G-Dragon ໂບກມືລາ YG Entertainment ຢ່າງເປັນທາງການ ຫຼັງຢູ່ມາ 17 ປີ


ກາຍເປັນຂ່າວໃຫຍ່ສົ່ງທ້າຍປີຂອງວົງການບັນເທີງເກົາຫຼີໃຕ້ ຫຼັງຄ້າຍບັນເທີງ YG Entertainment ໄດ້ອອກມາປະກາດຢ່າງເປັນທາງການຜ່ານເວັບໄຊວົງ BIGBANG ວ່າ G-Dragon ສະມາຊິກວົງ ໄດ້ໝົດສັນຍາກັບທາງຄ້າຍລົງເປັນທີ່ຮຽບຮ້ອຍຫຼັງຈາກຢູ່ພາຍໃຕ້ສັງກັດມາ 17 ປີ.

ໂດຍໃນຂໍ້ຄວາມ ທາງ YG Entertainment ໄດ້ລະບຸວ່າ “ນີ້ແມ່ນ YG Entertainment ແລະ G-Dragon ຄືຕົວແທນໜຶ່ງໃນສິລະປິນທີ່ສຳຄັນທີ່ສຸດຕະຫຼອດການຂອງພວກເຮາ ເຊິ່ງເຮົາຮູ້ສຶກເປັນກຽດທີ່ໄດ້ຮ່ວມງານນຳຕັ້ງແຕ່ການເດບິວ”.

ນອກຈາກນີ້ຍັງມີກະແສຂ່າວວ່າ G-Dragon ມີໂອກາດເຊັນສັນຍາຮ່ວມເຮັດວຽກກັບເອເຈນຊີ Galaxy Corporation ໂດຍພາຍໃນວັນທີ 21 ທັນວາ 2023 ທາງເອເຈນຊີຈະຈັດງານຖະແຫຼງຂຶ້ນເພື່ອໃຫ້ທຸກຄົນໄດ້ຮັບຊາບໄປພ້ອມກັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/