ອຸດສາຫະກຳເຫຼັກລວດໄທ ພົບບັນຫາ ຫຼັງລາຄານຳເຂົ້າລວດຈາກຈີນຖືກກວ່າ


ນາຍົກສະມາຄົມເຫຼັກລວດໄທ ຮຽກຮ້ອງລັດຖະບານໃຊ້ເຫຼັກລວດໃນປະເທດ ເພາະມີກຳລັງການຜະລິດ ມີສິນຄ້າພ້ອມໃຊ້ງານ ແຕ່ບໍ່ໄດ້ໃຊ້ ຫຼັງການນຳເຂົ້າຈາກຈີນຕັດລາຄາຕະຫຼາດ. ນາຍົກສະມາຄົມເຫຼັກລວດໄທ ເປີດເຜີຍວ່າ ປັດຈຸບັນພາກອຸດສາຫະກຳຜູ້ຜະລິດເຫຼັກລວດໄທ ກຳລັງພົບກັບຄວາມເດືອດຮ້ອນ ເພາະມີການນຳເຂົ້າເຫຼັກລວດຈາກຕ່າງປະເທດ ຈາກປະເທດຈີນ, ຫວຽດນາມ, ມາເລເຊຍ, ອິນໂດເນເຊຍ ແລະ ຣັດເຊຍ ເຂົ້າມາຕີຕະຫຼາດ. ພ້ອມຍັງຂາຍໃນລາຄາທີ່ຕ່ຳ ຈຶ່ງຢາກຮຽກຮ້ອງໃຫ້ລັດຖະບານ ແລະ ໜ່ວຍງານທີ່ກ່ຽວຂ້ອງ ຊ່ວຍແກ້ໄຂບັນຫາ ເພື່ອໃຫ້ຜູ້ຜະລິດເຫຼັກລວດໄທ ແລະ ພາກອຸດສາຫະກຳຢູ່ລອດ.

ນອກນີ້ ຍັງມີການນຳເຂົ້າຈາກຈີນຫຼາຍເຖິງ 218,502 ໂຕນ, ໃນຂະນະທີ່ໄລຍະດຽວກັນ ປີກ່ອນມີການນຳເຂົ້າພຽງ 95,924 ໂຕນ ເພີ່ມຫຼາຍຂຶ້ນເຖິງ 128% ລວມເຖິງນຳເຂົ້າຈາກອິນໂດເນເຊຍ 69,944 ໂຕນ, ປີຜ່ານມານຳເຂົ້າພຽງ 25,211 ໂຕນ ເພີ່ມຂຶ້ນ 177%.

ເຖິງຢ່າງໃດກໍຕາມ ເຖິງວ່າລັດຖະບານຈະອອກມາດຕະການ Made in Thailand ໃຫ້ໂຄງການຈັດຊື້ຈັດຈ້າງຕ່າງໆຂອງພາກລັດ ໃຊ້ເຫຼັກທີ່ຜະລິດໃນປະເທດຫຼາຍຂຶ້ນ ແຕ່ຍັງບໍ່ພຽງພໍ ລັດຖະບານຄວນຫາທາງເພີ່ມການໃຊ້ກຳລັງການຜະລິດ ເຊັ່ນ: ກະຕຸ້ນການສົ່ງອອກ ໂດຍພິຈາລະນາຍົກເວັ້ນ ຫຼື ຫຼຸດຄ່າທຳນຽມໃນການສົ່ງອອກ ປັບໂຄງສ້າງຄ່າໄຟຟ້າ ຄ່າພະລັງງານ ໃຫ້ເໝາະສົມກັບການແຂ່ງຂັນທາງອຸດສາຫະກຳໃຫ້ເທົ່າທຽມກັບປະເທດອື່ນ ລວມເຖິງຂະຫຍາຍຂອບຂ່າຍຂອງນະໂຍບາຍ Made in Thailand ພ້ອມທັງໂຄງການລົງທຶນລັດ ແລະ ເອກະຊົນ ແລະ ໃຫ້ລົງໄປຮອດການກຳນົດໃຫ້ໃຊ້ວັດຖຸດິບຕົ້ນນ້ຳທີ່ຜະລິດໄດ້ໃນປະເທດດ້ວຍ.

ຂໍ້ມູນຈາກ:

PPTV HD 36

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/