ປົກເວັບ 11

ສຳນັກງານສືບສວນກາງສະຫະລັດ (FBI) ປະກາດຍົກລະດັບການກວາດລ້າງເຄືອຂ່າຍສະແກັມເມີ ແລະ ອົງກອນອາດຊະຍາກຳຂ້າມຊາດ ທີ່ກຳລັງແຜ່ລະບາດໃນລາວ ແລະ ພາກພື້ນອາຊີຕາເວັນອອກສຽງໃຕ້ ໂດຍຊີ້ວ່າມີການນຳໃຊ້ເຕັກໂນໂລຊີຂັ້ນສູງຈົນກາຍເປັນອຸດສາຫະກຳຫຼອກລວງຂະໜາດໃຫຍ່ ທີ່ສ້າງຄວາມເສຍຫາຍໃນລະດັບທີ່ມາເຟຍສະຕະວັດກ່ອນຍັງຕ້ອງອິດສາ.

“ພວກເຮົາຮູ້ວ່າພວກເຈົ້າແມ່ນໃຜ, ຮູ້ວ່າພວກເຈົ້າເຮັດວຽກແນວໃດ, ແລະ ພວກເຮົາຈະຮ່ວມມືກັບພັນທະມິດຕຳຫຼວດໃນພາກພື້ນ ເພື່ອໄລ່ລ່າ ແລະ ນຳໂຕພວກເຈົ້າມາລົງໂທດຕາມກົດໝາຍໃຫ້ໄດ້.” ທ່ານ Andrew Bailey ຮອງຜູ້ອຳນວຍການຂອງ FBI ຝາກຂໍ້ຄວາມເຖິງກຸ່ມສະແກມເມີ ໃນໂອກາດ ຖະແຫຼງຂ່າວທາງອອນລາຍ ວັນທີ 10 ມິຖຸນາ

ທ່ານ Andrew ໄດ້ອະທິບາຍເຖິງພາບລວມຂອງເຄືອຂ່າຍອາຊະຍາກຳຂ້າມຊາດ ທີ່ກຳລັງຝັງຮາກເລິກຢູ່ໃນພື້ນທີ່ອາຊີຕາເວັນອອກສຽງໃຕ້ ລວມເຖິງປະເທດລາວ, ມຽນມາ, ກຳປູເຈຍ, ຫວຽດນາມ ແລະ ໄທ. ໂດຍລະບຸວ່າ ໄພຄຸກຄາມດັ່ງກ່າວບໍ່ໄດ້ຈຳກັດຢູ່ພຽງແຕ່ການຫຼອກລວງທາງໂທລະສັບແບບເດີມໆອີກຕໍ່ໄປ, ແຕ່ມັນໄດ້ວິວັດທະນາການກາຍເປັນອົງກອນອາດຊະຍາກຳຂະໜາດໃຫຍ່ ທີ່ສູບເອົາເງິນເກັບທັງຊີວິດຂອງຜູ້ຄົນໄປຫຼາຍຕື້ໂດລາ.

ຮອງອຳນວຍການ FBI ໄດ້ປຽບເປີຍເຖິງຄວາມກ້າວໜ້າຂອງອາດຊະຍາກອນເຫຼົ່ານີ້ວ່າ: “ມາເຟຍໃນສະຕະວັດທີ 20 ຄົງຈະອິດສາຕາຮ້ອນໃນເມັດເງິນ, ຊັບພະຍາກອນ, ເຕັກໂນໂລຊີ ແລະ ໂຄງລ່າງພື້ນຖານທີ່ກຸ່ມຄົນເຫຼົ່ານີ້ຄອບຄອງຢູ່ໃນປັດຈຸບັນ.”

ລາວວ່າ ມັນບໍ່ແມ່ນພຽງແຕ່ການຫຼອກລວງທຳມະດາ, ແຕ່ມັນຄື ການປະຕິວັດອຸດສາຫະກຳແຫ່ງການຫຼອກລວງ ທີ່ອາໄສຊ່ອງໂຫວ່ຂອງການບໍລິຫານທີ່ອ່ອນແອ, ການສໍ້ລາດບັງຫຼວງ ແລະ ເຕັກໂນໂລຊີທີ່ພັດທະນາໃໝ່ ເພື່ອຂະຫຍາຍອານາຈັກມືດໄປທົ່ວໂລກ ໂດຍມີຖານທີ່ໝັ້ນຫຼັກຢູ່ໃນອາຊີຕາເວັນອອກສຽງໃຕ້ ເຊັ່ນ ລາວ, ມຽນມາ, ແລະ ກຳປູເຈຍ.

