ເວທີຮັບຮາງວັນໃນງານ Tokyo Olympics 2020 ເຮັດມາຈາກພລາສຕິກຣີໄຊເຄິນ ແລະ ພິມອອກມາໃນຮູບແບບ 3D


ໃນງານ Tokyo Olympics 2020 ສິ່ງໜຶ່ງທີ່ໂດດເດັ່ນນອກຈາກການແຂ່ງຂັນກິລາ ນັ້ນກໍຄືສິ່ງປະດິດ-ສິ່ງອຳນວຍຄວາມສະດວກຕ່າງໆ ທີ່ຍີ່ປຸ່ນຜະລິດຂຶ້ນມາຈາກການຣີໄຊເຄິນວັດສະດຸເກົ່າ ແມ່ນແຕ່ເວທີຮັບຮາງວັນຂອງນັກກິລາເອງກໍເຊັ່ນກັນ.

ເວທີຮັບຮາງວັນດັ່ງກ່າວ ເປັນຜົນງານການອອກແບບຂອງ Asao Tokolo ເຊິ່ງເຮັດມາຈາກພລາສຕິກໃນເຮືອນທີ່ປະຊາຊົນທົ່ວປະເທດຮ່ວມມືກັນສົ່ງມາບໍລິຈາກເຊັ່ນ: ຕຸກນ້ຳຢາຊັກຜ້າ 400,000 ຕຸກ, ຜ່ານກ່ອງຮັບບໍລິຈາກ 2,000 ກ່ອງທີ່ຕິດຕັ້ງໄວ້ຕາມຫ້າງຮ້ານ ແລະ ໂຮງຮຽນຕ່າງໆທົ່ວປະເທດ, ລວມທັງໝົດຫຼາຍເຖິງ 24.5 ໂຕນ ແລ້ວເອົາມາຣີໄຊເຄິນ. ຫຼັງຈາກນັ້ນກໍຂຶ້ນຮູບໂດຍໃຊ້ເຄື່ອງພິມ 3 ມິຕິ ມີທັງໝົດ 98 ອັນ.

ຜູ້ຈັດງານອະທິບາຍວ່າ “ເວທີຮັບຮາງວັນນີ້ຖືກສ້າງຂຶ້ນ ໂດຍມີຈຸດປະສົງເພື່ອສະແດງໃຫ້ໂລກໄດ້ເຫັນເຖິງແນວທາງຕ່າງໆໃນສັງຄົມທີ່ຍືນຍົງ ແລະ ເຮັດໃຫ້ປະຊາກອນຍີ່ປຸ່ນທັງໝົດມີສ່ວນຮ່ວມໃນຂະບວນການຜະລິດເປັນຄັ້ງທຳອິດໃນປະຫວັດສາດ”

ຂອບໃຈຂໍ້ມູນຈາກ: https://bit.ly/2VuLRSi

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/