G-Dragon ເປີດຕົວກັບຄ້າຍໃໝ່ Galaxy Corporation ກຽມເດີນໜ້າເຮັດກິດຈະກຳໃນປີໜ້າ


ຫຼັງມີຂ່າວລືມາຕະຫຼອດໃນການເຊັນສັນຍາກັບຄ້າຍໃໝ່ຈົນມາເຖິງການສິ້ນສຸດສັນຍາກັບຕົ້ນສັງກັດເກົ່າຢ່າງ YG Entertainment ທີ່ໄດ້ປະກາດອອກມາຢ່າງເປັນທາງການແລ້ວ ແລະ ຫຼ້າສຸດທາງ Galaxy Corporation ກໍໄດ້ປະກາດເຊັນສັນຍາຢ່າງເປັນທາງການເຊັ່ນດຽວກັນ.

ເມື່ອວັນທີ 21 ທັນວາ 2023 ທີ່ຜ່ານມາ ທາງ Galaxy Corporation ໄດ້ຈັດງານຖະແຫຼງຂ່າວ ເພື່ອປະກາດເຊັນສັນຍາກັບທາງ G-Dragon ໂດຍໄດ້ລະບຸວ່າ “Galaxy Corporation ໄດ້ເຊັນສັນຍາຮ່ວມງານກັບ G-Dragon ຢ່າງເປັນທາງການແລ້ວ ເຊິ່ງໃນງານຖະແຫຼງການໄດ້ຖືກຈັດຂຶ້ນເພື່ອກຽມຄວາມພ້ອມໃຫ້ເຂົາໄດ້ກັບມາຢືນຕໍ່ໜ້າສາທາລະນະອີກຄັ້ງຫຼັງຕ້ອງພົບກັບຂ່າວລືທີ່ບໍ່ດີ”.

ນອກນີ້ທາງ Galaxy Corporation ຍັງໄດ້ຂໍໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງລຶບໂພສອອນລາຍ ແລະ ຄອມເມັ້່ນທີ່ເຮັດໃຫ້ຊື່ສຽງຂອງ G-Dragon ເສຍຫາຍອອກພາຍໃນວັນທີ 28 ທັນວາ 2023 ຫາກພົບເຫັນຈະເປັນການໝິ່ນປະໝາດ ແລະ ເຮັດໃຫ້ເສຍຊື່ສຽງ ພ້ອມດຳເນີນຄະດີຕາມກົດໝາຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/