ບໍລິສັດທາງລົດໄຟລາວ-ຈີນ ກຳລັງຈະໃຫ້ບໍລິການຊື້ປີ້-ຈອງປີ້ອອນລາຍ ຜ່ານ ແອັບພິເຄຊັນ ໃນວັນທີ 15 ມີນານີ້

ບໍລິສັດທາງລົດໄຟລາວ-ຈີນ

ບໍລິສັດທາງລົດໄຟລາວ-ຈີນປະກາດ ຈະເປີດໃຫ້ບໍລິການຊື້ປີ້ຜ່ານ APP ທາງອິນເຕີເນັດ(LCR Ticket)ຢ່າງເປັນທາງການໃນການເດີນທາງພາຍໃນປະເທດ ເລີ່ມແຕ່ວັນທີ 15 ມີນາ 2023 ເປັນຕົ້ນໄປ.

ໂດຍການເຄື່ອນໄຫວດັ່ງກ່າວມີຂຶ້ນຕາມການປະກາດຂອງບໍລິສັດທາງລົດໄຟລາວ-ຈີນ ທີ່ງານສະເຫຼີມສະຫຼອງວັນຄົບຮອບ 1 ປີ ຂອງບໍລິສັດທາງລົດໄຟລາວ-ຈີນ ເມື່ອຕົ້ນເດືອນທັນວາທີ່ຜ່ານມາ. ໂດຍ ແອັບພິເຄຊັນດັ່ງກ່າວແມ່ນສາມາດດາວໂຫຼດໄດ້ທັງມືືຖືທີ່ເປັນລະບົບ Android ແລະ IOS ເຊິ່ງກ່ອນໜ້ານີ້ ໄດ້ມີການເປີດຕົວໄປແລ້ວ ແຕ່ສາມາດໃຊ້ໄດ້ພຽງກວດຫາຂໍ້ມູນສະຖານີລົດໄຟເທົ່ານັ້ນ ຍັງບໍ່ສາມາດສັ່ງຈອງປີ້ໄດ້.

ບໍລິສັດທາງລົດໄຟລາວ-ຈີນ

LCR ticket APP ແມ່ນລະບົບຂາຍປີ້ລົດໄຟແບບອອນລາຍ ທີ່ທາງບໍລິສັດລົດໄຟລາວ-ຈີນໄດ້ຄິດຄົ້ນ ພັດທະນາຂຶ້ນມາ ເພື່ອອຳນວຍຄວາມສະດວກໃນການເດີນທາງຂອງຜູ້ໂດຍສານ ໃຫ້ສາມາດກວດສອບຂໍ້ມູນ, ຊື້ປີ້, ຈອງ ແລະ ປ່ຽນຂໍ້ມູນການຈອງ ແລະ ຍັງສາມາດຖອນຄືນປີ້ລົດໄຟໄດ້. ພາຍຫຼັງການຊື້ ປີ້ລົດໄຟຜ່ານແອັບພິເຄຊັນເທິງມືຖືແລ້ວ ແມ່ນສາມາດນຳເອົາ QR Code ໄປຮັບປີ້ລົດໄຟຢູ່ສະຖານີລົດໄຟໄດ້ເລີຍ ແລະ ສາມາດຈອງປີ້ລ່ວງໜ້າໄດ້ 7 ມື້.

ຢ່າງໃດກໍຕາມ ໃນສ່ວນຂອງວິທີການຈ່າຍເງິນ ຜ່ານລະບົບອອນລາຍ ທາງບໍລິສັດລົດໄຟ ລາວ-ຈີນ ຍັງບໍ່ທັນໄດ້ມີການກຳນົດຢ່າງຊັດເຈນແຕ່ຢ່າງໃດ ແຕ່ມີການຄາດການວ່າຈະມີການຈ່າຍເງິນຜ່ານລະບົບ UnionPay, Alipay ແລະ WeChat Pay ຢູ່ນໍາ.

ໂດຍການດຳເນີນການຄັ້ງນີ້ມີຈຸດປະສົງໃນການແກ້ໄຂບັນຫາການຊື້ປີ້ ທີ່ຫຍຸ້ງຍາກ ແລະ ບັນຫາເລື່ອງກຸ່ມຄົນ ຫຼື ບຸກຄົນທີ່ສວຍໂອກາດຮັບຊື້ປີ້ໃນລາຄາທີ່ສູງ ໃນໄລຍະທຳອິດຂອງການເປີດໃຫ້ບໍລິການທາງລົດໄຟ ເມື່ອປີ 2022 ທີ່ຜ່ານມາ.

ບໍລິສັດທາງລົດໄຟລາວ-ຈີນ

ທາງລົດໄຟລາວ-ຈີນ ຖືເປັນໜຶ່ງໃນທ່າແຮງສຳຄັນໃນການຂັບເຄື່ອນເສດຖະກິດຂອງ ລາວ ແລະ ເປັນໂຄງການເຊື່ອມຈອດ ແລະ ເຊື່ອມໂຍງ ຍຸດທະສາດ “ຫັນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ  ເປັນປະເທດເຊື່ອມຕໍ່” ຂອງລາວ, ເປັນໂຄງການວິສະວະກໍາ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ ເປັນໂຄງການວິສະວະກໍາສັນຍະລັກມິດຕະພາບ ຈີນ-ລາວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/