Ego ແມ່ນຫຍັງ? ແລ້ວເປັນຫຍັງຖ້າມີ Ego ຈຶ່ງບໍ່ດີໃນສາຍຕາຄົນອື່ນ?

ອີໂກ້ Ego

ເມື່ອເຫັນຄຳວ່າອີໂກ້ (Ego) ຫຼື ອີໂກ້ສູງ ເຊື່ອວ່າຫຼາຍຄົນອາດຈະຕີຄວາມຄຳນີ້ໄປຢູ່ໃນດ້ານລົບຢູ່ຫຼາຍຄັ້ງ ເພາະວ່າເມື່ອໃດທີ່ມີຄົນເວົ້າວ່າ “ລາວຄົນນີ້ມີອີໂກ້ຢູ່ເດີ້” ເຊິ່ງດ້ວຍຄວາມບໍ່ຮູ້ ຄົນສ່ວນຫຼາຍມັກຈະເອົາຄຳນີ້ໄປເຊື່ອມໂຍງວ່າ ມີອີໂກ້=ເປັນຄົນອີໂກ້ສູງ “ເຫັນແກ່ຕົວ”, “ບໍ່ຟັງຄວາມໃຜ”, “ຂ້ອຍຄືທີ່ສຸດຂອງຄວາມຄັກ”, “ໂລກປິ່ນອ້ອມຕົວຂ້ອຍ” ແລະ ອື່ນໆອີກຫຼາຍຢ່າງທີ່ຄົນມັກນິຍາມໄປທາງດ້ານລົບ ເຊິ່ງມື້ນີ້ເຮົາຈະມາພາທຸກຄົນໄປທຳຄວາມຮູ້ຈັກກັບຄຳນີ້ໃຫ້ດີຂຶ້ນຕື່ມ ເພາະອີໂກ້ບໍ່ໄດ້ມີແຕ່ດ້ານລົບເທົ່ານັ້ນ.

ອີໂກ້ Ego

ໂດຍໃນທິດສະດີຈິດຕະວິທະຍາອັນໂດ່ງດັງຂອງ Sigmund Freud ນັກຈິດຕະວິທະຍາຊື່ດັງ ແລະ ເປັນຜູ້ນິິຍາມຄຳນີ້ຂຶ້ນມາ ໄດ້ລະບຸວ່າ ອີໂກ້ (Ego) ແມ່ນເປັນສ່ວນໜຶ່ງຂອງບຸກຄະລິກມະນຸດ ແລະ ປະສົບການໃນຖານະ “ຕົນເອງ” ທີ່ສຳຜັດກັບໂລກພາຍນອກຜ່ານການຮັບຮູ້ ເປັນສ່ວນທີ່ຈົດຈຳ, ປະເມີນ ແລະ ວາງແຜນ ເພື່ອຕອບສະໜອງ ແລະ ກະທຳການໃນໂລກທາງກາຍະພາບ ແລະ ສັງຄົມໂດຍຮອບ ອີໂກ້ພັດທະນາຄວາມສາມາດໃນການທົດສອບຄວາມເປັນຈິງແທນຈິນຕະນາການເຖິງຜົນທີ່ຕາມມາຈາກສິ່ງທີ່ເຮົາເຮັດ ແລະ ອີໂກ້ຍັງເປັນຕົວຕັດສິນໃຈກ່ຽວກັບທິດທາງໃນອະນາຄົດເພື່ອບັນລຸເປົ້າໝາຍທີ່ໜ້າຈະເປັນໄປໄດ້ອີກດ້ວຍ.

ອີໂກ້ Ego

ຫຼືຈະອະທິບາຍໃຫ້ເຂົ້າໃຈງ່າຍໆແບບກະທັດຮັດ ຄຳວ່າ ອີໂກ້ ນັ້ນກໍຄືຄວາມເປັນເປັນຕົວຂອງຕົນເອງ ໂດຍມີທີ່ມາຈາກສະພາບແວດລ້ອມ, ສັງຄົມ, ວັດທະນະທຳ, ຄວາມເຊື່ອ ແລະ ອຸດົມການ ທີ່ຫຼໍ່ຫຼອມລວມກັນຈົນກາຍເປັນ “ຕົວຕົນ” ຂອງເຮົາ ແລະ ການທີ່ເຮົາມີຄວາມຄິດວ່າ ຕ້ອງເກັ່ງກວ່າ, ຕ້ອງເອົາຊະນະໃຜກໍຕາມ ສິ່ງເຫຼົ່ານີ້ແມ່ນ ອີໂກ້ທີ່ເຮົາຢຶດຖືໄວ້ ເຊິ່ງເປັນໄດ້ທັງຄວາມເຊື່ອໝັ້ນທີ່ເດັດດ່ຽວ ແລະ ຄວາມຢຶດໝັ້ນໃນຕົນເອງທີ່ອາດເຮັດໃຫ້ເຮົາຜິດພາດໄດ້ເຊັ່ນກັນ.

