Google ອັບເດດນະໂຍບາຍໃໝ່ ກຽມທີ່ຈະລຶບບັນຊີທີ່ບໍ່ມີການເຄື່ອນໄຫວ ຫຼື ບໍ່ໄດ້ເຂົ້າໃຊ້ດົນເກີນ 2 ປີ


ກ່ອນໜ້ານີ້ໃນຕົ້ນປີ 2020, Google ໄດ້ມີນະໂຍບາຍທີ່ຈະລຶບບັນຊີ Gmail ທີ່ບໍ່ໄດ້ເຄື່ອນໄຫວມາເປັນເວລາດົນຢ່າງໜ້ອຍ 2 ປີ. ໂດຍບັນຊີດັ່ງກ່າວທີ່ຖືກລຶບຈະບໍ່ສາມາດເຂົ້າໃຊ້ງານໄດ້ອີກ ລວມເຖິງການກູ້ຄືນຂໍ້ມູນຕ່າງໆເຊັ່ນ: ປະຕິທິນ, Drive ແລະ ການບໍລິການເກັບຮັກສາໄຟລ໌ຮູບພາບ.

ທັງນີ້ Google ຈະເລີ່ມຕົ້ນນະໂຍບາຍດັ່ງກ່າວໃນເດືອນ ທັນວາ ປີ 2023 ຫຼື ອາດຈະໄວກວ່ານັ້ນ, ໂດຍທາງ Google ຈະສົ່ງການແຈ້ງເຕືອນໄປຫາອີເມວຫຼັກ ແລະ ອີເມວສຳຮອງເພື່ອແຈ້ງເຕືອນເຈົ້າຂອງບັນຊີກ່ອນທີ່ຈະລຶບບັນຊີອອກຖາວອນໃນເດືອນທັນວາ ປີ 2023.

ນະໂຍບາຍນີ້ຈະກວມເອົາພຽງແຕ່ບັນຊີຜູ້ໃຊ້ທົ່ວໄປເເບບສະໝັກຟຣີ. ໂດຍບັນຊີຢ່າງເປັນທາງການຮູບແບບທຸລະກິດ ເເລະ ສະຖານທີ່ສຶກສາຈະບໍ່ຖືກລຶບ.

ນີ້ແມ່ນວິທີງ່າຍໆທີ່ຈະເຮັດບັນຊີ Gmail ທີ່ບໍ່ມີການເຄື່ອນໄຫວມາເປັນເວລາ 2 ປີ ບໍ່ຖືກລຶບຖາວອນຄື:

  • ເຂົ້າສູ່ລະບົບບັນຊີ Gmail ເປັນໄລຍະ.
  • ໃຊ້ການບໍລິການຂອງ Google ເຊັ່ນ: Google Drive, YouTube, Google Play, Google Search Engine ແລະ Google Photo.
  • ເຂົ້າສູ່ລະບົບການບໍລິການພາຍນອກ ຫຼື ແອັບພິເຄຊັນທີ່ເຊື່ອມຕໍ່ກັບບັນຊີ Google

ຢ່າງໃດກໍຕາມ, ການຕັດສິນໃຈທີ່ຈະລຶບບັນຊີ Google ທີ່ບໍ່ໄດ້ເຄື່ອນໄຫວມາເປັນເວລາດົນ ເເມ່ນການຕັດສິນໃຈພາຍໃຕ້ການຮັກສາຄວາມປອດໄພ. ເນື່ອງຈາກບັນຊີທີ່ບໍ່ເຄື່ອນໄຫວ ມັກມີລະຫັດຜ່ານເກົ່າ, ລະຫັດຜ່ານທີ່ຊ້ຳກັນ ເຊິ່ງມີຄວາມສ່ຽງຕໍ່ການໂຈມຕີທາງອິນເຕີເນັດ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/