ຈຸດທີ່ໜ້າສົນໃຈທີ່ສຸດໃນການຖະແຫຼງຂ່າວຄັ້ງນີ້ ແມ່ນການທີ່ FBI ໄດ້ລະບຸຊື່ກຸ່ມອາດຊະຍາກຳຊາວຈີນ ທີ່ຢູ່ເບື້ອງຫຼັງລະບົບນິເວດການຫຼອກລວງເຫຼົ່ານີ້ຢ່າງຈະແຈ້ງ ເຊິ່ງລວມມີ ກຸ່ມຄິງສ໌ໂຣມັນ (Kings Roman Group) ທີ່ເຄີຍຖືກຄວ້ຳບາດໃນນາມອົງກອນຄ້າຢາເສບຕິດ ຈ້າວເຫວີຍ (Zhao Wei) ຜູ້ທີ່ພັດທະນາເຂດສາມຫຼ່ຽມຄຳ ໃນພາກເໜືອຂອງ ສປປ ລາວ, ກຸ່ມພຣິນຊ໌ (Prince Group) ແລະ ແກັ້ງ 14K Triad. ເຄືອຂ່າຍເຫຼົ່ານີ້ໄດ້ອາໄສການບໍລິຫານລັດທີ່ອ່ອນແອ ແລະ ການສໍ້ລາດບັງຫຼວງ ເພື່ອເຄື່ອນຍ້າຍທັງຄົນ, ເງິນທຶນ ແລະ ເຕັກໂນໂລຊີ ຂ້າມຊາຍແດນໄປມາຢ່າງອິດສະຫຼະ.

ພາຍໃຕ້ການນຳພາຂອງຜູ້ອຳນວຍການ FBI ປັດຈຸບັນບໍ່ແມ່ນການໄລ່ທຸບແບບ “ຕີໂຕຕຸ່ນ” ທີ່ພຽງແຕ່ທຳລາຍຄ້າຍໃດຄ້າຍໜຶ່ງແລ້ວປ່ອຍໃຫ້ພວກເຂົາຍົກຍ້າຍໄປບ່ອນໃໝ່, ແຕ່ແມ່ນການສືບສວນໃນເຊີງລຶກເພື່ອຕັດຮາກເຫງົ້າຂອງເຄືອຂ່າຍ ນັບຕັ້ງແຕ່ນັກພັດທະນາແອັບພລິເຄຊັນ, ກຸ່ມນາຍໜ້າ, ໄປຈົນເຖິງຕົວການໃຫຍ່ທີ່ຢູ່ເບື້ອງຫຼັງ.

ເພື່ອຮັບມືກັບອານາຈັກສະແກັມເມີທີ່ປ່ຽນຮູບຮ່າງໄດ້ໄວຄືກັບກິ້ງກ່າ, FBI ໄດ້ສ້າງຕັ້ງກຳລັງຮ່ວມມືຢ່າງໃກ້ຊິດກັບຕຳຫຼວດໄທ, ກຳປູເຈຍ, ຟິລິບປິນ ແລະ ສິງກະໂປ ໂດຍມີສູນປະສານງານ (LEGAT) ທີ່ບາງກອກເປັນບ່ອນຫຼັກໃນການແລກປ່ຽນຂໍ້ມູນຂ່າວສານ ເຊິ່ງຜົນງານທີ່ຜ່ານມາສາມາດຍຶດເງິນຄຣິບໂຕໄດ້ກວ່າ 30 ລ້ານໂດລາຈາກຄ້າຍສະແກັມເມີໃນພາກພື້ນ ແລະ ສາມາດມ້າງເຄືອຂ່າຍໃຫຍ່ຮ່ວມກັບຕຳຫຼວດສາກົນ ຈົນນຳໄປສູ່ການຈັບກຸມຜູ້ຕ້ອງຫາໄດ້ເປັນຈຳນວນຫຼວງຫຼາຍ.

