ຄູ່ຄ້າສຳຄັນ! ຈີນຄອງສະຖານະຄູ່ການຄ້າລາຍໃຫຍ່ອັນດັບໜຶ່ງຂອງອາຊຽນ 14 ປີຕິດຕໍ່ກັນ


ສປ ຈີນ ຄອງສະຖານະຄູ່ການຄ້າລາຍໃຫຍ່ອັນດັບໜຶ່ງຂອງອາຊຽນ 14 ປີຕິດຕໍ່ກັນ ດ້ວຍມູນຄ່າການນຳເຂົ້າ ແລະ ສົ່ງອອກໃນປີ 2022 ທີຜ່ານມານີ້ ສາມາດບັນລຸໄດ້ເຖິງ 6,520 ຕື້​ຢວນ (970 ຕື້​ໂດ​ລາ​ສະຫະລັດ) ​ໃນ​ປີ 2022, ​ເພີ່ມ​ຂຶ້ນ 15% ເມື່ອທຽບປີກ່ອນໜ້ານີ້.

ໂດຍໃນເວລາຕອບຄໍາຖາມນັກຂ່າວໃນກອງປະຊຸມຖະແຫຼງຂ່າວເມື່ອວັນທີ 14 ກັນຍານີ້, ທ່ານນາງ ເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນຢືນຢັນວ່າ: ຈີນໄດ້ຄອງຖານະຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງອາຊຽນ 14 ປີຕິດຕໍ່ກັນ, ສ່ວນອາຊຽນເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງຈີນເປັນເວລາ 3 ປີຕິດຕໍ່ກັນແລ້ວ.

ອີງຕາມການລາຍງານຂອງໜັງສືພິມ Global Times ເຫັນວ່າ ໃນປີ 2022 ທີ່ຜ່ານມາ ການ​ນຳ​ເຂົ້າ​ ແລະ​ ສົ່ງ​ອອກ​ຂອງ​ຈີນ​ໄປ​ອາ​ຊຽນ​ມີ​ເຖິງ 6.520 ຕື້​ຢວນ, ​ເພີ່ມ​ຂຶ້ນ 15% ຈາກປີ 2021. ​ໃນ​ນັ້ນ, ການ​ສົ່ງ​ອອກ​ບັນລຸ 3,790 ຕື້​ຢວນ, ​ເພີ່ມ​ຂຶ້ນ 21,7%, ການ​ນຳ​ເຂົ້າ​ບັນລຸ 2.730 ​ຕື້​ຢວນ, ​ເພີ່ມ​ຂຶ້ນ 6,8%

https://www.facebook.com

https://www.globaltimes.cn

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/