“Fountain” ໂຖສຸຂະພັນຊາຍທີ່ສັ່ນສະເທືອນວົງການສິລະປະ


ໃນສະຕະວັດທີ 20 ທີ່ New York ສະຫະລັດອາເມຣິກາ, ກຸ່ມ The Society of Independence Artist ໄດ້ປະກາດວ່າຈະມີການຈັດວາງສະແດງງານສິລະປະໃຫ້ແກ່ສິລະປິນທຸກຄົນ ໂດຍບອກວ່າຈະເປີດຮັບທຸກຮູບແບບຂອງຜົນງານ ໂດຍມີເງື່ອນໄຂພຽງແຕ່ໃຫ້ຜູ້ທີ່ຕ້ອງການຈະວາງສະແດງນັ້ນເສຍຄ່າສະໝັກ.

ດັ່ງນັ້ນ ຈຶ່ງໄດ້ມີສິລະປິນຜູ້ໜຶ່ງສົ່ງຜົນງານ ໂຖສຸຂະພັນຊາຍວາງກັບດ້ານ ເຂົ້າໄປຄັດເລືອກ ພ້ອມເຊັນຊື່ວ່າ “R.MUTT 1917” ແລະໃສ່ຊື່ຜົນງານນັ້ນວ່າ Fountain ເຊິ່ງຜົນງານຂອງລາວໄດ້ຖືກປະຕິເສດຈາກຄະນະກຳມະການ ແລະ ບໍ່ໃຫ້ວາງສະແດງ ພ້ອມທັງບອກວ່າແບບນີ້ມັນບໍ່ເອີ້ນວ່າງານສິລະປະ.

ພາຍຫຼັງ ຄະນະກຳມະການໄດ້ຮັບຮູ້ວ່າເຈົ້າຂອງຜົນງານສຸຂະພັນຊາຍ Fountain ນັ້ນ ແມ່ນຂອງ Marcel Duchamp ທີ່ເປັນໜຶ່ງໃນຜູ້ຈັດງານເອງ. ລາວໃຊ້ຊື່ປອມວ່າ R.MUTT ເພື່ອຢາກພິສູດວ່າ ຄະນະກຳມະການທີ່ບອກວ່າຕົນເອງພ້ອມເປີດຮັບຜົນງານທູກຮູບແບບ ແຕ່ສຸດທ້າຍກໍຍັງໃຫ້ສິລະປະຢູ່ພາຍໃນຂອບເຂດຄວາມງາມພາຍນອກຄືເກົ່າ.

ຂັ້ນຕອນຜົນງານ Fountain ຂອງ Marcel Duchamp ແມ່ນລາວໄດ້ໄປຊື້ໂຖສຸຂະພັນ ແລະເຊັນຊື່ພ້ອມວັນທີລົງໄປ, ເຫັນແບບນີ້ແລ້ວທຸກຄົນກໍຄົງຈະເກີດຄວາມສົງໃສວ່າ: “ມັນເອີ້ນໄດ້ວ່າເປັນງານສິລະປະແລ້ວຫວາ?”

ໂລກເຮົານັບມື້ນັບຍ່າງໄປທາງໜ້າ, ສິລະປະເອງກໍນັບມື້ນັບຕ້ອງການແຫກກົດ ແລະ ນີ້ກໍເປັນຈຸດທີ່ເຮັດໃຫ້ຂອບເຂດນິຍາມສິລະປະກວ້າງຂຶ້ນໄປຕື່ມ. ໂດຍງານ Fountain ນີ້ໄດ້ເປັນສັນຍະລັກຂອງສິລະປະໃຫ້ແກ່ສະຕະວັດທີ 20 ຍ້ອນຜົນງານດັ່ງກ່າວບໍ່ໄດ້ຕ້ອງການຈະສື່, ແຕ່ຕ້ອງການຕັ້ງຄຳຖາມວ່າ ງານສິລະປະ ຈຳເປັນຕ້ອງເປັນງານທີ່ປັ້ນ ຫຼື ລະບາຍອອກມາໃຫ້ງາມເທົ່ານັ້ນບໍ?

ສິລະປະແບບທີ່ Duchamp ເຮັດແມ່ນເອີ້ນວ່າ “Readymade” ຄືການເອົາວັດຖຸສິ່ງຂອງທຳມະດາທົ່ວໄປມາຈັດວາງສະແດງໂດຍສິລະປິນ ເພື່ອສະແດງໃຫ້ເຫັນວ່າ ງານສິລະປະບໍ່ແມ່ນຢູ່ທີ່ສິ່ງຂອງຈັບບາຍໄດ້ ຫຼື ຮູບລັກສະນະ ແຕ່ເປັນໄອເດຍຄວາມຄິດຂອງສິລະປິນ.

Duchamp ໄດ້ເປັນຜູ້ທີ່ຈຸດປະກາຍໃຫ້ເກີດງານສິລະປະທີ່ເອີ້ນວ່າ Conceptual Art ຫຼື ສິລະປະແນວຄວາມຄິດ ຂຶ້ນມາ. ເປັນບາດກ້າວໃຫຍ່ອີກກ້າວໃຫ້ແກ່ວົງການສິລະປະ ໄດ້ທຳລາຍກຳແພງຂອງຄວາມງາມພາຍນອກຕ່າງໆ ແລະ ກະຈາຍໄປສູ່ຄວາມຫຼາກຫຼາຍອອກໄປນອກຂອບເຂດວ່າ ງານສິລະປະບໍ່ຈຳເປັນຕ້ອງຢູ່ໃນພິພິຕະພັນເພື່ອວາງສະແດງ ແຕ່ສາມາດເປັນແຜ່ນປ້າຍໂຄສະນາຢູ່ຕາມທາງກໍໄດ້.

ທີ່ມາ: https://bit.ly/3AlUIEJ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/