ewent.la ຈັບມືກັບ Zipevent ຈາກໄທ ຂະຫຍາຍຖານລູກຄ້າ ເພີ່ມໂອກາດເຂົ້າເຖິງກິດຈະກຳຕ່າງໆຂອງ ລາວ-ໄທ


ewent.la ເປັນ platform ຂາຍປີ້ Online ຂອງຄົນລາວ ຈັບມືກັບ Zipevent platform ຂາຍປີ້ Online ອັນດັບຕົ້ນໆຂອງປະເທດໄທ ເພື່ອຂະຫຍາຍຖານລູກຄ້າ ແລະ ເພີ່ມໂອກາດໃນການເຂົ້າເຖິງກິດຈະກໍາຈາກທາງຝັ່ງລາວແລະ ຝັ່ງໄທ ຂອງຄົນທາງສອງຊາດ ໃຫ້ໄດ້ຫຼາຍຂຶ້ນ.

ໂດຍການຮ່ວມມືໃນຄັ້ງນີ້ຈະເຮັດໃຫ້ ewent.la ສາມາດນຳເອົາງານຕ່າງໆ ຈາກ Zipevent ເຂົ້າມາຂາຍໃນປະເທດລາວໄດ້ ເຊັ່ນ: ງານຄອນເສີດ, ງານສຳມະນາ ແລະ ງານອີເວັ້ນອື່ນໆ ແລະ Zipevent ກໍສາມາດນຳເອົາງານຕ່າງໆຈາກ ewent.la ເຂົ້າໄປຈຳໜ່າຍໃນປະເທດໄທໄດ້.

ທ່ານ ກອງໄຊ ພັນທະລາວົງ ຜູ້ຈັດການທົ່ວໄປ ຂອງ ewent.la ໄດ້ໃຫ້ສໍາພາດກັບ Lao Xperts ເມື່ອບໍ່ດົນມານີ້ວ່າ: “ການຮ່ວມມືກັນໃນຄັ້ງນີ້ ຈະເຮັດໃຫ້ ewent.la ສາມາດນຳເອົາງານຕ່າງໆ ຈາກ Zipevent ເຂົ້າມາຂາຍໃນປະເທດລາວໄດ້ ແລະ Zipevent ກໍສາມາດນຳເອົາງານຕ່າງໆຈາກ ewent.la ເຂົ້າໄປຈຳໜ່າຍໃນປະເທດໄທໄດ້, ທັງເປັນການສົ່ງເສີມການທ່ອງທ່ຽວແລກປ່ຽນວັດທະນະທຳລະຫວ່າງລາວ ແລະ ໄທອີກດ້ວຍ”

Zipevent ເປັນ platform ທີ່ຂາຍປີ້ງານອີເວັ້ນຕ່າງໆທີ່ກຳລັງໄດ້ຮັບຄວາມນິຍົມເປັນອັນດັບຕົ້ນໆໃນປະເທດໄທ ແລະ ມີ event ຫຼາກຫຼາຍປະເພດ ເຊັ່ນ: ຄອນເສີດ, ທຸລະກິດ, ກິລາ, ການສຶກສາ, ສິລະປະ ແລະ ອື່ນໆ ເຊິ່ງຕອບໂຈດຜູ້ໃຊ້ງານຫຼາຍກຸ່ມ.

ນອກຈາກນີ້ ທ່ານກອງໄຊ ຍັງໄດ້ ກ່າວເຖິງຜົນສຳເລັດ ແລະ ຜົນປະໂຫຍດຈາກການຮ່ວມມືກັບແພລັດຟອມຈາກທາງຝັ່ງໄທຄັ້ງນີ້. ໂດຍທ່ານກອງໄຊ ກ່າວວ່າ: “ewent.la ແລະ Zipevent ທັງສອງຕ່າງກໍມີຖານຜູ້ໃຊ້ງານທັງສອງປະເທດຢູ່ແລ້ວ ໂດຍການຮ່ວມມືໃນຄັ້ງນີ້ຈະເຮັດໃຫ້ທັງສອງ ແພລັດຟອມສາມາດເຂົ້າເຖິງຖານລູກຄ້າທັງສອງປະເທດໄດ້ຫຼາຍຂຶ້ນ ເຊິ່ງຈະເພີ່ມໂອກາດໃນການຂາຍປີ້ໃຫ້ກັບທັງສອງ ແພລັດຟອມ ແລະ ຮ່ວມກັນພັດທະນາ Function ໃໝ່ໆທີ່ສາມາດເພີ່ມປະສິດທິພາບ ແລະ ຄວາມສະດວກສະບາຍໃຫ້ກັບທັງ ຜູ້ຈັດງານ ແລະ ຜູ້ໃຊ້ງານ”

ຜູ້ຈັດການ ewent.la ກ່າວຕື່ມວ່າ: ທັງສອງ ແພລັດຟອມ ມີແຜນທີ່ຈະຮ່ວມມືກັນຢ່າງຕໍ່ເນື່ອງ ໂດຍມຸ່ງເນັ້ນໄປທີ່ການຂະຫຍາຍຕະຫຼາດ ເປັນວົງກວ້າງຫຼາຍຂຶ້ນໃນຂົງເຂດອາຊຽນ ໂດຍຈະຮ່ວມກັນພັດທະນາ, ສ້າງກິດຈະກຳໃໝ່ໆ ທີ່ໜ້າສົນໃຈ ແລະ ອຳນວຍຄວາມສະດວກໃຫ້ກັບການຊື້ປີ້ງານຕ່າງໆໃຫ້ກັບທຸກຄົນທີ່ສົນໃຈ.

ewent.la ເປັນ platform ຂາຍປີ້ Online ທີ່ສ້າງຄວາມສະດວກສະບາຍໃຫ້ກັບທັງຜູ້ຈັດງານ ແລະ ຜູ້ໃຊ້ງານ. ມີຖານລູກຄ້າຈຳນວນຫຼາຍ ໂດຍປັດຈຸບັນ ມີງານ events ທັງໝົດທີ່ຂາຍປີ້ຜ່ານ ewent.la ຫຼາຍກວ່າ 50 ງານ, ມີຜູ້ໃຊ້ງານ (User) ຫຼາຍກວ່າ 10,000 ຜູ້ໃຊ້ງານ ແລະ ຂາຍປີ້ໄປແລ້ວທັງໝົດຫຼາຍກວ່າ 25,000 ປີ້.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/