ນອກຈາກໄພອອນລາຍແລ້ວ, ທ່ານ ຍັງໄດ້ເນັ້ນໜັກເຖິງໄພຄຸກຄາມຂ້າມຊາດອື່ນໆ ເຊັ່ນ ກຸ່ມຫົວຮຸນແຮງສຸດໂຕ່ງທາງດິຈິຕອນທີ່ແນເປົ້າໃສ່ເດັກນ້ອຍ ແລະ ຂະບວນການຄ້າຢາເສບຕິດຂ້າມຊາດ ໂດຍສະເພາະຢາຟານຕານິນ (Fentanyl) ທີ່ກຳລັງແຜ່ລະບາດ ໂດຍ FBI ຢືນຢັນວ່າຄວາມຮ່ວມມືໃນອາຊີຕາເວັນອອກສຽງໃຕ້ໃນເວລານີ້ແມ່ນ”ໜັກແໜ້ນປານເຫຼັກກ້າ ແລະ ປະກາດຈະໃຊ້ທຸກອຳນາດທາງກົດໝາຍ ເພື່ອປ່ຽນສະໜາມຮົບມືດນີ້ໃຫ້ກາຍເປັນພື້ນທີ່ປອດໄພສຳລັບທຸກຄົນ.

ເມື່ອມໍ່ມານີ້ ການປາບປາມ ກູ່ມສໍ້ໂກງທາງອອນລາຍຂອງ ທາງການລາວ ກໍມີຄວາມຄືບໜ້າທີ່ເຫັນໄດ້ຊັດເຈນ ແລະ ກາຍເປັນຮູບປະທຳໃນຫຼາຍພື້ນທີ່ທົ່ວປະເທດ.

ໃນຊ່ວງເດືອນພຶດສະພາ 2026 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດລາວໄດ້ເປີດປະຕິບັດການສາຍຟ້າແລບ ບຸກທະລາຍເຄືອຂ່າຍອາດຊະຍາກຳທາງເທັກໂນໂລຊີທີ່ລັກລອບຝັງຕົວຢ່າງອຸກອາດຢູ່ກາງນະຄອນຫຼວງວຽງຈັນເຖິງສອງຄັ້ງຊ້ອນ.

ປະຕິບັດການຄັ້ງທຳອິດເກີດຂຶ້ນໃນວັນທີ 19 ພຶດສະພາ ທີ່ໂຮງແຮມແຫ່ງໜຶ່ງໃນເມືອງໄຊເສດຖາ ສາມາດຈັບກຸມຜູ້ຕ້ອງຫາໄດ້ເຖິງ 88 ຄົນ ເຊິ່ງສ່ວນໃຫຍ່ເປັນຊາວຫວຽດນາມ ແລະ ຈີນ ພ້ອມຍຶດໂທລະສັບມືຖືໄດ້ກວ່າ 1,000 ໜ່ວຍ.

ຖັດຈາກນັ້ນພຽງໜຶ່ງອາທິດ, ໃນວັນທີ 26 ພຶດສະພາ, ກຳລັງເຈົ້າໜ້າທີ່ໄດ້ບຸກກວາດລ້າງອີກໜຶ່ງຈຸດໃນເຂດເມືອງຈັນທະບູລີ, ຮວບຕົວມິດສາຊີບໄດ້ອີກ 27 ຄົນຈາກ 6 ສັນຊາດ ພ້ອມຂອງກາງອຸປະກອນເອເລັກໂຕຣນິກນັບຮ້ອຍລາຍການ.

