ປະທານ HUAWEI ສັ່ງເດິນໜ້າຟື້ນຟູບ່ວງໂສ້ອຸປະທານຫຼັງຖືກທຳລາຍເສຍຫາຍໜັກ.


ເກົາ ປິງ ປະທານບໍລິສັດ HUAWEI ເຕັກໂນໂລຊີເປີດເຜີຍວ່າ HUAWEI ຈະດໍາເນີນການທຸກວິທີທາງເພື່ອສ້າງຄວາມແຂງແຮງໃຫ້ກັບບ່ວງໂສ້ອຸປະທານຂອງບໍລິສັດເຊິ່ງຖືກໂຈມຕີຈົນໄດ້ຮັບຄວາມເສຍຫາຍໃນຊ່ວງກ່ອນໜ້ານີ້.

ເກົາ ປິງ ເປີດເຜີຍເລື່ອງດັ່ງກ່າວໃນລະ ຫວ່າງການກ່າວສຸນທອນໃນງານ “Huawei Connect”  ເຊິ່ງເປັນງານປະຈຳປີທີ່ຈັດຂື້ນໃນນະຄອນຊ່າງໄຮ(shanghai). ແຕ່ບໍ່ໄດ້ເປີດເຜີຍລາຍລະອຽດກ່ຽວກັບບ່ວງໂສ້ອຸປະທານຂອງ HUAWEI ທີ່ຖືກໂຈມຕີແຕ່ຢ່າງໃດ.

ທີ່ຜ່ານມານັ້ນ HUAWEI ໄດ້ຜະເຊີນແຮງກົດດັນຢ່າງໜັກຈາກສະຫະລັດອາເມຣິກາ ໂດຍເມື່ອເດືອນທີ່ຜ່ານມາສະຫະລັດອາເມຣິກາໄດ້ອອກມາດຕະການຄຸມເຂັ້ມເພິ່ມເຕີມເພື່ອມາຂັດຂວາງ HUAWEI ບໍ່ໃຫ້ເຂົ້າເຖິງອຸປະກອນ chip.

ເມື່ອວັນທີ່ 23 ກັນຍາ 2020 ລັດຖະບານສະຫະລັດອາເມຣິກາໄດ້ອະນຸຍາດໃຫ້ບໍລິສັດ Intel Corp ເຊິ່ງເຮັດໃຫ້ Intel ສາມາດຈັດຫາສິນຄ້າໃຫ້ກັບ HUAWEI ສ່ວນອາທິດທີ່ຜ່ານມາ ບໍລິສັດ Semiconductor Manufacturing International Corporation (SMIC) ເຊິ່ງເປັນຜູ້ຜະລິດ chip ຊັ້ນນໍາຂອງຈີນ ກໍ່ໄດ້ຍື່ນໃບຂໍອະນຸຍາດເພື່ອໃຫ້ບໍລິການຍັງຄົງໃຫ້ບໍລິການແກ່ບໍລິສັດ HUAWEI ໂດຍ (SMIC) ໃຊ້ອຸປະກອນທີ່ນໍາເຂົ້າຈາກສະຫະລັດອາເມຣິກາເພື່ອຜະລິດ chip ໃຫ້ກັບບໍລິສັດ HUAWEI ແລະ ບໍລິສັດອື່ນໆ.

ທັ້ງນີ້ ການທີ່ຄວາມສຳພັນລະຫວ່າງສະຫະລັດອາເມຣິກາ ແລະ ຈີນເປັນໄປຢ່າງຕຶງຄຽດຫຼາຍທີ່ສຸດໃນຮອບຫຼາຍສິບປີເຮັດໃຫ້ສະຫະລັດອາເມຣິກາພະຍາຍາມກົດດັນໃຫ້ລັດຖະບານທົ່ວໂລກບີບ HUAWEI ໂດຍລັດຖະບານຂອງປະທານນາທິບໍດີ ທຣັມ ເບິ່ງເຫັນວ່າ HUAWEI ເປັນໄພຄຸກຄາມຕໍ່ຄວາມໝັ້ນຄົງຂອງສະຫະລັດອາເມຣິກາ ແລະ ເຊື່ອວ່າອຸປະກອນຂອງ HUAWEI ອາດຖືກໃຊ້ເພື່ອເຮັດການຈາລະກໍາຂໍ້ມູນທາງ Cyber ຂະນະທີ່ HUAWEI ປະຕິເສດຂໍ້ກ່າວຫາດັ່ງກ່າວ.

ທີ່ມາ: https://www.ryt9.com/s/iq36/3161177