“ຮ້ານໝາກພ້າວ ໂອບາມາ” ສະຖານທີ່ຫວນຄືນຄວາມຊົງຈໍາ ສາຍພົວພັນ ລາວ – ອາເມລິກາ


ປີ 2021 ນີ້ ແມ່ນປີຄົບຮອບການເປັນຄູ່ຮ່ວມມືແບບກວມລວມລະຫວ່າງ ສ. ອາເມລິກາ ແລະ ສປປ ລາວ ເຊິ່ງ 5 ປີກ່ອນ ອະດີດປະທານາທິບໍດີ ທ່ານ ບາລັກ ໂອບາມາ, ປະທານາທິບໍດີຄົນທີ 44 ຂອງສະຫະລັດອາເມລິກາ ໄດ້ເດີນທາງມາຢ້ຽມຢາມລາວ, ໃນລະຫວ່າງກ່ອນການເຂົ້າຮ່ວມ ກອງປະຊຸມສຸດຍອດຜູ້ນຳອາຊຽນ ຫຼື 28th-29th ASEAN Summit 2016 ທີ່ປະເທດລາວເຮົາໄດ້ຮັບກຽດເປັນເຈົ້າພາບໃນປີດັ່ງກ່າວ ແລະ ທ່ານໂອບາມາ ໄດ້ກາຍເປັນຜູ້ນໍາຄົນທຳອິດຂອງສະຫະລັດອາເມລິກາ ທີ່ເດີນທາງມາຢ້ຽມຢາມລາວເປັນຄັ້ງປະຫວັດສາດເລີຍ.

ໃນການຢ້ຽມຢາມ, ທ່ານ ບາລັກ ໂອບາມາ ກໍໄດ້ເດີນທາງໄປຢ້ຽມຢາມສະຖານທີ່ຕ່າງໆຂອງລາວ ເຊິ່ງໃນນັ້ນກໍມີ ນະຄອນຫຼວງພະບາງ, ເມືອງມໍລະດົກໂລກແຫ່ງທຳອິດຂອງ ສປປ ລາວ ແລະ ໜຶ່ງໃນສະຖານທີ່ ທີ່ເພິ່ນໄປກໍຄື ຮ້ານອາຫານແມ່ຂອງຊັນເຊັດວິວ, ທີ່ຕັ້ງຢູ່ບໍລິເວນແຄມຂອງ ຕົວເມືອງນະຄອນຫຼວງພະບາງ ແລະ ຊິມນໍ້າໝາກພ້າວທີ່ຮ້ານນີ້ ຈົນໄດ້ຂະໜານນາມຮ້ານອາຫານແຫ່ງນີ້ວ່າ “ຮ້ານໝາກພ້າວໂອບາມາ” ຈົນຮອດປັດຈຸບັນ.

ໃນລະຫວ່າງການມາຢ້ຽມຢາມຫລວງພະບາງ ທ່ານ ໂອບາມາ ຍັງໄດ້ພົບປະກັບໄວໜຸ່ມ ໃນໂຄງການ YSEALI ເພື່ອແລກປ່ຽນ ແລະ ຮັບຟັງມຸມມອງຂອງໄວໝຸ່ມຕໍ່ກັບການປະກອບສ່ວນຂອງພວກເຂົາຕໍ່ກັບຊຸມຊົນຂອງເຂົາເຈົ້າ.

ການມາຢ້ຽມໃນຄັ້ງນັ້ນ ຜູ້ນຳຂອງສອງຊາດຍັງໄດ້ເສີມຂະຫຍາຍການຮ່ວມມືໃນຫລາຍຂະແໜງການເຊັ່ນ: ວຽກງານເກັບກູ້ລະເບີດທີ່ບໍ່ທັນແຕກ, ສາທາລະນະສຸກ, ການຄ້າການລົງທຶນ, ວຽກງານການສ້າງລັດແຫ່ງກົດໝາຍ ແລະ ການສຶກສາ. ສອງຝ່າຍຍັງໄດ້ຮັດແໜ້ນສາຍພົວພັນໃຫ້ກ້າວຂຶ້ນສູ່ລະດັບໃໝ່ ເພື່ອຜົນປະໂຫຍດຂອງສອງຊາດ ກໍຄືປະຊາຊົນ.

ແຕ່ແນ່ນອນ ໜຶ່ງໃນໄຮໄລ້ທີ່ສຳຄັນທີ່ສຸດກໍຄືຕອນທີ່ໂອບາມາໄດ້ໄປດື່ມນໍ້າໝາກພ້າວຫອມແຊບ ທີ່ມີຜູ້ຄົນໃນທ້ອງຖິ່ນມາອ້ອມຮອບຢູ່ທີ່ “ຮ້ານໝາກພ້າວໂອບາມາ’’. 

ປັດຈຸບັນ, ຮ້ານອາຫານດັ່ງກ່າວ ກໍປຽບເໝືອນສະຖານທີ່ແຫ່ງຄວາມຊົງຈຳທີ່ດີໜຶ່ງໃນ ສປປ ລາວ  ແລະ ກາຍເປັນສ່ວນໜຶ່ງໃນເອກະລັກຂອງວັນຄົບຮອບ 5 ປີການຮ່ວມມືແບບກວມລວມຂອງສອງຊາດ ສະຫະລັດອາເມລິກາ ແລະ ສປປ ລາວ ທີ່ຄັ້ງໜຶ່ງປະທານາທິບໍດີຄົນທຳອິດຂອງສະຫະລັດອາເມລິກາໄດ້ມາຢ້ຽມຢາມສະຖານທີ່ແຫ່ງນີ້ນຳດ້ວຍ.

ທີ່ມາ: US Embassy in Laos

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/