່ສຽງຈາກຜົນງານກ່ອນໜ້າເມື່ອປີ 2007 ແລະ ປີ 2010 ທີ່ເປັນຜົນງານໃຊ້ເງິນທະນະບັດ ເຊິ່ງກໍຄືງານທີ່ພິພິທະພັນຢາກໃຫ້ລາວສ້າງຂຶ້ນມາໃໝ່ອີກຄັ້ງນັ້ນເອງ. ແລະເທື່ອນີ້ ເບິ່ງທ່າທີແລ້ວມັນກໍໄດ້ສ້າງຊື່ສຽງໃຫ້ຕົວສິລະປິນຫຼາຍກວ່າຜ່ານມາຢ່າງແນ່ນອນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/