ນາຍພົນແຫ່ງກອງທັບອາກາດສະຫະລັດ ຄາດການວ່າ ຈີນ ແລະ ສະຫະລັດອາເມຣິກາອາດເຮັດສົງຄາມໃນປີ 2025

ຈີນ

ເມື່ອບໍ່ດົນມານີ້ທະຫານລະດັບນາຍພົນແຫ່ງກອງທັບອາກາດສະຫະລັດອາເມຣິກາ ໄດ້ອອກມາກ່າວເຖິງເລື່ອງທີ່ອາດເຮັດໃຫ້ຫຼາຍຝ່າຍເກີດຄວາມກັງວົນໃຈ ໂດຍເລື່ອງທີ່ວ່ານັ້ນແມ່ນການຄາດການວ່າສະຫະລັດອາເມຣິກາ ແລະ ຈີນອາດເຮັດສົງຄາມກັນໃນປີ 2025 ໂດຍຄຳເວົ້ານີ້ນັບເປັນຄຳເຕືອນທີ່ຮຸນແຮງທີ່ສຸດຈາກຜູ້ບັນຊາການທະຫານລະດັບສູງຂອງສະຫະລັດ ກ່ຽວກັບຄວາມຂັດແຍ້ງລະຫວ່າງສອງຊາດມະຫາອຳນາດທີ່ສືບເນື່ອງມາຈາກປະເດັນຄວາມຂັດແຍ້ງໄຕ້ຫວັນ ແລະ ຈີນ.

ຄຳຄາດການນີ້ເປັນຂອງ ພົນເອກ ໄມ ມິນິແຮນ (Mike Minihan) ແຫ່ງກອງບັນຊາການຂົນສົ່ງທາງອາກາດ ທີ່ໄດ້ລະບຸວ່າ ມະຫາອຳນາດທາງທະຫານທັງສອງປະເທດທີ່ມີທ່າອ່ຽງທີ່ຈະເຮັດສົງຄາມ ເນື່ອງຈາກວ່າມີຫຼາຍໆ ສະຖານະການທີ່ເກີດຂຶ້ນທີ່ສາມາດເອື້ອໃຫ້ປະທານາທິບໍດີ ສີ ຈິ້ນຜິງ ຂອງຈີນຕັດສິນໃຈເຮັດແບບນັ້ນ.

“ຂ້ອຍຫວັງວ່າຂ້ອຍຈະຄິດຜິດ ຂ້ອຍຮູ້ສຶກສັງຫອນໃຈວ່າເຮົາຈະສູ້ຮົບກັນໃນປີ 2025” ພົນເອກ ໄມ ມິນິແຮນ ຂຽນໃນບັນທຶກຂໍ້ຄວາມສ່ວນຕົວເຖິງຜູ້ບັນຊາການລະດັບສູງ ແຕ່ບັນທຶກດັ່ງກ່າວມັນໄດ້ຫຼຸດອອກມາເຖິງ NBC ແລະ Financial Times.

“ສີ ຈິ້ນຜິງ ດຳລົງຕຳແໜ່ງເລຂາທິການໃຫຍ່ພັກຄອມມູນິສເປັນສະໄໝທີ 3 ແລະ ໄດ້ຕັ້ງສະພາສົງຄາມ (War Council) ໃນເດືອນຕຸລາ 2022 ການເລືອກຕັ້ງປະທານາທິບໍດີໄຕ້ຫວັນຈະມີຂຶ້ນໃນປີ 2024 ແລະ ນັ້ນຈະເປັນເຫດຜົນໃຫ້ກັບ ສີ ຈິ້ນຜິງ” ພົນເອກ ໄມ ຂຽນໃນບັນທຶກຂໍ້ຄວາມ ພ້ອມທັງເສີມວ່າ ນອກຈາກນີ້ການເລືອກຕັ້ງປະທານາທິບໍດີສະຫະລັດອາເມຣິກາໃນປີ 2024 ຈະເຮັດໃຫ້ ອາເມຣິກາ ເກີດຄວາມບໍ່ດຸ່ນດ່ຽງ ເຊິ່ງນັ້ນຈະເປັນຜົນດີໃຫ້ກັບປະທານາທິບໍດີຈີນ.

“ທີມງານ, ເຫດຜົນ ແລະ ໂອກາດຂອງ ສີ ຈິ້ນຜິງ ທຸກຢ່າງມາບັນຈົບກັນໃນປີ 2025” ພົນເອກ ໄມ ມິນິແຮນ ກ່າວ.

ບັນທຶກດັ່ງກ່າວຫຼຸດອອກມາໃນຂະນະທີ່ຄວາມຄວາມເຄັ່ງຕຶງລະຫວ່າງຈີນກັບສະຫະລັດອາເມຣິກາ ທີ່ມີໄຕ້ຫວັນເປັນປະເດັນແມ່ນຍັງຄົງຢູ່ໃນລະດັບສູງ ແລະ ເກີດຂຶ້ນໜຶ່ງອາທິດກ່ອນ ແອນໂທນີ ບລິງເຄນ ລັດຖະມົນຕີຕ່າງປະເທດຂອງສະຫະລັດຈະເດີນທາງໄປຈີນ.

ຢ່າງໃດກໍຕາມ ເຈົ້າໜ້າທີ່ປ້ອງກັນປະເທດສະຫະລັດຄົນໜຶ່ງໄດ້ອອກມາກ່າວວ່າຄວາມຄິດເຫັນຂອງ ໄມ ມິນແຮນ ນັ້ນ “ບໍ່ແມ່ນມຸມມອງຂອງກະຊວງປ້ອງກັນປະເທດຂອງສະຫະລັດທີ່ມີຕໍ່ຈີນ” ໃນສ່ວນຂອງ Pentagon ແລະ ທຳນຽບຂາວແມ່ນຍັງບໍ່ໄດ້ອອກມາສະແດງທ່າທີກ່ຽວກັບການຄາດການນີ້.

ທັງນີ້ຄວາມເຫັນຂອງ ໄມ ມິນິແຮນ ນັ້ນຖືເປັນການຄາດການທີ່ກົງ ແລະ ແຮງທີ່ສຸດຈາກຜູ້ບັນຊາການທະຫານລະດັບສູງຂອງສະຫະລັດ ເຖິງແມ່ນວ່າທີ່ຜ່ານມາຈະມີຜູ້ບັນຊາການກອງທັບສະຫະລັດອາເມຣິກາຫຼາຍຄົນອອກມາທຳນາຍຮອບເວລາ ສຳລັບປະຕິບັດການທາງທະຫານຂອງຈີນຕໍ່ໄຕ້ຫວັນ ແຕ່ກໍບໍ່ມີໃຜສະແດງຄວາມຄິດເຫັນໄດ້ຊັດເຈນແບບນີ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/