ການກວາດລ້າງດັ່ງກ່າວບໍ່ໄດ້ຈຳກັດພຽງແຕ່ໃນນະຄອນຫຼວງເທົ່ານັ້ນ, ຫາກຍັງຂະຫຍາຍຜົນໄປເຖິງຮາກຖານໃຫຍ່ໃນຕ່າງແຂວງ. ກ່ອນໜ້ານີ້ໃນຕົ້ນເດືອນເມສາ ແລະ ພຶດສະພາ, ທາງການໄດ້ລົງກວາດລ້າງພື້ນທີ່ເປົ້າໝາຍໃນເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແລະ ແຂວງສະຫວັນນະເຂດ, ເຊິ່ງຜົນການປະຕິບັດການຄັ້ງນັ້ນ ບໍ່ພຽງແຕ່ສາມາດຈັບກຸມເຄືອຂ່າຍອາດຊະຍາກອນຈາກ 10 ກວ່າສັນຊາດ ແລະ ຍຶດໂທລະສັບມືຖືໄດ້ມະຫາສານເຖິງ 6,000 ໜ່ວຍ ແຕ່ຍັງໄດ້ເປີດໂປງຄວາມຈິງທີ່ໜ້າຕົກໃຈ ແລະ ກົງກັບສິ່ງທີ່ FBI ໄດ້ອອກມາເຕືອນ ນັ້ນຄືການຄົ້ນພົບ “ຫຼັກຖານການບັງຄັບໃຊ້ແຮງງານ ແລະ ອຸປະກອນທໍລະມານຮ່າງກາຍ” ເຊື່ອງຊ້ອນຢູ່ພາຍໃນສະຖານທີ່ດັ່ງກ່າວ.

ພາບເຫຼົ່ານີ້ສະທ້ອນໃຫ້ເຫັນຢ່າງຈະແຈ້ງເຖິງຄວາມໂຫດຮ້າຍປ່າເຖື່ອນຂອງອົງກອນອາດຊະຍາກຳເຫຼົ່ານີ້ ທີ່ທັງຫຼອກລວງຊັບສິນຂອງເຫຍື່ອປາຍທາງ ແລະ ຂູດຮີດທໍລະມານແຮງງານຜູ້ປະຕິບັດງານ.

ປັດຈຸບັນ, ລັດຖະບານ ສປປ ລາວ ພວມຍົກລະດັບມາດຕະການຂັ້ນເດັດຂາດ ໂດຍບໍ່ພຽງແຕ່ດຳເນີນຄະດີກັບກຸ່ມຜູ້ກະທຳຜິດ ແຕ່ຍັງລວມເຖິງການເອົາຜິດເຈົ້າຂອງສະຖານທີ່ທີ່ໃຫ້ບ່ອນພັກພີງແກ່ກຸ່ມຄົນເຫຼົ່ານີ້.

ພ້ອມກັນນັ້ນ, ຍັງໄດ້ປະສານງານຢ່າງໃກ້ຊິດກັບຕຳຫຼວດສາກົນ (Interpol) ເພື່ອກວດສອບປະຫວັດ ແລະ ສົ່ງຕົວອາດຊະຍາກອນເຫຼົ່ານີ້ກັບຄືນປະເທດຕາມຂະບວນການຍຸຕິທຳ. ບາດກ້າວອັນຕັ້ງໜ້າຂອງທາງການລາວໃນຄັ້ງນີ້ ຖືເປັນການປະກາດຈຸດຢືນອັນແນ່ວແນ່ທີ່ຈະບໍ່ຍອມໃຫ້ແຜ່ນດິນກາຍເປັນບ່ອນຫຼົບຊ້ອນຂອງອາດຊະຍາກອນທາງໄຊເບີຂ້າມຊາດອີກຕໍ່ໄປ, ພ້ອມທັງຮຽກຮ້ອງໃຫ້ປະຊາຊົນຍົກລະດັບຄວາມລະມັດລະວັງ ເພື່ອບໍ່ໃຫ້ຕົກເປັນເຫຍື່ອຂອງຂະບວນການອຸດສາຫະກຳແຫ່ງການຫຼອກລວງນີ້.

#LaoX #ຂ່າວລາວ #ແກ້ງຄໍເຊັນເຕີ #ອາຊະຍາກຳທາງໄຊເບີ #ເຕືອນໄພອອນລາຍ #FBI #ຕຳຫຼວດລາວ #ປກສ #ການປາບປາມ #ອາຊະຍາກຳຂ້າມຊາດ #Interpol #ScamCenter #CyberCrime #TransnationalCrime #FBI #Laos #Vientiane #HumanTrafficking

Comments are disabled