ອິນໂດເນເຊຍ ຕັດສິນໃຈປ່ຽນທິດທາງນະໂຍບາຍເສດຖະກິດຄັ້ງສຳຄັນ ດ້ວຍການຍອມກືນຢາຂົມ ປ່ອຍລາຄານ້ຳມັນ ຫຼັງອຸດໜູນມາດົນ ແລະ ປັບຂຶ້ນເພື່ອຢຸດຕິວິກິດຄວາມເຊື່ອໝັ້ນຂອງນັກລົງທຶນ ແລະ ຮັກສາສະຖຽນລະພາບທາງການເງິນ. ມາດຕະການນີ້ໄດ້ສົ່ງຜົນໃຫ້ຄ່າເງິນຣູເປຍ ແລະ ຕະຫຼາດຮຸ້ນຟື້ນຕົວຂຶ້ນທັນທີ ໂດຍສະທ້ອນເຖິງການຫັນປ່ຽນຈາກການເນັ້ນການເຕີບໂຕ ມາສູ່ການສ້າງຄວາມໝັ້ນຄົງໄລຍະຍາວ.
ການຕັດສິນໃຈປ່ອຍລາຄານ້ຳມັນຂອງລັດຖະບານອິນໂດເນເຊຍໃນຄັ້ງນີ້ ປຽບເໝືອນການຍອມຜ່າຕັດບາດແຜຊຳເຮື້ອ ເພື່ອຮັກສາຊີວິດຂອງລະບົບເສດຖະກິດສ່ວນລວມ ເພາະການແບກຫາບພາລະອຸດໜູນລາຄາພະລັງງານທີ່ຜ່ານມາ ໄດ້ກາຍເປັນ “ລະເບີດເວລາ” ທາງການຄັງ ທີ່ກັດເຊາະຄວາມເຊື່ອໝັ້ນຂອງນັກລົງທຶນຢ່າງຮຸນແຮງ.
ສຳນັກຂ່າວຣອຍເຕີ (Reuters) ໄດ້ລາຍງານວ່າ ພາຍຫຼັງການປະກາດປັບຂຶ້ນອັດຕາດອກເບ້ຍນະໂຍບາຍໄດ້ບໍ່ດົນ, ລັດຖະບານອິນໂດເນເຊຍກໍໄດ້ສ້າງຄວາມສັ່ນສະເທືອນໃຫ້ກັບຕະຫຼາດອີກຄັ້ງ ດ້ວຍການປະກາດປັບຂຶ້ນລາຄານ້ຳມັນແອັດຊັງຍອດນິຍົມ 2 ຊະນິດ ສູງເຖິງ 32%, ເຊິ່ງຖືເປັນການປັບຂຶ້ນລາຄາຄັ້ງທຳອິດ ແລະ ຮຸນແຮງທີ່ສຸດ ນັບຕັ້ງແຕ່ຄວາມຂັດແຍ້ງໃນສົງຄາມອີຣ່ານ ໄດ້ຍູ້ໃຫ້ລາຄານ້ຳມັນດິບໃນຕະຫຼາດໂລກເພີ່ມສູງຂຶ້ນ.
Reuter ລາຍງານວ່າ ທີ່ຜ່ານມາ, ພາຍໃຕ້ການນຳພາຂອງປະທານາທິບໍດີ ປຣາໂບໂວ ຊູບຽນໂຕ, ລັດຖະບານໄດ້ພະຍາຍາມ “ຕຶງລາຄາ” ພະລັງງານໄວ້ເພື່ອຮັກສາຖານສຽງ ແລະ ຄວາມນິຍົມທາງການເມືອງ, ຈົນເຮັດໃຫ້ຕົວເລກງົບປະມານທີ່ໃຊ້ເຂົ້າໃນການອຸດໜູນເຊື້ອໄຟ, ໄຟຟ້າ ແລະ ຝຸ່ນ ເພີ່ມຂຶ້ນຢ່າງມະຫາສານເຖິງ 208% ເມື່ອທຽບໃສ່ປີຜ່ານມາ, ໂດຍມີມູນຄ່າສູງເຖິງ 203 ລ້ານລ້ານຣູເປຍ ຫຼື ປະມານ 11.300 ລ້ານໂດລາສະຫະລັດ ຢູ່ທີ່ທ້າຍເດືອນພຶດສະພາ 2026.
ການຖອກເງິນມະຫາສານລົງໄປໃນໂຄງການອຸດໜູນເຫຼົ່ານີ້ ໄດ້ກາຍເປັນໄພຄຸກຄາມຕໍ່ວິໄນທາງການຄັງ ແລະ ສ້າງຄວາມກັງວົນໃຫ້ກັບນັກລົງທຶນຕ່າງປະເທດ ວ່າອິນໂດເນເຊຍກຳລັງເດີນໜ້າສູ່ຄວາມສ່ຽງທາງເສດຖະກິດ. ເຖິງແມ່ນວ່າກະຊວງການຄັງຈະຢືນຢັນວ່າສະຖານະການເງິນພາກລັດຍັງຢູ່ພາຍໃຕ້ການຄວບຄຸມ, ແຕ່ໃນຄວາມເປັນຈິງ ຄວາມກົດດັນນັ້ນໄດ້ສະແດງອອກຜ່ານການອ່ອນຄ່າຂອງເງິນຣູເປຍ.
ເມື່ອທິດທາງນະໂຍບາຍຖືກປ່ຽນແປງ, ການຍອມປ່ອຍໃຫ້ລາຄານ້ຳມັນປັບໂຕສູງຂຶ້ນຕາມກົນໄກຕະຫຼາດ ຈຶ່ງເປັນ “ຢາຂົມ” ທີ່ຫຼີກລ່ຽງບໍ່ໄດ້ ເພື່ອຢຸດຕິການຮົ່ວໄຫຼຂອງງົບປະມານ.

#LaoXperts #ເສດຖະກິດອິນໂດເນເຊຍ #ການລົງທຶນ #ນະໂຍບາຍການເງິນ #ທະນາຄານກາງອິນໂດເນເຊຍ #ຂ່າວເສດຖະກິດ