Donald Trump ປະກາດ ຕົນສາມາດຢຸດສົງຄາມ ຣັດເຊຍ-ຢູເຄຣນ ໄດ້ພາຍໃນມື້ດຽວ ຖ້າໄດ້ກັບມາເປັນປະທານາທິບໍດີ

donald-trump-ປະກາດ-ຕົນສາມາດຢຸດສົງຄາມ

ຂໍ້ຂັດແຍ້ງລະຫວ່າງ ຣັດເຊຍ-ຢູເຄຣນ ເລີ່ມກ້າວເຂົ້າສູ່ປີທີ 2 ແລ້ວ ແຕ່ຍັງເບິ່ງຄືວ່າຈະບໍ່ສາມາດເຈລະຈາກັນໄດ້ໃນໄວໆນີ້ເລີຍ. ຫຼ້າສຸດ ອະດີດປະທານາທິບໍດີແຫ່ງສະຫະລັດອາເມຣິກາ ໂດນັລ ທຣຳ (Donald Trump) ໄດ້ປະກາດກາງກອງປະຊຸມ ສາຍອະນຸລັກນິຍົມ ໃນວັນເສົາທີ່ຜ່ານມານີ້ວ່າ ສົງຄາມໂລກຄັ້ງທີ 3 ຈະບໍ່ເກີດຂຶ້ນ ແລະ ຕົນສາມາດຢຸດຂໍ້ຂັດແຍ້ງນີ້ໄດ້ພາຍໃນມື້ດຽວ ຖ້າວ່າຕົນໄດ້ກັບມາເປັນປະທານາທິບໍດີ ຂອງອາເມຣິກາ ອີກເທື່ອໜຶ່ງໃນປີ 2024.

ໂດຍ ທຣຳ ໃນອາຍຸ 76 ປີ ປະກາດວ່າ ລາວ ແລະ ຜູ້ສະໜັບສະໜູນຈະບໍ່ຍອມໃຫ້ພັກອະນຸລັກນິຍົມຂອງລາວ ຖືກຄວບຄຸມໂດຍຄົນທີ່ຢູ່ໃນສະພາ ທີ່ບໍ່ມີສະຕິ ແລະ ບໍ່ສະຫຼາດ ທີ່ນຳພາສະຫະລັດອາເມຣິກາ ເຂົ້າໄປພົບກັບສົງຄາມໃນຕ່າງປະເທດ.

donald-trump-ປະກາດ-ຕົນສາມາດຢຸດສົງຄາມ

ອະດີດປະທານາທິບໍດີຄົນນີ້ບອກອີກວ່າ ລັດຖະບານຄວນຢຸດໃຊ້ເງິນເປັນພັນໆລ້ານໂດລາ ໄປກັບການຊ່ວຍເຫຼືອຢູເຄຣນໄດ້ແລ້ວ, ເຊິ່ງຖ້າຫາກລາວຖືກເລືອກໃຫ້ເປັນປະທານາທິບໍດີ ລາວຈະເຮັດໃຫ້ສົງຄາມ ຣັດເຊຍ-ຢູເຄຮນ ທີ່ຍາວນານນີ້ ຈົບລົງພາຍໃນມື້ດຽວ ແລະ ຍັງຈະຮຽກຮ້ອງໃຫ້ບັນດາພັນທະມິດຂອງອົງການສົນທິສັນຍາແອັດແລນຕິກເໜືອ (NATO) ຈ່າຍຄ່າສົງຄາມໃຫ້ຫຼາຍຂຶ້ນ.

donald-trump-ປະກາດ-ຕົນສາມາດຢຸດສົງຄາມ

“ທ່ານບໍ່ສາມາດໃຊ້ຈ່າຍຫຼາຍຮ້ອຍພັນລ້ານໂດລາເພື່ອປົກປ້ອງກຸ່ມຄົນທີ່ບໍ່ມັກພວກເຮົາປານໃດ ແລະ ຖ້າຫາກວ່າມັນຢູ່ໃນທຸລະກິດ ຖ້າວ່າທ່ານເຕັມໃຈທີ່ຈະຈ່າຍຫຼາຍປານນັ້ນ ທ່ານຕ້ອງບອກເຂົາເລີຍວ່າ ຖ້າຫາກພວກເຈົ້າຊະນະ ເຄິ່ງໜຶ່ງຂອງປະເທດຂອງເຈົ້າຕ້ອງເປັນຂອງພວກເຮົາ”.

