ບໍລິສັດອະສັງຫາຂອງຈີນ ລົ້ມອີກ 1 ເຈົ້າ ລວມຍອດໜີ້ສິນຕ່າງປະເທດກວ່າ 6 ພັນລ້ານໂດລາ ຍື່ນສານລົ້ມລະລາຍໃນສະຫະລັດ


ບໍລິສັດ China Aoyuan Group ໄດ້ຍື່ນຂໍພິທັກຊັບຕາມມາດຕາ 15 ຂອງສານລົ້ມລະລາຍໃນສະຫະລັດອາເມຣິກາ ໃນນະຄອນນິວຢອກ ໃນວັນທີ 20 ທັນວາ 2023 ທີ່ຜ່ານມາ ຕາມເວລາໃນສະຫະລັດ ເຊິ່ງນັບເປັນບໍລິສັດອະສັງຫາລິມະຊັບຈີນລາຍຫຼ້າສຸດ ທີ່ຕ້ອງຍື່ນສານລົ້ມລະລາຍໃນສະຫະລັດ ເພື່ອຂໍຟື້ນຟູກິດຈະການໃນຕ່າງປະເທດ.

ບໍລິສັດ China Aoyuan Group ມີສຳນັກງານໃຫຍ່ໃນກວ່າງໂຈ ມີລາຍການໜີ້ສິນໃນຕ່າງປະເທດທັງໝົດປະມານ 6,000 ລ້ານໂດລາສະຫະລັດ ໃນທ້າຍປີ 2022 ແລະ ກຳລັງຢູ່ໃນລະຫວ່າງຂະບວນການຂໍປັບໂຄງສ້າງຟື້ນຟູກິດຈະການຕໍ່ສານໃນຮ່ອງກົງ, ເກາະເຄແມນ ແລະ ເກາະບຣິຕິສ ເວີຈິນ ຫຼັງຈາກທີ່ບໍລິສັດເລີ່ມຜິດນັດຊຳລະໜີ້ຮຸ້ນກູ້ຕັ້ງແຕ່ປີຜ່ານມາ.

ກ່ອນໜ້ານີ້ ບໍລິສັດ China Evergrande Group ແລະ ບໍລິສັດ Sunac China Holdings ເຊິ່ງເປັນໜຶ່ງໃນບໍລິສັດທີ່ຢູ່ໃນກຸ່ມອະສັງຫາທີ່ໃຫຍ່ທີ່ສຸດໃນຈີນ ກໍໄດ້ຍື່ນສານລົ້ມລະລາຍໃນສະຫະລັດໄປແລ້ວ ເນື່ອງຈາກບໍລິສັ ລາຍໃຫຍ່ເຫຼົ່ານີ້ລ້ວນມີສິນຊັບໃນຕ່າງປະເທດ ແລະ ເຈົ້າໜີ້ຕ່າງປະເທດຈຳນວນຫຼາຍ ເຮັດໃຫ້ບໍລິສັດຕ້ອງຍື່ນຂະບວນການຂໍພິທັກຊັບນອກຈີນ ແລະ ຮ່ອງກົງ.

ຂໍ້ມູນຈາກ: Bangkok biznews

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/