Hacktoberfest 2020 ເລີ່ມຂຶ້ນແລ້ວ…..📣📣📣


ເຊີນ Developer ຊາວລາວຮ່ວມກິດຈະກຳແລກເສື້ອຟຣີ…Hacktoberfest ຄືກິດຈະກຳທີ່ຈັດຂຶ້ນໂດຍ Digitalocean, Intel ແລະ DEV.ເຊິງມີກະຕິກາງ່າຍໆຄື: ໃຫ້ນັກພັດທະນາທົ່ວໂລກໄດ້ເຮັດກິດຈະກຳໃນການສ້າງ ແລະມີສ່ວນຮ່ວມໃນໂຄງການ Open Source ໂດຍຜູ້ເຂົ້າຮ່ວມຕ້ອງໄປເຮັດ Pull Request. (PR) ໂຄງການ Open Source ໂຄງການໃດກໍໄດ້ ໃຫ້ໄດ້ 4 PR ແລ້ວຈະໄດ້ຮັບເສື້ອງາມໆ ຈາກໂຄງການໄປເລີຍ.PR ໃດທີ່ຖືກອະນຸມັດຈາກເຈົ້າຂອງໂຄງການ ຫຼື ບໍ່ຖືກ ໝາຍວ່າເປັນ Invalid ພາຍໃນ1 ອາທິດ ຈະຖືກນັບວ່າເປັນ 1 PR.
ສຳລັບຜູ້ທີ່ສົນໃຈລົງທະບຽນໄດ້ທີ່ https://hacktoberfest.digitalocean.com/
ອ່ານວິທີປະຕິບັດໄດ້ທີ່FAQ https://hacktoberfest.digitalocean.com/faq
ສຳລັບຄົນທີ່ຍັງບໍ່ເຄີຍເຮັດ PR ສາມາດເບິ່ງໃນວິດີໂອນີ້. https://www.youtube.com/watch?v=c6b6B9oN4Vg