ຂົ້ວອຳນາດໃໝ່! Warner Bros. Discovery ກຳລັງພິຈາລະນາຮ່ວມມືກັບ Paramount


ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ Bob Bakish ຊີອີໂອຂອງ Paramount Global ແລະ David Zaslav ຊີອີໂອຂອງທາງ Warner Bros. Discovery ໄດ້ເຂົ້າພົບກັນເມື່ອວັນທີ 19 ທັນວາ 2023 ທີ່ຜ່ານມາ ເຊິ່ງອາດມີການຮ່ວມມືກັນໃນອະນາຄົດ.

ຕາມລາຍງານໄດ້ກ່າວອ້າງວ່າ ທັງສອງໄດ້ພິຈາລະນາຄວາມເປັນໄປໄດ້ທີ່ຈະລວມ 2 ບໍລິສັດເຂົ້າເປັນໜຶ່ງດຽວ ເຊິ່ງຖ້າຫາກເກີດຂຶ້ນແທ້ ທັງສອງບໍລິສັດອາດຈະໄດ້ຖືຄອງຮຸ້ນທີ່ເທົ່າກັນ ເນື່ອງຈາກການຮ່ວມເປັນບໍລິສັດດຽວໃນເທື່ອນີ້ອາດຈະເຮັດໃຫ້ເກີດອຳນາດຂົ້ວໃໝ່ໃນອຸດສາຫະກຳບັນເທີງຂອງ Hollywood ເລີຍກໍວ່າໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/