Greenwood ຜູ້ຮ່ວມກໍ່ຕັ້ງຂອງ OneCoin ຖືກຕັດສິນໂທດຈໍາຄຸກ 20 ປີໃນສະຫະລັດສໍາລັບການສໍ້ໂກງ ແລະ ການຟອກເງິນລວມມູນຄ່າ 4 ຕື້ໂດລາ


Karl Sebastian Greenwood ຜູ້ຮ່ວມກໍ່ຕັ້ງ OneCoin ໄດ້ຖືກຕັດສິນໂທດຈໍາຄຸກເປັນເວລາຫຼາຍກວ່າ 20 ປີໃນຂໍ້ຫາສໍ້ໂກງ ແລະ ​ໄດ້ຖືກ​ສັ່ງ​ໃຫ້​ຈ່າຍ​ເງິນຊົດເຊີຍ​ຄືນ 300 ລ້ານ​ໂດ​ລາ​ໃນ​ວັນ​ທີ 20 ກັນຍາ​ນີ້.

Greenwood ຖືກຕັດສິນລົງໂທດຢູ່ໃນສານແຂວງສະຫະລັດ ​ເຂດ​ພາກ​ໃຕ້​ຂອງ​ນິວຢອກ. ໂດຍໃນຖະແຫຼງການຂອງກະຊວງຍຸຕິທໍາ, Damian Williams ທະນາຍຄວາມຂອງສະຫະລັດກ່າວວ່າ “OneCoin ນັ້ນເປັນໜຶ່ງໃນແຜນການການສໍ້ໂກງທີ່ໃຫຍ່ທີ່ສຸດເທົ່າທີ່ເຄີຍມີມາ” ແລະ ໄດ້ຫຼອກລວງເອົາເງິນໄປກວ່າ 4 ຕື້ໂດລາຈາກເຫຍື່ອ 3.5 ລ້ານຄົນ.

Damian Williams ກ່າວຕື່ມວ່າ “ໃນຄວາມເປັນຈິງ, OneCoin ບໍ່ຄືກັບ cryptocurrency ທີ່ຖືກຕ້ອງຕາມກົດໝາຍ ແລະ ມັນບໍ່ມີມູນຄ່າທີ່ແທ້ຈິງ”. ໂດຍ Greenwood ແລະ ຜູ້ຮ່ວມກໍຕັ້ງໄດ້ໃຊ້ຄວາມນິຍົມຂອງ Bitcoin ໃນການຫຼອກລໍ້ໃຫ້ນັກລົງທຶນຊື້ຫຼຽນ OneCoin ໂດຍອ້າງວ່າຫຼຽນດັ່ງກ່າວເປັນສະກຸນເງິນດິຈິຕອນທີ່ຖືກຕ້ອງຕາມກົດໝາຍ.

ຫຼັງຈາກທີ່ພວກເຂົາໄດ້ເງິນມາຈາກການຂາຍຫຼຽນ OneCoin ນັ້ນ ພວກເຂົາກໍໄດ້ເອົາເງິນດັ່ງກ່າວໄປໃຊ້ຟຸມເຟືອຍໃນການກິນ, ທ່ຽວ, ຫຼິ້ນ… ເຊິ່ງໃນເວລາຕໍ່ມາ Greenwood ພ້ອມດ້ວຍຜູ້ຮ່ວມກໍ່ຕັ້ງອື່ນໆກໍໄດ້ຖືກ​ຈັບກຸມໃນເດືອນກໍລະກົດ​ ​ປີ 2018 ທີ່ເກາະສະໝຸຍໃນປະເທດໄທ.

ຫຼັງຈາກນັ້ນພວກເຂົາກໍໄດ້​ຖືກ​ສົ່ງຕົວ​ອອກ​ຈາກ​ປະເທດໄທ ໂດຍພວກເຂົາໄດ້ຮັບສາລະພາບຜິດໃນຂໍ້ຫາສໍ້ໂກງ ແລະ ຟອກເງິນໃນເດືອນທັນວາ ແລະ ອາດໄດ້ຮັບໂທດຈໍາຄຸກເຖິງ 60 ປີ. ໂດຍກ່າວກັນວ່າ ພວກເຂົາເຫຼົ່ານັ້ນສາມາດເຮັດກຳໄລໄດ້ຫຼາຍກວ່າ 300 ລ້ານໂດລາຈາກຄ່າຄອມມິຊັນ 5% ໃນການຂາຍ OneCoin ທັງໝົດ.

ທີ່ມາ:

benzinga

cointelegraph

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/