ບໍລິສັດຈີນບາງແຫ່ງ ແຈກໂບນັດທ້າຍປີ ແຕ່ຕ້ອງແລ່ນ 50 ກມ/ເດືອນ


ບໍລິສັດຍຸກໃໝ່ໃນຈີນຈູງໃຈໃຫ້ໂບນັດທ້າຍປີ ແຕ່ຕ້ອງແລ່ນ 50 ກມ./ເດືອນ (ປີນພູ-ຍ່າງໄວ ກໍໄດ້). ແຕ່ຫຼາຍຄົນກໍເບິ່ງໄປໃນອີກດ້ານວ່າ ເປັນການຫາຂໍ້ອ້າງກີດກັນບໍ່ຢາກໃຫ້ໂບນັດທ້າຍປີ ເລີຍເລືອກວິທີນີ້ໃຫ້ແກ່ພະນັກງານ ເພາະອາດຄິດວ່າຈະເຮັດບໍ່ໄດ້.

ບໍລິສັດ ຕົງປໍ ເປເປີ ຢູ່ໃນມົນທົນກວ່າງຕົງຂອງຈີນ ໄດ້ສະເໜີລະບົບການໃຫ້ໂບນັດທ້າຍປີແບບໃໝ່ກັບພະນັກງານ ໂດຍປ່ຽນຈາກການປະເມີນຜົນງານທ້າຍປີມາເປັນການປະເມີນສຸຂະພາບ “ຟິດແອນເຟີມ” ລາຍເດືອນແທນ ໂດຍເຊື່ອວ່າບໍລະສັດຈະເຕີບໂຕໄດ້ ເມື່ອພະນັກງານມີສຸຂະພາບທີ່ດີ.

ພາຍໃຕ້ລະບົບນີ້ ບໍລິສັດຈະໃຫ້ເງິນໂບນັດໂດຍຂຶ້ນຢູ່ກັບໄລຍະທາງໃນການແລ່ນອອກກຳລັງກາຍ ເຊັ່ນ: ຖ້າພະນັກງານແລ່ນອອກກຳລັງກາຍຢ່າງໜ້ອຍ 50 ກິໂລແມັດຂຶ້ນໄປຕໍ່ເດືອນ ຈະໄດ້ໂບນັດເຕັມເດືອນ 100% ແຕ່ຖ້າແລ່ນ 40 ກມ. ຈະໄດ້ໂບນັດ 60% ແລະ ຖ້າຫາກແລ່ນ 30 ກມ. ຈະໄດ້ 30%. ຫາກພະນັກງານຟິດເປັນພິເສດໂດຍແລ່ນໄດ້ເຖິງ 100 ກມ/ເດືອນ ຈະໄດ້ຮັບໂບນັດພິເສດເພີ່ມອີກ 30%.

ເງື່ອນໄຂການອອກກຳລັງກາຍແລກໂບນັດ ຍັງລວມເຖິງການອອກກຳລັງກາຍຮູບແບບອື່ນ ເຊັ່ນ: ປີນພູ ແລະ ຍ່າງໄວ ໂດຍຈະໄດ້ໂບນັດ 60% ແລະ 30% ຕາມລຳດັບ ໂດຍບໍລິສັດຈະມີການວັດຜົນຜ່ານແອັບພິເຄຊັ່ນ ໃນໂທລະສັບຂອງພະນັກງານ.

ຂໍ້ມູນຈາກ: Bangkok Biznews

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/