ແຂ່ງກັນທຸກດ້ານ! Baidu ບໍລິສັດຈາກຈີນ ກຽມເປີດຕົວ IA Chatbot ຂຶ້ນມາແຂ່ງກັບ ChatGPT ຂອງອາເມຣິກາ

ChatGPT

ເອີ້ນໄດ້ວ່າແຂ່ງກັນໃນທຸກໆດ້ານ ສຳລັບ 2 ມະຫາອຳນາດຂອງໂລກ ເມື່ອຫຼ້າສຸດ Baidu ເຊີດ ເອັນຈິນ ລາຍໃຫຍ່ຂອງປະເທດຈີນ ກໍາລັງວາງແຜນເປີດຕົວ Chatbot ທີ່ສາມາດຕອບຄຳຖາມຂອງຜູ້ໃຊ້ງານໄດ້ຄ້າຍຄືກັບ ChatGPT ຂອງອາເມຣິກາ ທີ່ສ້າງປາກົດການມີຜູ້ໃຊ້ງານຫຼາຍກວ່າ 1 ລ້ານຄົນ ຫຼັງເປີດຕົວພຽງ 5 ວັນ.

ໂດຍແຫຼ່ງຂ່າວລະບຸວ່າ Baidu ກຽມເປີດຕົວ Chatbot ພາຍໃນເດືອນ ມີນາ ນີ້ໂດຍຈະນຳເຂົ້າໃນການບໍລິການ ເຊີດ ເອັນຈິນ ທີ່ເມື່ອຜູ້ໃຊ້ງານເຂົ້າມາ ຊອກຫາຂໍ້ມູນ ເຊິ່ງຈະໄດ້ຮັບຜົນການຄົ້ນຫາໃນຮູບແບບຂອງການສົນທະນາແບບຖາມ-ຕອບ.

ChatGPT

ຕະຫຼອດຫຼາຍປີທີ່ຜ່ານມາ Baidu ໄດ້ລົງທຶນຫຼາຍລ້ານໂດລາ ໄປກັບການພັດທະນາ AI ໂດຍໄດ້ມີການພັດທະນາ Machine Learning ຂອງຕົນເອງເພື່ອເຝິກຝົນ ແລະ ຮຽນຮູ້ສິ່ງຕ່າງໆ ເຊິ່ງ Machine Learning ຂອງຕົນເອງນີ້ຈະຖືກນຳໄປເປັນພື້ນຖານຂອງ Chatbot ຂອງ Baidu.

ChatGPT

ໂຣບິນ ລີ (Robin Li) ຜູ້ບໍລິຫານຂອງ Baidu ເຄີຍບອກວ່າ Chat GPT ເປັນຕົວຢ່າງຂອງຜູ່ນຳເທັກໂນໂລຢີຍຸກໃໝ່ ທີ່ສາມາດດຶງດູດຄວາມສົນໃຈຂອງຜູ້ຄົນຈຳນວນຫຼາຍ ແຕ່ຢ່າງໃດກໍດີ ຄວາມທ້າທາຍກໍຄື ການເຮັດໃຫ້ Generative AI ຢ່າງ Chatbot ເປັນສິ່ງທີ່ທຸກຄົນຕ້ອງການ ແລະ ສາມາດສ້າງລາຍໄດ້ໃຫ້ບໍລິສັດຕໍ່ໄປ.

ChatGPT

ສຳລັບ Baidu ເຖິງແມ່ນວ່າຈະເປັນບໍລິສັດຍັກໃຫຍ່ ແຕ່ທີ່ຜ່ານມາກໍມີຄູ່ແຂ່ງທີ່ເປັນຍັກໃຫຍ່ດ້ານເທັກໂນໂລຢີຫຼາຍບໍລິສັດ ບໍ່ວ່າຈະເປັນ Alibaba, Tencent ແລະ ByteDance. ເຊິ່ງທາງ Baidu ຈຶ່ງຕ້ອງຫາແນວທາງໃໝ່ໆ ເພື່ອເລັ່ງການເຕີບໂຕບໍ່ວ່າຈະເປັນການວິໄຈ ແລະ ພັດທະນາ AI ໄປຈົນຮອດເທັກໂນໂລຢີ ຍານພາຫະນະ ໄຮ້ຄົນຂັບ.

ChatGPT

ເຊິ່ງ ນອກເໜືອຈາກ Baidu ທີ່ວາງແຜນຈະນຳເອົາ Chatbot ມາໃຊ້ງານໃນແພລັດຟອມແລ້ວ ທາງ Microsoft ເອງກໍກຽມຈະເພີ່ມຄວາມສາມາດ ChatGPT ໃນ Bing ເຊີດ ເອັນຈິນຂອງບໍລິສັດ ເອງເຊັ່ນດຽວກັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/