Dragon Ball DAIMA ພາກໃໝ່ ມີກຳນົດສາຍໃນປີ 2024 ນີ້!


ແຟນໆ Dragon Ball ວ່າແນວໃດ ເມື່ອໃນງານ New York Comic Con 2023 ຂອງທາງ Toei Animation ໄດ້ອອກມາປະກາດເປີດຕົວອະນິເມຊັນພາກໃໝ່ທີ່ມາຈາກເລື່ອງ Dragon Ball ໂດຍໃນຕອນນີ້ໃຊ້ຊື່ເລື່ອງວ່າ Dragon Ball Daima.

ຈາກຕົວຢ່າງທີ່ປ່ອຍອອກມາກໍດຸເດືອດແລ້ວ! ທັງຕົວລະຄອນຫຼັກໆກໍມາໝົດບໍ່ວ່າຈະເປັນ Goku, Vegeta ແລະ ຕົວລະຄອນອື່ນໆອີກຫຼາຍຄົນ ເລື່ອງນີ້ອາດຈະເຮັດໃຫ້ເຮົາກັບມາເປັນເດັກນ້ອຍອີກຄັ້ງ ກັບການເດີນທາງຄັ້ງໃໝ່ ແລະ ການຕໍ່ສູ້ທີ່ດຸເດືອດມັນໄດ້ເລີ່ມຕົ້ນຂຶ້ນແລ້ວ.

ເຖິງຢ່າງໃດກໍຕາມຕອນນີ້ຍັງບໍ່ມີລາຍລະອຽດໃດໆກ່ຽວກັບ Dragon Ball Daima ທີ່ປ່ອຍອອກມາ ແຕ່ມີຄຳວ່າ Daima ເຖິງວ່າເປັນຄຳທີ່ບໍ່ມີຄວາມໝາຍ ແຕ່ຫາກຖອດອອກມາເປັນຕົວຄັນຈິແລ້ວອອກມາເປັນອັງກິດຈະໄດ້ຄຳວ່າ “Evil”  ຫຼືວ່າພາກນີ້ອາດເປັນພາກທີ່ກ່ຽວກັບຕົວຮ້າຍກໍໄດ້.

ໃນສ່ວນຂອງ Dragon Ball Daima ຍັງບໍ່ມີມື້ກຳນົດສາຍຢ່າງຊັດເຈນ ບອກພຽງແຕ່ວ່າຈະຢູ່ໃນລະດູໃບໄມ້ຫຼົ່ນຂອງປີ 2024 ພຽງເທົ່ານັ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/