ປະກາດສ້າງOne Piece ຊີຊັນ2 ຢ່າງເປັນທາງການ ກຽມພົບກັບໝໍສຸດໜ້າຮັກ Tony Tony Chopper


ບໍ່ປ່ອຍໃຫ້ກະແສຫາຍໄປຫຼັງຈາກ One Piece Live Action ຂອງທາງ Netflix ທີ່ໄດ້ອອກສູ່ສາຍຕາຂອງຄົນທົ່ວໂລກໄດ້ກະແສຕອບຮັບເປັນຢ່າງດີ ທັງແຟນມັງງະຕົ້ນສະບັບ ແລະ ຜູ້ຊົມອະນິເມະກໍມັກ ຈົນເຮັດໃຫ້ແຟນໆຕ່າງລໍຄອຍ ພາກຕໍ່ກັນຢ່າງຫຼວງຫຼາຍ.

ຫຼ້າສຸດທາງ Netflix ໄດ້ອອກມາປ່ອຍຄິບພິເສດຈາກທາງ ອາຈານ ໂອດະ ບິດາຜູ້ສ້າງ One Piece ທີ່ອອກມາກ່າວຄຳຂອບໃຈແຟນໆທີ່ໃຫ້ການສະໜັບສະໜູນເປັນຢ່າງດີ ພ້ອມກັບປະກາດສ້າງ One Piece ຊີຊັນ 2 ຢ່າງເປັນທາງການ ກ່ອນທີ່ອາຈານຈະໄດ້ແຕ້ມຮູບໝໍປະຈຳເຮືອໝວກຟາງທີ່ເຮົາຮູ້ຈັກກັນດີນັ້ນຄື Tony Tony Chopper.

ກ່ອນໜ້ານີ້ທາງ Marty Adelstein ໜຶ່ງໃນຜູ້ບໍລິຫານຂອງ Tomorrow Studios ເຄີຍອອກມາໃຫ້ສຳພາດວ່າ ບົດຂອງ One Piece ຊີຊັນ 2 ນັ້ນໄດ້ສຳເລັດເປັນທີ່ຮຽບຮ້ອຍ ແລະ ຫາກເຫດການປະທ້ວງຂອງ SAG-AFTRA ສິ້ນສຸດລົງຍາມໃດ ພວກເຂົາກໍຈະເດີນໜ້າຖ່າຍທຳທັນທີໂດຍຄາດການວ່າຈະໃຊ້ເວລາຖ່າຍທຳປະມານ 12-18 ເດືອນ.

ແຟນໆໂຈນສະລັດທັງຫຼາຍ ເຮົາມາຖ້າເບິ່ງກັນວ່າ ທາງຜູ້ສ້າງ ແລະ ທີມງານຈະສ້າງສັນຕົວລະຄອນຂອງໝໍປະຈຳເຮືອໝວກຟາງຜູ້ໜ້າຮັກຢ່າງ Tony Tony Chopper ແນວໃດ ຕ້ອງຕິດຕາມກັນຕໍ່ໄປ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/