ກຳປູເຈຍ ຍົກລະດັບໃຫ້ກ້າວເປັນປະເທດມີລາຍໄດ້ສູງ ໃນປີ 2050


ກຳປູເຈຍ ເປັນປະເທດທີ່ເຄີຍພົບກັບໄພສົງຄາມນັບເປັນເວລາຫຼາຍປີມາແລ້ວ ແຕ່ເມື່ອບໍ່ດົນມານີ້ ໄດ້ມີຄວາມກ້າວໜ້າໃນຫຼາຍດ້ານ ແຕ່ຍັງເປັນບາດກ້າວທີ່ຍັງຢູ່ໃນລະດັບປານກາງ ຍັງບໍ່ທັນມີການຈະເລີນເຕີບໂຕທາງດ້ານເສດຖະກິດຫຼາຍເທົ່າທີ່ຄວນ. ຜູ້ນຳຄົນໃໝ່ຂອງກຳປູເຈຍ ໄດ້ເນັ້ນຄວາມຈຳເປັນທີ່ຕ້ອງປົກປ້ອງຄວາມສະຫງົບ ແລະ ເລັ່ງພັດທະນາປະເທດ ເພື່ອບັນລຸເປົ້າໝາຍທີ່ຈະກາຍເປັນປະເທດລາຍໄດ້ສູງ.

ວິໄສທັດຂອງຜູ້ນຳປະເທດກຳປູເຈຍ ໄດ້ເນັ້ນໄປ 3 ເລື່ອງໃນການພັດທະນາເຊັ່ນ: ການພັດທະນາມະນຸດ, ການສົ່ງເສີມດິຈິຕອນ ແລະ ສົ່ງເສີມຄວາມຄວບຄຸມ ແລະ ຄວາມຍືນຍົງ. ໃນ 3 ຫຼັກນີ້ ເປັນສ່ວນປະກອບທີ່ສຳຄັນຕໍ່ເສັ້ນທາງຂອງກຳປູເຈຍ ທີ່ຈະເດີນສູ່ສະຖານະປະທດລາຍໄດ້ສູງ.

ສຳລັບການພັດທະນາມະນຸດ ໄດ້ເນັ້ນເຖິງຄວາມສຳຄັນຂອງການລົງທຶນ ໃນການສຶກສາ ແລະ ທັກສະການເຝິກອົບຮົມ ເພື່ອເສີມສ້າງແຮງງານທີ່ມີທັກສະສູງ ໂດຍການຕິດອາວຸດໃຫ້ຊາວກຳປູເຈຍ ດ້ວຍຄວາມຮູ້ ແລະ ທັກສະທີ່ຈຳເປັນ ຈະເຮັດໃຫ້ປະເທດສາມາດດຶງດູດການລົງທຶນຫຼາຍຍິ່ງຂຶ້ນ ແລະ ສ້າງງານທີ່ມີມູນຄ່າສູງ.

ການສົ່ງເສີມດິຈິຕອນ ມີບົດບາດທີ່ສຳຄັນ ເປັນຕົວຊຸກຍູ້ຄວາມເຕີບໂຕ ແລະ ນະວັດຕະກຳ ໂດຍມີຄວາມຈຳເປັນຢ່າງຍິ່ງ ທີ່ຕ້ອງຮັບພັດທະນາດິຈິຕອນ ແລະ ໃຊ້ສັກກະຍະພາບຂອງເຕັກໂນໂລຊີເຫຼົ່ານີ້ມາປ່ຽນແປງອຸດສາຫະກຳຕ່າງໆ ເຊິ່ງລວມເຖິງກະເສດ ການທ່ອງທ່ຽວ ແລະ ການຜະລິດ. ໂດຍການໃຊ້ປະໂຫຍດຈາກພະລັງຂອງເຕັກໂນໂລຊີ ຈະຊ່ວຍໃຫ້ກຳປູເຈຍພັດທະນາຜະລິດໃຫ້ດີຍິ່ງຂຶ້ນ ປັບປຸງຄວາມມີປະສິດທິພາບ ແລະ ສ້າງໂອກາດໃໝ່ໆໃຫ້ແກ່ປະຊາຊົນ.

ການສົ່ງເສີມການຄວບຄຸມ ແລະ ຄວາມຍືນຍົງ ໄດ້ຮັບຮູ້ເຖິງຄວາມສຳຄັນຂອງການຮັບຮອງວ່າການຈະເລີນເຕີບໂຕທາງເສດຖະກິດ ຈະໃຫ້ປະໂຫຍດແກ່ທຸກຄົນກຸ່ມໃນສັງຄົມ ແລະ ບໍ່ຖິ້ມໃຜໄວ້ທາງຫຼັງ. ພ້ອມເນັ້ນຄວາມຈຳເປັນຂອງການພັດທະນາທີ່ສະເໝີພາກ ການຫຼຸດຄວາມທຸກຍາກ ການຄຸ້ມຄອງທາງສັງຄົມ ເພື່ອສ້າງສັງຄົມທີ່ເທົ່າທຽມ.

ຂໍ້ມູນຈາກ:

AEC Connect

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/