BlackRock ປະກາດແປງສິນຊັບຂອງຕົນເອງໃຫ້ກາຍເປັນໂທເຄັນໃນ Onyx blockchain ຂອງ JPMorgan


BlackRock ຜູ້ຈັດການສິນຊັບທີ່ໃຫຍ່ທີ່ສຸດຂອງໂລກ ໄດ້ປະກາດແປງສິນຊັບຂອງຕົນເອງຄື Tokenized ຈາກກອງທຶນຕະຫຼາດເງິນທີ່ໃຊ້ຮ່ວມກັນໃຫ້ກາຍເປັນຫຼັກປະກັນໃຫ້ກັບ Barclays ໃນຂໍ້ຕົກລົງອະນຸພັນທີ່ຊື້ຂາຍກັນຜ່ານ JPMorgan.

Tyrone Lobban ຫົວໜ້າ Onyx Digital Assets ຢູ່ JPMorgan ກ່າວວ່າ: BlackRock ນັ້ນໄດ້ດໍາເນີນທຸລະກໍາຜ່ານ Onyx blockchain ຂອງ JPMorgan ໃນ Ethereum ເຊິ່ງແມ່ນເຄືອຂ່າຍ Tokenized Collateral (TCN) ແລະ ສິ່ງທີ່ໜ້າສົນໃຈກໍຄື ຫຼັກປະກັນດັ່ງກ່າວໄດ້ຖືກໂອນຜ່ານ Onyx ໃນທັນທີ, ເຊິ່ງວ່ອງໄວກວ່າການເຮັດຊຳລະເງິນແບບດັ້ງເດີມທີ່ໃຊ້ເວລາເຖິງ 1 ມື້ໃນການເຮັດທຸລະກຳ ແລະ ການເພິ່ມໂທເຄັນນີ້ເຂົ້າມາຈະຊ່ວຍເພີ່ມປະສິດທິພາບທາງດ້ານການເງິນໄດ້ຫຼາຍ ໂດຍການໃຊ້ຫຼຽນທີ່ໄດ້ມາຈາກເງິນທຶນທີ່ຖືກລັອກໄວ້ສາມາດນຳມາໃຊ້ເປັນຫຼັກປະກັນໃນການເຮັດທຸລະກຳໃໝ່.

Ed Bond ຫົວໜ້າຝ່າຍບໍລິການການຄ້າຂອງ JPMorgan ກ່າວວ່າ ທາງບໍລິສັດໄດ້ວາງແຜນທີ່ຈະອະນຸຍາດໃຫ້ລູກຄ້າສາມາດໃຊ້ສິນຊັບອື່ນໆເປັນຫຼັກປະກັນໄດ້ເຊັ່ນ ຮຸ້ນ ແລະ ພັນທະບັດເປັນຕົ້ນ.

JPMorgan ນັ້ນໄດ້ມີການສໍາຫຼວດລະບົບການສ້າງໂທເຄັນສໍາລັບສິນຊັບທາງການເງິນແບບດັ້ງເດີມມາຕັ້ງແຕ່ປີ 2015 ຜ່ານການເປີດຕົວໂປຣແກຣມ Blockchain ດ້ວຍ Quoruom ທີ່ໄດ້ຮັບອະນຸຍາດໃຫ້ແຍກໂປໂຕຄອນອອກຈາກເຄືອຂ່າຍ Ethereum ໄດ້.

ນອກຈາກນີ້ Citigroup ສະຖາບັນການທະນາຄານທີ່ໃຫຍ່ທີ່ສຸດອັນດັບສາມໃນສະຫະລັດ ກໍໄດ້ເປີດຕົວ Citi Token Services ໃນເດືອນກັນຍາທີ່ຜ່ານມາ. ເຊິ່ງເປັນໂຊລູຊັນການຊຳລະເງິນຂ້າມພົມແດນທີ່ໃຊ້ blockchain ສໍາລັບສະຖາບັນຕ່າງໆທີ່ໃຊ້ເງິນຝາກ token ແລະ Smartcontract ສໍາລັບການຊໍາລະໜີ້ແບບ real-time

ທີ່ມາ:

forkast

coindesk

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/