ທຣໍາ ລະບຸຕໍ່ອີກວ່າ: “ກ່ອນທີ່ຂ້າພະເຈົ້າຈະກັບຄືນໄປຫ້ອງການຮູບໄຂ່ (Oval Office) ໃນ ທໍານຽບຂາວ, ຂ້າພະເຈົ້າຈະຍຸຕິສົງຄາມລະຫວ່າງຣັດເຊຍ ແລະ ຢູເຄຣນ ແລະ ມັນຈະສິ້ນສຸດລົງຢ່າງໄວວາ ເຊິ່ງຂ້ອຍຈະແກ້ໄຂບັນຫານີ້ດ້ວຍຕົນເອງ, ໃນເວລາບໍ່ຮອດໜຶ່ງມື້.”

ນອກຈາກນີ້ ອະດີດຜູ້ນໍາ ສະຫະລັດຄົນນີ້ ຍັງໄດ້ກ່າວຫາປະທານາທິບໍດີ ຄົນປັດຈຸບັນ ຢ່າງ ໂຈ ໄບເດັນ (Joe Biden) ວ່າເປັນ “ອາຊະຍາກອນ” ພ້ອມຕັ້ງຄຳຖາມວ່າ ເປັນຫຍັງ NATO ຈຶ່ງບໍ່ຊ່ວຍອອກຄ່າໃຊ້ຈ່າຍຂອງສົງຄາມທີ່ຢູເຄຣນ ເທົ່າທີ່ສະຫະລັດຕ້ອງຈ່າຍ?”

donald-trump-ປະກາດ-ຕົນສາມາດຢຸດສົງຄາມ

ຢ່າງໃດກໍຕາມ ການກ່າວປາໄສຄັ້ງນີ້ ກໍຄົງເປັນການເອີ້ນຄະແນນສຽງຂອງ ໂດນັລ ທຣຳ ທີ່ກຳລັງລົງເລືອກຕັ້ງແຂ່ງຂັນກັບ ໂຈ ໄບເດັນ ຂະນະນີ້. ແຕ່ກໍຍັງໜ້າສົນໃຈທີ່ວ່າ ເຖິງແມ່ນວ່າ ສປ ຈີນ ຈະຖືກວາງໃຫ້ເປັນຜູ້ຫຼິ້ນບົດ ພະເອກ ຂີ່ມ້າຂາວ ມາເຮັດໜ້າທີ່ເປັນກາວໃຈໃຫ້ກັບ ຣັດເຊຍ-ຢູເຄຣນ ມານັ່ງເຈລະຈາກັນ ແຕ່ກໍຍັງເບິ່ງຄືຈະເປັນໄປໄດ້ຍາກ ເພາະທາງອາເມຣິກາ ແລະ ບາງປະເທດໃນຕາເວັນຕົກບໍ່ເຫັນດີໃນເລື່ອງນີ້.

ແຕ່ສຳລັບ ໂດນັລ ທຣຳ ນັ້ນ ຖືເປັນຄົນລະດັບສູງຂອງ ອາເມຣິກາ ບໍ່ເທົ່າໃດຄົນ ທີ່ສາມາດລົມກັບ ວາລາດິເມຍ ປູຕິນ ຜູ້ນຳສູງສຸດຂອງ ຣັດເຊຍ ໄດ້ຮູ້ເລື່ອງ ແລະ ສະໜິດສະໜົມກັນພໍສົມຄວນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/