ທິດທາງຂອງອາຊຽນ ຢາກຊຸກຍູ້ໃຫ້ ສປປ ລາວ ເຕີບໂຕດ້ານເສດຖະກິດ ແລະ ຄວາມຍືນຍົງທາງດ້ານການເງິນ


ໃນລະຫວ່າງວັນທີ 10-11 ພຶດສະພາ 2023 ຜ່ານມາ, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະ ທານສະພາແຫ່ງຊາດ (ສພຊ) ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມພົບປະລະຫວ່າງຜູ້ນຳອາຊຽນ ແລະ ຜູ້ນຳສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (AIPA) ທີ່ຈັດຂຶ້ນໃນລະຫວ່າງກອງປະຊຸມສຸດຍອດຜູ້ນໍາອາຊຽນ ຄັ້ງທີ 42 ທີ່ ລາບວນ ບາໂຈ, ສາທາລະນະລັດ ອິນໂດເນເຊຍ.

ໃນກອງປະຊຸມພົບປະລະຫວ່າງຜູ້ນຳອາຊຽນ ແລະ ຜູ້ນຳໄອປາຄັ້ງນີ້ ມີບັນດາປະມຸກລັດ, ນາຍົກລັດຖະມົນຕີ, ປະທານສະພາແຫ່ງຊາດ, ຄະນະຜູ້ແທນຂອງລັດຖະບານ ແລະ ສະພາແຫ່ງຊາດ ຈາກປະເທດສະມາຊິກອາຊຽນ ພ້ອມດ້ວຍເລຂາທິການໃຫຍ່ອາຊຽນ ແລະ ເລຂາທິການໃຫຍ່ໄອປາ ເຂົ້າຮ່ວມ ໂດຍໄດ້ປຶກສາຫາລືຫຼາຍບັນຫາສຳຄັນ ເປັນຄວາມກັງວົນຮ່ວມກັນ ແລະ ສິ່ງທ້າທາຍຕໍ່ການບັນລຸເປົ້າໝາຍການສ້າງປະຊາຄົມອາຊຽນ.

ຜູ້ນໍາໄອປາ ໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍ ຕໍ່ການຂະຫຍາຍຕົວທາງດ້ານເສດຖະກິດຂອງອາຊຽນໃນໄລຍະຜ່ານມາ ລວມເຖິງການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງອາຊຽນ ໃນທ່າມກາງສະພາບການຂອງພາກພື້ນ ແລະ ສາກົນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ. ພ້ອມກັນນັ້ນ, ຜູ້ນຳໄອປາ ໄດ້ເນັ້ນໜັກເຖິງການປະສານສົມທົບກັນຢ່າງແໜ້ນແຟ້ນລະຫວ່າງຝ່າຍບໍລິຫານ ແລະ ຝ່າຍນິຕິບັນຍັດຂອງອາຊຽນ ໃນການເສີມຂະຫຍາຍທ່າແຮງ ເພື່ອສ້າງຄວາມຈະເລີນຮຸ່ງເຮືອງໃຫ້ແກ່ປະຊາຊົນອາຊຽນ ໂດຍສະເໜີໃຫ້ຜູ້ນຳອາຊຽນ ສືບຕໍ່ຮັກສາສັນຕິພາບ, ຄວາມເປັນເອກະພາບ ແລະ ຄວາມເປັນແກນກາງຂອງອາຊຽນ; ເສີມຂະຫຍາຍຄວາມສາມາດໃນການຕອບສະໜອງທາງດ້ານພະລັງງານ ແລະ ຄວາມໝັ້ນຄົງທາງດ້ານສະບຽງອາຫານໃນອາຊຽນ; ສືບຕໍ່ສົ່ງເສີມການລົງທຶນສີຂຽວ, ຄວາມສະເໝີພາບ ແລະ ຄວາມຍືນຍົງທາງດ້ານການເງິນ; ປັບປຸງແຜນງານ, ຂອບກົດໝາຍ ແລະ ນະໂຍບາຍເພື່ອບັນລຸຂໍ້ລິເລີ່ມ ແລະ ຂໍ້ຕົກລົງສີຂຽວອາຊຽນ; ປັບປຸງປະສິດທິພາບການເຄື່ອນໄຫວຂອງບັນດາກົນໄກຂອງອາຊຽນ ແລະ ລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມພັດທະນາ; ສົ່ງເສີມນະວັດຕະກໍາ, ການຖ່າຍທອດການນຳໃຊ້ ແລະ ການພັດທະນາທາງດ້ານວິທະຍາສາດ ແລະ ເທັກໂນໂລຢີ; ຊຸກຍູ້ການເຕີບໂຕດ້ານເສດຖະກິດທີ່ເຂັ້ມແຂງ, ຮັດແຄບຊ່ອງຫວ່າງຂອງການພັດທະນາ, ເສີມສ້າງຄວາມເຂັ້ມແຂງພາຍໃນພາກພື້ນ ໃຫ້ມີການຂະຫຍາຍຕົວ ແລະ ການພັດທະນາແບບຍືນຍົງຕາມທິດທາງຂອງອາຊຽນ.

