ພັກກ້າວໄກ ເປີດຫ້ອງ Discord “ກ້າວ Geek” ລວມຕົວຄົນ Geek ເພື່ອສະເໜີໄອເດຍໃນການພັດທະນາປະເທດ


ຫຼັງ​ຈາກ​ທີ່ພັກ​ກ້າວໄກ​ໄດ້ປະ​ກາດ​ໄຊ​ຊະ​ນະ​ ດ້ວຍ​ຄະ​ແນນ​ສຽງທີ່​ເປັນ​ອັນ​ດັບ 1 ຈາກການລົງຄະເເນນຂອງ​ປະ​ຊາ​ຊົນ​ໃນ​ການເລືອກຕັ້ງ​ລັດ​ຖະ​ບານ​ຫຼ້າ​ສຸດ.

ພັກກ້າວໄກກໍເປີດຫ້ອງ Discord ເຊິ່ງເປັນຊ່ອງທາງການສື່ສານທີ່ນິຍົມໃນປັດຈຸບັນທີ່ມີຊື່ວ່າ “ກ້າວ Geek” ເພື່ອເປັນພື້ນທີ່ສາທາລະນະໃຫ້ເເກ່ທຸກຄົນເພື່ອສະເໜີ ເເລະ ລະດົມໄອເດຍໃນການເເກ້ໄຂຕໍ່ນະໂຍບາຍເທັກໂນໂລຢີຕ່າງໆ ເພື່ອພັດທະນາປະເທດຫຼັງຂຶ້ນເປັນລັດຖະບານຊຸດຕໍ່ໄປ.

ໃນວັນ​ອັງຄານ​ທີ່ຜ່ານມາ, ທ່ານ ນັດ​ຕະພົງ ​ເຣືອງ​ປັນຍາ​ວຸດ​ ສ.ສ ພັກກ້າວໄກ ໄດ້ໂພສລົງໃນເຟສບຸກສ່ວນຕົວ ໂດຍຖາມກ່ຽວກັບເຄື່ອງມືທີ່ສາມາດໃຊ້ເພື່ອ “ຕິດຕາມ​ ແລະ​ ສະ​ແດງ​ຄວາມ​ຄືບ​ໜ້າ” ​ແນວທາງ​ນະ​ໂຍບາຍ​ຂອງ​ພັກກ້າວໄກທັງ 300 ນະໂຍບາຍ ເເລະ ສິ່ງນີ້ໄດ້ນຳໄປສູ່ການສ້າງຫ້ອງ Discord ຂຶ້ນຊື່ວ່າ “ກ້າວ Geek” ໂດຍມີຈຸດປະສົງເພື່ອເປັນບ່ອນສາທາລະນະ​ໃຫ້​ປະຊາຊົນ​ໄທ​ທຸກ​ຄົນ​ໄດ້​ແລກປ່ຽນ​ຄວາມ​ຄິດ​ເຫັນ, ວິທີການ​ແກ້​ໄຂ ​ຫຼື ​ແລກປ່ຽນ​ບັນຫາ​ສັງຄົມ​ທີ່​ພັກ​ຢາກ​ກ້າວ​ໄປ​ນຳເບິ່ງເພື່ອ​ແກ້​ໄຂ.

ທັງນີ້ ທ່ານ ນັດຕະພົງ ກ່າວຕື່ມອີກວ່າ “ໃຜທີ່ຢາກເຂົ້າມາມີສ່ວນຮ່ວມຫຼາຍ, ມີເວລາ, ແຮງງານ ແລະ ຊັບພະຍາກອນ, ພວກເຮົາຈະດຶງພວກເຂົາເຂົ້າໄປໃນຫ້ອງເຮັດວຽກຮ່ວມກັນ”

ໃນຫ້ອງ Discord “ກ້າວ Geek” ໄດ້​ແບ່ງ​ຫ້ອງ​ທີ່​ມີ​ຊ່ອງ​ທາງ​ການ​ສື່​ສານ​ຕ່າງໆ ຄື:

  • Onboarding ຫ້ອງແນະນຳຕົນເອງ
  • General ຫ້ອງສື່ສານ ທີ່ ສ.ສ ນັດ​ຕະພົງ ຢາກນໍາສະເໜີ.
  • Projects ຫ້ອງສໍາລັບການເເນວຮ່ວມເພື່ອຊ່ວຍເຫຼືອໃນການເຮັດວຽກ
  • ຫ້ອງທົ່ວໄປ ສໍາລັບການສົນທະນາໂອ້ລົມເລື່ອງມ່ວນຫົວ.
  • ຫ້ອງເຮັດວຽກ ທີ່ມີຫ້ອງຍ່ອຍຫົວຂໍ້ຕ່າງໆ ໄວ້ລະດົມຄວາມຄິດເຫັນໂດຍສະເພາະເຊັ່ນ: Cybersecurity, Data Integration, Digital ID, Blockchain, Privacy Tracking ແລະ ອື່ນໆ.

ການສ້າງຫ້ອງ Discord ກໍເພື່ອເປີດຮັບຟັງ ເເລະ ເເລກປ່ຽນຄວາມຄິດເຫັນໂດຍພັກການເມືອງ ຖືວ່າເປັນອີກຊ່ອງທາງໜຶ່ງເພື່ອໃຫ້ພັກການເມືອງມີທ່າອ່ຽງວ່າຈະໄດ້ຂຶ້ນເປັນລັດຖະບານສູງ ເເລະ ໄດ້ໃກ້ຊິດກັບປະຊາຊົນຫຼາຍຂຶ້ນ.

ຢ່າງໃດກໍຕາມ, ຜົນການເລືອກຕັ້ງທີ່ອອກມາໃນຄັ້ງນີ້ ຍັງບໍ່ສາມາດຢືນຢັນໄດ້ວ່າ ພັກ​ໃດ​ຈະ​ຂຶ້ນ​ເປັນ​ລັດ​ຖະ​ບານ​ຕໍ່​ໄປ, ດັ່ງ​ນັ້ນ​ເຮົາ​ຈຶ່ງຕ້ອງ​ຕິດຕາມຕໍ່ໄປ​ວ່າ​ໃຜ​ ຈະ​ໄດ້ຂຶ້ນເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ທີ 30 ຂອງປະເທດໄທ.

ສຳລັບໃຜທີ່ຕ້ອງການຢາກເຂົ້າ Discord ສາມາດກົດເຂົ້າລິ້ງນີ້ໄດ້ເລີຍ : https://discord.gg/AxcTxTND

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/