Dior Sauvage ຕໍ່ສັນຍານ້ຳຫອມກັບ Johnny Deppp ດ້ວຍລາຄາຄ່າຕົວ 20 ລ້ານໂດລາ ນັບເປັນດີລທີ່ໃຫຍ່ທີ່ສຸດໃນວົງການນ້ຳຫອມຊາຍ


ລູກຮັກຕົວຈິງຂອງ Dior Sauvage ບໍ່ວ່າຈະເຈິຫຍັງມາ ກໍຈະຮັບທຸກຢ່າງທີ່ເປັນປ໋າ Johnny Depp ຢ່າງທີ່ເຮົາຮູ້ກັນແລ້ວວ່າ Johnny Depp ຖືກກະແສໂຈມຕິໃນແງ່ລົບ ຫຼື ຖືກປົດຈາກແຟນຊາຍໜັງໃຫຍ່ໆຫຼາຍເລື່ອງ ແຕ່ທາງ Dior ກໍບໍ່ເຄີຍຖິ້ມ ຢູ່ຄຽງຂ້າງມາຕະຫຼອດ.

Johnny Depp ນັກສະແດງອາຍຸ 59 ປີ ຜູ້ທີ່ໄດ້ເຊັນສັນຍາກັບນ້ຳຫອມ Dior Sauvage ມາຕັ້ງແຕ່ປີ 2015 ແລະ ລາກຍາວມາຈົນຮອດປັດຈຸບັນ, ຫຼ້າສຸດມີລາຍງານຈາກ Variety ໄດ້ລາຍງານວ່າ Johnny Depp ໄດ້ຮັບຂໍ້ສະເໜີໃຫ້ມີີການຕໍ່ສັນຍາກັບນ້ຳຫອມ Dior Sauvage ເປັນເວລາ 3 ປີ ດ້ວຍຄ່າຕົວ 20 ລ້ານໂດລາ.

ໂດຍທາງ  Variety ອ້າງວ່າ Johnny Depp ໄດ້ຄ່າຈ້າງເກືອບເທົ່າຕົວຂອງ Robert Pattinson ໃນຖານະພີເຊັນເຕີນ້ຳຫອມ Dior Homme ແລະ ຫຼາຍກວ່າ Brad Pitt ທີ່ໄດ້ຮັບຄ່າຕົວ 7 ລ້ານໃນການໂປຣໂໝດນ້ຳຫອມ Chanel No.5 ໂດຍຂໍ້ຕົກລົງນີ້ເກີດຂຶ້ນຫຼັງຈາກມີລາຍງານວ່າ Amber Heard ອະດີດພັນລະຍາຂອງ Johnny Depp ໄດ້ຍ້າຍຈາກ Hollywood ໄປຢູ່ທີ່ປະເທດສະເປນ ຫຼັງຈາກການພິຈາລະນາຄະດີໄດ້ສິ້ນສຸດລົງເມື່ອປີ 2022.

ເຖິງແມ່ນວ່າ Johnny Depp ຈະເຄີຍມີຄະດີກັບ Amber Heard ຈົນເຮັດໃຫ້ຕົນເອງຂຶ້ນບັນຊີດຳຂອງ Hollywood ເນື່ອງຈາກ Amber Heard ໄດ້ກ່າວວ່າ Johnny Depp ທຳຮ້າຍຮ່າງການ ແລະ ຂົ່ມຂືນ ແຕ່ໃນເວລາຕໍ່ມາ Johnny Depp ກໍໄດ້ຊະນະຄະດີໃນທີ່ສຸດ ແລະ ເລີ່ມກັບມາໃນວົງການອີກຄັ້ງນັ້ນເອງ.

ການຕໍ່ສັນຍາໃນເທື່ອນີ້ລະຫວ່າງ Johnny Depp ກັບ Dior Sauvage ອາດຈະກາຍເປັນເປັນດີລທີ່ໃຫຍ່ທີ່ສຸດໃນວົງການນ້ຳຫອມຊາຍ ກ່ອນໜ້ານີ້ມີສື່ຕ່າງປະເທດໄດ້ລາຍງານວ່າ ຍອດຂາຍນ້ຳຫອມ Dior ໃນປີ 2021 ວ່າທາງແບຣນເຄີຍຂາຍນ້ຳຫອມ Dior Sauvage ທີ່ປ໋າ Johnny Depp ເປັນພີເຊັນເຕີໄດ້ທຸກໆ 3 ວິນາທີ ລວມ 1 ມື້ຂາຍໄດ້ຮອດ 4,5 ລ້ານໂດລາ ຈຶ່ງບໍ່ແປກໃຈທີ່ Johnny Depp ຈະກາຍເປັນລູກຮັກຂອງ  Dior.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/