ທັງນີ້ສຳລັບຄົນທີ່ມີອີໂກ້ແຂງແກ່ນແມ່ນສາມາດຕ້ານທານແຮງກົດດັນຂອງສະພາບແວດລ້ອມ ແລະ ສັງຄົມໄດ້ ເຮົາຈຶ່ງມັກຈະເຫັນວ່າຄົນທີ່ມີຄວາໝັ້ນໃຈໃນຕົນເອງແມ່ນຈະບໍ່ຖືກຄອບງຳໂດຍຜູ້ອື່ນໄດ້ງ່າຍ ແຕ່ສາມາດຊີ້ນຳຄົນອື່ນໆ ໃຫ້ໄປໃນທາງທີ່ດີໄດ້.

ອີໂກ້ Ego

ແນ່ນອນວ່າບັນດາຄົນທີ່ມີອີໂກ້ໃນລະດັບພໍດີມັກຈະມີລັກສະນະສຳຄັນຫຼາຍດ້ານ ເຊັ່ນ: ມີທ່າອ່ຽງທີ່ຈະໝັ້ນໃຈໃນຄວາມສາມາດຂອງຕົນເອງໃນການຈັດການຄວາມທ້າທາຍ ແລະ ເກັ່ງໃນການແກ້ບັນຫາຊີວິດ. ນອກຈາກນີ້ຍັງມີທ່າອ່ຽງທີ່ຈະມີຄວາມສະຫຼາດທາງດ້ານອາລົມໃນລະດັບສູງ ແລະ ສາມາດຄວບຄຸມອາລົມໄດ້ດີເຖິງແມ່ນວ່າຈະຕົກຢູ່ໃນສະຖານະການທີ່ຍາກລຳບາກ ເຊິ່ງການຮັບມືກັບສະຖານະການຕ່າງໆ ເປັນທັກສະທີ່ຈຳເປັນຫຼາຍໃນການເຮັດວຽກ ແລະ ໃຊ້ຊີວິດ.

ອີໂກ້ Ego

ແຕ່ຖ້າມີອີໂກ້ສູງເກີນໄປ ຈາກຂໍ້ດີກໍອາດກາຍເປັນຂໍ້ເສຍໄດ້ເຊັ່ນ ກາຍເປັນຄົນເຫັນແກ່ຕົວ, ຢຶດຖືຕົນເອງເປັນສູນກາງຂອງທຸກສິ່ງ ແລະ ອີໂກ້ທີ່ສູງເກີນໄປຈະເປັນຕົວຂັດຂວາງບໍ່ໃຫ້ເຮົາເຮັດວຽກໄດ້ສຳເລັດ ແຕ່ຖ້າບໍ່ມີເລີຍກໍຈະກາຍເປັນຄົນບໍ່ໝັ້ນໃຈໃນຕົນເອງ ບໍ່ສາມາດລົງມືເຮັດສິ່ງຕ່າງໆໄດ້ເລີຍ. ຜູ້ນຳທີ່ເກັ່ງຈຶ່ງສາມາດຄວບຄຸມ ແລະ ບໍລິຫານອີໂກ້ໄດ້ ນອກນີ້ຍັງເຂົ້າໃຈວ່າສິ່ງນີ້ມີໜ້າທີ່ແນວໃດກັບຕົວຕົນຂອງເຮົາ.

ເຊິ່ງຖ້າຫາກໃຜກໍາລັງປະເຊີນ ຫຼື ມີທ່າອ່ຽງວ່າຕົນເອງຈະເປັນຄົນມີອີໂກ້ສູງ ວິທີຮັບມືມີຄື:

ອີໂກ້ Ego
  • ເວົ້າໜ້ອຍ, ເຮັດຫຼາຍ ແລະ ຟັງໃຫ້ເລິກເຊິ່ງ
  • ຮຽນຮູ້ຢູ່ສະເໝີ ເພາະວ່າຍິ່ງທະນົງໃນຄວາມສາມາດຂອງຕົນເອງກໍຍິ່ງຂັດຂວາງບໍ່ໃຫ້ເຮົາຮຽນຮູ້ໄດ້
  • ອ່ອນນ້ອມຖ່ອມຕົນ ແລະ ຄວາມກະຕັນຍູເປັນເຫດຜົນຫຼັກຂອງຄວາມບໍ່ເຫັນແກ່ຕົວ
  • ສ້າງນິດໄສໃນການໃຊ້ໄລຍະຕອນທ້າຍຂອງແຕ່ລະມື້ ເພື່ອຄິດເຖິງທຸກຄົນທີ່ເປັນສ່ວນໜຶ່ງໃນການເຮັດໃຫ້ເຈົ້າປະສົບຄວາມສຳເລັດໃນມື້ນັ້ນໆ ໂດຍໃຊ້ເຫດຜົນວ່າເຮົາບໍ່ແມ່ນປັດໄຈດຽວຂອງຄວາມສຳເລັດ
  • ລົດຄວາມໝັ້ນໃຈທີ່ຫຼາຍເກີນໄປ ແລະ ຢ່າຢຶດຕິດຢູ່ກັບຄວາມສຳເລັດເກົ່າໆ

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/