ກ່ອນການເຂົ້າຮ່ວມກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ແລະ ຜູ້ນໍາໄອປາ, ຄະນະຜູ້ແທນສະພາແຫ່ງຊາດ ນຳໂດຍ ທ່ານ ສັນຍາ ປຣະເສີດ ປະທານກຳມາທິການການຕ່າງປະເທດ ກໍໄດ້ປະຊຸມຮ່ວມກັບ ຄະນະຜູ້ແທນຈາກສະມາຊິກໄອປາ ທີ່ນໍາໂດຍຂັ້ນປະທານ, ຮອງປະທານ ແລະ ສະມາຊິກສະພາແຫ່ງຊາດ ຈາກ 9 ປະເທດ ຄື: ບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ລາວ, ຫວຽດນາມ, ສິງກະ ໂປ, ມາເລເຊຍ, ຟິລິບປິນ ແລະ ໄທ ພ້ອມດ້ວຍເລຂາທິການໃຫຍ່ໄອປາ ເພື່ອຄົ້ນຄວ້າ ປຶກສາຫາລືຕໍ່ຮ່າງເນື້ອໃນສານຂອງຜູ້ນຳໄອປາ ທີ່ຈະສະເໜີຕໍ່ຜູ້ນຳອາຊຽນ. ໃນກອງປະຊຸມດັ່ງກ່າວ, ຄະນະຜູ້ແທນສະພາແຫ່ງຊາດລາວ ໄດ້ແລກປ່ຽນຄຳຄິດຄຳເຫັນຕໍ່ຮ່າງສານດັ່ງກ່າວ ໂດຍໄດ້ເນັ້ນໜັກເຖິງການເພີ່ມທະວີຄວາມໝັ້ນຄົງ, ສົ່ງເສີມນະໂຍບາຍເພື່ອສ້າງຄວາມເຂັ້ມແຂງແກ່ອາຊຽນ, ເພີ່ມທະວີການເຊື່ອມໂຍງ ແລະ ສົ່ງເສີມການເຊື່ອມຈອດທາງດ້ານເສດຖະກິດຂອງພາກພື້ນກັບທົ່ວໂລກ, ລົດຜ່ອນຊ່ອງຫວ່າງຂອງການພັດທະນາ ແລະ ພ້ອມກັນກ້າວໄປໂດຍບໍ່ປະຖິ້ມໃຜໄວ້ເບື້ອງຫຼັງ.

ນອກຈາກນັ້ນ, ຄະນະຜູ້ແທນສະພາແຫ່ງຊາດລາວ ຍັງໄດ້ພົບປະປຶກສາຫາລືແບບບໍ່ເປັນທາງການກັບຄະນະຜູ້ແທນ ສສ ຫວຽດນາມ, ກຳປູເຈຍ, ໄທ ແລະ ເລຂາທິການໃຫຍ່ໄອປາ ເພື່ອປຶກສາຫາລືກ່ຽວກັບການພົວພັນຮ່ວມມື ແລະ ການສະໜັບສະໜູນເຊິ່ງກັນ ແລະ ກັນໃນຕໍ່ໜ້າ.

ຂອບໃຈຂໍ້ມູນຈາກ:

https://bit.ly/3BrknhO

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/