ສື່ນອກຄາດ ‘Aquaman and the Lost Kingdom’ ອາດເປີດຕົວໄດ້ 40 ລ້ານໂດລາ


Deadline ໄດ້ລາຍງານວ່າຮູບເງົາ ‘Aquaman and the Lost Kingdom’ ໃນຈັກກະວານຂອງ DCEU (DC Extended Universe) ອາດຈະເປີດຕົວ 4 ມື້ທຳອິດໃນໄລຍະເທສະການໄປພຽງ 40 ລ້ານໂດລາ ຫຼື ອາດຈະຫຼາຍກວ່ານັ້ນເລັກນ້ອຍ.

ຈາກການຄາດການລາຍໄດ້ທີ່ອອກມາໜ້າຜິດຫວັງຂອງ ‘Aquaman and the Lost Kingdom’ ອາດເປັນສ່ວນມາຈາກກະແສຄວາມນິຍົມຮູບເງົາແນວຊູບເປີຮີໂຣ້ຫຼຸດລົງ ແລະ ການຕັດສິນໃຈຢຸດແຟຣນຊາຍ DCEU ພ້ອມແຕ່ງຕັ້ງໃຫ້ James Gunn ແລະ Peter Safran ຂຶ້ນເປັນຊີອີໂອຂອງ  DC Studios ຈຶ່ງເຮັດໃຫ້ຮູບເງົາເລື່ອງນີ້ບໍ່ໄດ້ຮັບຄວາມສົນໃຈຈາກຜູ້ຊົມເທົ່າທີ່ຄວນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/