ໃຕ້ຫວັນ ເຊື່ອອາດເກີດສົງຄາມກັບ ຈີນ ! ວອນນານາຊາດຊ່ວຍຫຼັງອີກຝ່າຍຄຸກຄາມໜັກຂື້ນເລື່ອຍໆ.


  ໂຈເຊບ ອູ໋ ລັດຖະມົນຕີວ່າການກະຊວງການຕ່າງປະເທດຂອງໃຕ້ຫວັນຮຽກຮ້ອງໃຫ້ປະຊາຄົມໂລກຊ່ວຍປົກປ້ອງໃຕ້ຫວັນຈາກໄພຄຸກຄາມທາງທະຫານຈາກຈີນທີ່ເພີ່ມທະວີຄວາມເຂັ້ມຂື້ນເລື່ອຍໆ ແລະ ຢ້ານວ່າຂະນະນີ້ອາດມີຄວາມເປັນໄປໄດ້ທີ່ຈະເກີດສົງຄາມຂື້ນອີກດ້ວຍ.

“ ໃຕ້ຫວັນຢູ່ໃນແນວໜ້າໃນການປົກປ້ອງປະຊາທິປະໄຕ ບໍ່ໃຫ້ຖືກພາກໄປຈາກຈີນຄອມມູນິດ ”.
“ ເຮົາຮູ້ສຶກວ່າປະເທດທີ່ມີແນວຄິດດຽວກັນ ຫຼື ປະເທດທີ່ເປັນປະເທດທີ່ເປັນປະຊາທິປະໄຕຄວນໃຫ້ຄວາມສົນໃຈກັບພື້ນທີ່ນີ້ຫຼາຍຂື້ນ ແລະ ຊ່ວຍກັນ ແລະ ກັນ ເພື່ອໃຫ້ຄວາມຕ້ອງການໃນການຂະຫຍາຍອໍານາດຂອງຈີນຫຍຸດລົງ ”.

ຈີນເຄືອງສະຫະລັດອາເມຣິກາທີ່ສົ່ງຜູ້ນຳລະດັບສູງມາເຍືອນໃຕ້ຫວັນ.

ລັດຖະມົນຕີກະຊວງການຕ່າງປະເທດຂອງໃຕ້ຫວັນຜູ້ນີ້ໃຫ້ຄວາມເຫັນດັ່ງກ່າວ ກ່ອນທີ່ ຄີທ ຄຣອກ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດສະຫະລັດອາເມຮິກາ ດ້ານເສດຖະກິດ ຈະເດີນທາງໄປເຍືອນໃຕ້ຫວັນໃນວັນທີ່ 17 ກັນຍາ 2020 ເປັນເວລາ 2 ມື້.
ອູ໋ ໃຫ້ຄວາມເຫັນອີກວ່າ ການມາເຍືອນເທື່ອນີ້ ຈະຍິ່ງເຮັດໃຫ້ມິດຕະພາບຂອງສະຫະລັດອາເມຣິກາ ແລະ ໃຕ້ຫວັນແໜ້ນແຟ້ນຂື້ນ ທັ້ງຍັງເສີມຄວາມສຳພັນລະຫວ່າງຫຸ້ນສ່ວນທີ່ມີຈຸດມຸ້ງໝາຍດຽວກັນ.
ຄວາມເຫັນຂອງ ອູ໋ ສອດຄ້ອງກັບການຮຽກຮ້ອງກ່ອນໜ້ານີ້ຂອງນາງສາວ ໄຊ່ ອິງ – ເຫວິນ ປະທານນາທິບໍດີໃຕ້ຫວັນທີ່ຕ້ອງການໃຫ້ປະເທດຕ່າງໆຮ່ວມກັນສະແດງຈຸດຢືນຕໍ່ຕ້ານຄວາມກ້າວລ້າວຂອງຈີນ ທີ່ພະຍາຍາມຄຸກຄາມໃຕ້ຫວັນທັ້ງທາງທະຫານ ແລະ ເສດຖະກິດ.
Global Times ສື່ຂອງລັດຖະບານຈີນ ອອກບັນນາທິການສະບັບໜື່ງເມື່ອວານນີ້ 16 ກັນຍາ 2020 ເວົ້າໂຈມຕີໃຕ້ຫວັນວ່າກຳລັງທຳລາຍຄວາມສາມາດທາງທະຫານໃນເຊີງຍຸດທະສາດຂອງຈີນດ້ວຍການເຂົ້າຂ້າງສະຫະລັດອາເມຣິກາເຕັມຕົວ ເຊິ່ງຍິ່ງເພີ່ມຄວາມຂັດແຍ້ງທາງທະຫານໃຫ້ເພີ່ມຂື້ນທັງຍັງລະບຸດ້ວຍວ່າ ການສົ່ງລັດຖະມົນຕີໄປໃຕ້ຫວັນຖືວ່າເປັນການປ່ຽນແປງຄັ້ງຍິ່ງໃຫຍ່ທີ່ສຸດຕໍ່ສະພາບປັດຈຸບັນທີ່ເປັນຢູ່ ແລະ ຈະຍິ່ງເຮັດໃຫ້ຄວາມຕຶງຄຽດລະຫວ່າງຊ່ອງແຄບໃຕ້ຫວັນໜັກເຂົ້າໄປອີກ.
ແມ່ນວ່າພັກຄອມມູນິດຈີນບໍ່ເຄີຍປົກຄອງໃຕ້ຫວັນ ແຕ່ລັດຖະບານຈີນກໍ່ເບິ່ງວ່າໃຕ້ຫວັນເປັນສ່ວນໜື່ງຂອງຈີນ ແລະ ຫາວ່າລັດຖະບານໃຕ້ຫວັນທີ່ນຳພາໂດຍນາງສາວໄຊ່ເປັນກຸ່ມແບ່ງແຍກດິນແດນ.

ທີ່ມາ: https://www.sanook.com/news/8254587/