ເຮືອບິນຢູເຄຣນຕົກ ລູກເຮືອ ແລະ ນັກຮຽນນາຍເຮືອອາກາດ ເສຍຊີວິດ 22 ຄົນ


ເຮືອບິນລຳລຽງກອງທັບອາກາດຢູເຄຣນຕົກ ໄຟລຸກໄໝ້ ຂະນະທີ່ກຳລັງລົງຈອດ ເສຍຊີວິດແລ້ວຢ່າງໜ້ອຍ 22 ຄົນ ສາຫັດ 2 ຄົນ ແລະ ສູນຫາຍ3 ຄົນ ເບື້ອງຕົ້ນຍັງບໍ່ຮູ້ສາເຫດທີ່ຕົກ.

ເມື່ອວັນທີ 26 ກັນຍາ 2020 ສຳນັກຂ່າວ BBC ແລະ Dailymail ລາຍງານເກີດໂສກຄະນາດຕະກໍາທີ່ສະເທືອນໃຈ ເຮືອບິນຂອງກອງທັບອາກາດຢູເຄຣນ ເກີດອຸບັດຕິເຫດຕົກ ແລະ ໄຟລຸກໄຫມ້ ໃກ້ກັບເມືອງ ຊູຄວີບ ທາງຕາເວັນອອກຂອງປະເທດ ເມື່ອວັນສຸກທີ 25 ກັນຍາ ທີ່ຜ່ານມາ ຂະນະທີ່ເຮືອບິນລຳນີ້ກຳລັງຈະຈອດທີ່ສະໜາມບິນຂອງກອງທັບອາກາດເມືອງ ຊູຄວີບ ເປັນເຫດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 22 ຄົນ ໃນຈຳນວນນີ້ລວມທັງນັກຮຽນນາຍເຮືອອາກາດ, ໃນຂະນະທີ່ມີຜູ້ບາດເຈັບສາຫັດອີກ 2 ລາຍ ແລະທີມກູ້ໄພກໍາລັງເລັ່ງຫາຜູ້ສູນຫາຍອີກ 3 ລາຍ.


ຕາມລາຍງານເບື້ອງຕົ້ນຂອງຢູເຄຣນລະບຸວ່າ ເຮືອບິນລຳດັ່ງກ່າວເປັນເຮືອບິນລຳລຽງ Antonov-26 ໄດ້ນຳນັກຮຽນນາຍເຮືອອາກາດ ເດິນທາງມາຈາກມະຫາວິທະຍາໄລກອງທັບອາກາດຊູຄວີບ ເພື່ອມາຝຶກບິນໃນຂະນະທີ່ມີຜູ້ໂດຍສານ ແລະ ລູກເຮືອເທິງເຄື່ອງບິນລວມແລ້ວ 27 ລາຍ.

ທາງການຢູເຄຣນແຈ້ງວ່າ ເຮືອບິນລຳນີ້ໄດ້ປະສົບເຫດຕົກຫ່າງຈາກສະໜາມບິນກອງທັບອາກາດໃນເມືອງ ຊູຄວີບ ປະມານ 2 ກິໂລແມັດ ໂດຍ ອັນຕອນ ເກຣາສເຊນໂກ ລັດຖະມົນຕີກະຊວງພາຍໃນຢູເຄຣນ ບອກກັບນັກຂ່າວເອເອັບພີວ່າເປັນເຫດການທີ່ສ້າງຄວາມຕົກໃຈ ແລະ ຂະນະນີ້ເປັນໄປບໍ່ໄດ້ທີ່ຈະຮູ້ສາເຫດ ແລະ ເຈົ້າໜ້າທີ່ກຳລັງສອບສວນຫາສາເຫດຂອງອຸບັດຕິເຫດຄັ້ງນີ້ ຂະນະທີ່ປະທານາທິບໍດີ ໂວໂລດີເມຍ ຊາເລນສະກີ ແຫ່ງຢູເຄຣນ ຈະລົງພື້ນທີ່ເພື່ອຕິດຕາມຄວາມຄືບໜ້າອຸບັດຕິເຫດທີ່ສະເທືອນໃຈຄັ້ງນີ້. ຫຼັງຈາກສອບສວນໃນເບື້ອງຕົ້ນ ຜູ້ວ່າການພູມມີພາກຊູຄວີບເຜີຍວ່າ ນັກບິນຄົນໜຶ່ງໄດ້ແຈ້ງວ່າ ເຄື່ອງຈັກເຄື່ອງໜຶ່ງຂັດຂ້ອງກ່ອນເຮືອບິນຈະຕົກ ແຕ່ກໍບໍ່ໄດ້ບອກວ່າສະຖານະການຢູ່ຂັ້ນວິກິດ.

BBC ຊີ້ວ່າ ໃນຂະນະນີ້ຍັງບໍ່ມີການບົ່ງຊີ້ວ່າເຮືອບິນຂອງກອງທັບຢູເຄຣນຕົກໃນຄັ້ງນີ້ ກ່ຽວຂ້ອງກັບຄວາມຂັດແຍ່ງໃນພາກຕາເວັນອອກຂອງຢູເຄຣນ ເນື່ອງຈາກເມືອງຊູຄວີບຫ່າງຈາກເຂດແນວໜ້າທີ່ທະຫານຢູເຄຣນເກີດການປະທະກັບກຸ່ມຕິດອາວຸດແບ່ງແຍກດິນແດນທີ່ສະໜັບສະໜຸນລັດເຊຍ ພຽງປະມານ 100 ກິໂລແມັດເທົ່ານັ້ນ.

ແຫຼ່ງທີ່ມາ: https://www.thairath.co.th/news/foreign/1938075