ນາທີລະທຶກຂວັນ ໂຮງງານເຄມີທີ່ຢູ່ໃກ້ກັບ ເມືອງອູຮັນ ລະເບີດຄວັນສີເຫຼືອງລອຍເຕັມທ້ອງຟ້າ ເສຍຊີວິດແລ້ວ 5 ຄົນ.


ວັນທີ່ 29 ກັນຍາ 2020 ເວບໄຊ ເດລີເມລ ລາຍງານ ແລະ ເຜີຍແຜ່ນາທີສຸດລະທຶກຂວັນ ໃນຂະນະທີ່ໂຮງງານເຄມີແຫ່ງໜຶ່ງ ໃນນິຄົມອຸດສາຫະກຳ ເມືອງທຽນເໝີນ ໃກ້ກັບເມືອງອູຮັນ ໃນມົນທົນຫູເປີ່ຍ ປະເທດຈີນ ເກີດລະເບີດຢ່າງຮຸນແຮງ ຈົນເຜີຍໃຫ້ເຫັນກຸ່ມຄວັນສີເຫຼືອງໜາ ລອຍເຕັມຢູ່ເທິງທ້ອງຟ້າເໜືອໂຮງງານຂະໜາດໃຫຍ່.

ທີມກູ້ໄພ ໄດ້ພະຍາຍາມເລັ່ງຊາວຍເຫຼືອຜູ້ຕິດຢູ່ໃນໂຮງງານ ແລະ ລຳລຽງສົ່ງຜູ້ບາດໄປໂຮງໝໍ. ຫຼັງຈາກເກີດການລະເບີດໂຮງງານເຄມີຄັ້ງນີ້ ເຮັດໃຫ້ມີຜູ້ເສຍຊີວິດຈຳນວນ 5 ຄົນ ແລະມີຜູ້ບາດເຈັບອີກ 1 ຄົນ.

ຕາມລາຍງານຂອງ The Beijing News ລະບຸວ່າ ຈາກການເປີດເຜີຍຂອງຄົນໃນພື້ນທີ່ ກ່າວວ່າ ຄວັນສີເຫຼືອງທີ່ລອຍອອກມາຈາກໂຮງງານ ອາດຈະເປັນສິ່ງທີ່ບົ່ງບອກໄດ້ວ່າເກີດການຮົ່ວໄຫຼຂອງ ກົດອາຊິດ ນີຕຣິກ (Nitric).

ໃນຂະນະທີ່ເຈົ້າໜ້າທີ່ທາງການມົນທົນຫູເປີ່ຍແຈ້ງວ່າ ໂຮງງານເຄມີແຫ່ງນີ້ເປັນຂອງບໍລິສັດ Tianmen Chutian Fine Chemical ເຊິ່ງຜະລິດສານເຄມີ Intermediates (ຕົວກາງ) ທີ່ໃຊ້ໃນອຸດສາຫະກໍາປະລິດຢາ.

ກ່ອນຈະເກີດເຫດໂຮງງານເຄມີແຫ່ງນີ້ລະເບີດ ເມື່ອວັນຈັນທີ່ຜ່ານມາ ໂຮງງານແຫ່ງນີ້ຖືກທາງການສັ່ງປັບເງິນເມື່ອເດືອນເມສາທີ່ຜ່ານມາ ຫຼັງຈາກຖືກກວດພົບວ່າຖິ້ມຂີ້ເຫຍື້ອ ແລະ ຂອງເສຍອອກຈາກໂຮງງານໂດຍບໍ່ຖືກຕ້ອງຕາມກົດໝາຍຂໍ້ບັງຄັບ. ນອກຈາກນັ້ນ, ຍັງມີປະຊາຊົນທີ່ຢູ່ໃກ້ເຮືອນຄຽງກັບໂຮງງານ ຮຽກຮ້ອງວ່າ ໄດ້ຮັບຄວາມເດືອດຮ້ອນຈາກກາສທີ່ປ່ອຍອອກຈາກໂຮງງານ ທີ່ກໍ່ໃຫ້ເກີດການຄັນຄາຍຜິວໜັງ.

ແຫຼ່ງທີ່ມາ

https://www.thairath.co.th/news/foreign/1940358