ໃນປີ 2022 ທີ່ຜ່ານມາ ສປປ ລາວ ມີມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ເກີນດຸນໄປຫຼາຍກວ່າ 1.300 ລ້ານໂດລາ


ໃນປີ 2022 ທີ່ຜ່ານມາ ຖືເປັນອີກໜຶ່ງປີ ທີ່ ສປປ ລາວເຮົາຕ້ອງປະເຊີນກັບສິ່ງທ້າທາຍຫຼາຍຢ່າງ ທັງການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ແລະ ບັນຫາທາງດ້ານເສດຖະກິດ, ລາຄານໍ້າມັນ ອັດຕາເງິນເຟີ້ ແຕ່ຢ່າງໃດກໍຕາມ ອີງຕາມການລາຍງານຂອງ ສູນຂໍ້ມູນຂ່າວສານທາງການຄ້າຂອງ ສປປ ລາວ ຍັງເຫັນວ່າ ໃນປີທີ່ຜ່ານມາ ສປປ ລາວ ມີມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ເກີນດຸນໄປຫຼາຍກວ່າ 1.300 ລ້ານໂດລາ.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ປະຈໍາ ປີ 2022 ບັນລຸໄດ້ ປະມານ 15.000 ລ້ານໂດລາ. ໃນນີ້, ມູນຄ່າການສົ່ງອອກ ມີປະມານ 8.198 ລ້ານໂດລາ, ມູນຄ່າການນໍາເຂົ້າ ປະມານ 6.808 ລ້ານໂດລາ ແລະ ເກີນດຸນການຄ້າ ປະມານ 1.390 ລ້ານໂດລາ.

ສິນຄ້າສົ່ງອອກທັງໝົດ ປະມານ 8.198 ລ້ານໂດລາ. ໃນນີ້, ສິນຄ້າສົ່ງອອກ 10 ອັນດັບ ໄດ້ແກ່: ​ໄຟຟ້າ ປະມານ 2.358 ລ້ານໂດລາ, ຄຳປະສົມ ແລະ ຄຳແທ່ງ ປະມານ 805 ລ້ານໂດລາ, ເຈ້ຍ ປະມານ 491 ລ້ານໂດລາ, ເຍື່ອໄມ້ ແລະ ເສດເຈ້ຍ ປະມານ 360 ລ້ານໂດລາ, ແຮ່ທອງ ປະມານ 336 ລ້ານໂດລາ, ​ຢາງ​ພາ​ລາ ປະມານ 336 ລ້ານໂດລາ, ມັນຕົ້ນ ປະມານ 329 ລ້ານໂດລາ, ເກືອກາລີ ​ປະມານ 320 ລ້ານໂດລາ, ເຄື່ອງ​ນຸ່ງ​ຫົ່ມ ປະມານ 254 ລ້ານໂດລາ ແລະ ນໍ້າຕານ ປະມານ 236 ລ້ານໂດລາ.

ສິນຄ້ານຳເຂົ້າທັງໝົດ ປະມານ 6.808 ລ້ານໂດລາ. ໃນນີ້, ສິນຄ້ານໍາເຂົ້າ 10 ອັນດັບ ໄດ້ແກ່: ນ້ຳມັນກາຊວນ ປະມານ 953 ລ້ານໂດລາ, ອຸປະກອນກົນຈັກ ປະມານ 572 ລ້ານໂດລາ, ພາຫະນະທາງບົກ ປະມານ 454 ລ້ານໂດລາ, ເຍື່ອໄມ້ ແລະ ເສດເຈ້ຍ ປະມານ 323 ລ້ານໂດລາ, ວັດ​ຖຸ​ມີ​ຄ່າ ປະມານ 286 ລ້ານໂດລາ, ​ເຄື່ອງ​ດື່ມ ປະມານ 248 ລ້ານໂດລາ, ນ້ຳມັນແອັດຊັງ ປະມານ 238 ລ້ານໂດລາ,  ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ ປະມານ 227 ລ້ານໂດລາ, ນໍ້າຕານ ປະມານ 225 ລ້ານໂດລາ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍພລາສຕິກ ປະມານ 206 ລ້ານໂດລາ.

ໂດຍ ປະເທດທີ່ ສປປ ລາວ ສົ່ງອອກຫຼາຍ 5 ອັນດັບ ໄດ້ແກ່ ປະເທດໄທ ປະມານ 2.940 ລ້ານໂດລາ, ຈີນ ປະມານ 2.238 ລ້ານໂດລາ, ຫວຽດນາມ ປະມານ 1.355 ລ້ານໂດລາ, ອອສເຕຣເລຍ ປະມານ 395 ລ້ານໂດລາ ແລະ ກໍາປູເຈຍ ປະມານ 185 ລ້ານໂດລາ. ສ່ວນ ປະເທດ ທີ່ ສປປ ລາວ ນໍາເຂົ້າຫຼາຍ 5 ອັນດັບ ໄດ້ແກ່: ໄທ ປະມານ 3.377 ລ້ານໂດລາ, ຈີນ ປະມານ 1.646 ລ້ານໂດລາ, ຫວຽດນາມ ປະມານ 423 ລ້ານໂດລາ, ສະຫະລັດ ອາເມຣິກາ ປະມານ 311 ລ້ານໂດລາ, ສະວິດເຊີແລນ ປະມານ 282 ລ້ານໂດລາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/