ຫວຽດນາມ ເລັ່ງສ້າງທາງຫຼວງເຊື່ອມຕໍ່ສູ່ ລາວ-ຈີນ ໄລຍະເວລາ 5 ປີ


ພາກສ່ວນທີ່ກ່ຽວຂ້ອງຂອງຫວຽດນາມສະເໜີກະຊວງຄົມມະນາຄົມໃຫ້ຍົກລະດັບ ແລະ ປັບປຸງທາງຫຼວງແຜ່ນດິນເຊື່ອມລະຫວ່າງຫວຽດນາມກັບຕອນເໜືອຂອງ ສປປ ລາວ ແລະ ຈີນ. ເພື່ອຕອບສະໜອງການພັດທະນາເສດຖະກິດ ແລະ ສັງຄົມຂອງພື້ນທີ່ ແລະ ເສີມສ້າງການເຊື່ອມຕໍ່ຕາມແນວລະບຽງເສດຖະກິດຕາເວັນອອກ-ຕາເວັນຕົກ ເພື່ອສົ່ງເສີມການຄ້າກັບທັງ 2 ປະເທດ.

ທາງຫຼວງແຜ່ນດິນທັງ 3 ສາຍ ຈະໄດ້ຮັບການປັບປຸງໃຫ້ມີ 2 ທາງຈະລາຈອນ ມີຄວາມກວ້າງຫຼາຍຂຶ້ນ ແລະ ມີມາດຕະຖານທາງເທັກນິກ ໄດ້ແກ່: ທາງຫຼວງແຜ່ນດິນໝາຍເລກ 4H ແລະ ທາງຫຼວງແຜ່ນດິນໝາຍເລກ 217 ຄວາມຍາວ 52 ກິໂລແມັດ. ຈາກທາງຫຼວງແຜ່ນດິນໝາຍເລກ 1 ເຖິງທາງຫຼວງໂຮຈີມິນໃນແຂວງ Thanh Hoa.

ໂດຍການປັບປຸງທາງຫຼວງແຜ່ນດິນໝາຍເລກ 217 ໃຫ້ສຳເລັດ ຈະຊ່ວຍສ້າງປະໂຫຍດໃນການຍົກລະດັບການຄ້າລະຫວ່າງຫວຽດນາມ ແລະ ສປປ ລາວ. ຜ່ານຊາຍແດນ Na Meo ແລະ ເຊື່ອມຕໍ່ກັບລະບົບຂົນສົ່ງເໜືອ-ໃຕ້ ແລະ ທ່າເຮືອໃນພູມີພາກ.

ໃນຂະນະທີ່ການລົງທຶນໃນໂຄງການນີ້ ຈະຕອບສະໜອງຄວາມຕ້ອງການດ້ານການຂົນສົ່ງທີ່ເພີ່ມຂຶ້ນ ຫຼຸດໄລຍະທາງລະຫວ່າງດ່ານຊາຍແດນ ແລະ ທ່າເຮືອ. ພ້ອມກັນນີ້ ຍັງຫຼຸດລາຄາໃນການຂັບລົດ ເຊິ່ງຈະຊ່ວຍຫຼຸດຄ່າໃຊ້ຈ່າຍໃນການຂົນສົ່ງ ມົນລະພາວະທາງສິ່ງແວດລ້ອມ ແລະ ອຸບັດຕິເຫດການຈະລາຈອນອີກດ້ວຍ.

ພ້ອມກັນນີ້ ໂຄງສ້າງການປັບປຸງດັ່ງກ່າວ ມີມູນຄ່າການລົງທຶນລວມ 9.4 ລ້ານລ້ານດົງ ໂດຍເປັນເງິນທຶນກູ້ຢືມຈາກທະນາຄານໂລກຫຼາຍກວ່າ 7.5 ລ້ານລ້ານດົງ ເຊິ່ງໃຊ້ສຳລັບການກໍ່ສ້າງ ການອອກແບບທາງເຕັກນິກ ແລະ ການໃຫ້ຄຳປຶກສາ ການຄວບຄຸມການກໍ່ສ້າງ ແລະ ຄ່າໃຊ້ຈ່າຍສຸກເສີນຕ່າງໆ ໂດຍຈະດຳເນີນການພາຍໃນໄລຍະເວລາ 5 ປີ ລະຫວ່າງ 2025-2029.

ຂໍ້ມູນຈາກ:

AEC Connect

THESTAR.COM.MY

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/