ຍີ່ປຸ່ນໄຟຂຽວ ເພີ່ມວານຟິນ ໃຫ້ລ່າວານເຊີງພານິດໄດ້


ລັດຖະບານປະເທດຍີ່ປຸ່ນ ປະກາດຈະເພີ່ມ “ວານຟິນ” ເຊິ່ງເປັນວານຂະໜາດໃຫຍ່ອັນດັບ 2 ຮອງຈາກວານສີນ້ຳເງິນ ໃຫ້ຢູ່ໃນລາຍຊື່ສາຍພັນວານເຊີງພານິດທີ່ຈະເປີດທາງໃຫ້ລ່າວານຟິນໃນເຊີງພານິດໄດ້ ນັບເປັນຄວາມເຄື່ອນໄຫວຫຼ້າສຸດ ຫຼັງຈາກຍີ່ປຸ່ນໄດ້ຖອນຕົວອອກຈາກຄະນະກຳມະການການລ່າລະຫວ່າງປະເທດ.

ທ່ານ ໂຍຊິມາສະ ຮາຍາຊິ ໂຄສົກລັດຖະບານຍີ່ປຸ່ນ ໄດ້ອອກມາຖະແຫຼງວ່າ ລັດຖະບານຈະສົ່ງເສີມການລ່າວານຕໍ່ໄປ ແລະ ຈະດຳເນີນການທາງການທູດທີ່ຈຳເປັນ ໂດຍກ່າວວ່າວານເປັນແຫຼ່ງອາຫານທີ່ສຳຄັນ ແລະ ຄວນໄດ້ຮັບການໃຊ້ປະໂຫຍດແບບຍືນຍົງ ເຊິ່ງຕັ້ງຢູ່ເທິງຫຼັກຖານວິທະຍາສາດ. ນອກຈາກນີ້ຍັງກ່າວອີກວ່າ ເປັນການສືບທອດວັດທະນະທຳອາຫານແບບດັ້ງເດີມຂອງປະເທດຍີ່ປຸ່ນອີກພ້ອມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/