Burger King ສາຂາປາຣີສ ມີບໍລິການໃຫ້ຢືມ Power Bank ເເລະ ສາມາດຊຳລະເງິນດ້ວຍ Crypto ໄດ້ເເລ້ວ

burger-king-ສາຂາປາຣີສ-ມີບໍລິການໃຫ້ຢືມ

Burger King ບໍລິສັດຍັກໃຫຍ່ທາງດ້ານອາຫານຈານດ່ວນລະດັບໂລກ ໄດ້ເປີດຕົວ Instpower ເຄື່ອງໃຫ້ຢືມ Power Bank ທີ່ສາມາດຊໍາລະເງິນດ້ວຍ Cryptocurrency ໃນ Burger King ສາຂາປາຣີສ, ໂດຍຕົວເຄື່ອງໃຫ້ເຊົ່າ Power Bank ນີ້ຈະເຊື່ອມໂຍງກັບລະບົບຜູ້ໃຫ້ບໍລິການຊຳລະເງິນດ້ວຍ Crypto ຄື Alchemy Pay ເເລະ Binance Pay. ການເປີດໃຫ້ບໍລິການຊຳລະເງິນດ້ວຍ Crypto ຖືວ່າເປັນບາດກ້າວທີ່ສຳຄັນສຳລັບ Burger King ໃນການປະຍຸກໃຊ້ Crypto ເປັນວົງກວ້າງເພື່ອຊຳລະຄ່າສິນຄ້າ ເເລະ ການບໍລິການ.

burger-king-ສາຂາປາຣີສ-ມີບໍລິການໃຫ້ຢືມ

Yann Phu CEO ຈາກ Flash Development ຜູ້ຮັບຜິດຊອບການຕິດຕັ້ງ Instpower ເຜີຍວ່າຮູ້ສຶກດີໃຈຫຼາຍທີ່ຜະລິດຕະພັນນີ້ພ້ອມໃຫ້ບໍລິການໃນປາຣີສ.

“ການຮ່ວມມືກັບ Burger King ໃນປາຣີສນີ້, ເຮັດໃຫ້ພວກເຮົາກ້າວໄປອີກຂັ້ນໃນການດຳເນີນງານໃນຢູໂຣບ. ໂດຍ Instpower ຈະຊ່ວຍໃຫ້ຜູ້ມາໃຊ້ບໍລິການສາມາດສາກອຸປະກອນຂອງພວກເຂົາໄດ້ໃນຂະນະທີ່ກຳລັງເດີນທາງ” ເເລະກ່າວຕື່ມອີກວ່າ:

“ໃນເອເຊຍ Power Bank ເຫຼົ່ານີ້ໄດ້ຖືກນຳໃຊ້ເປັນວົງກວ້າງ. ເເຕ່ໃນຢູໂຣບ ຕະຫຼາດກຳລັງເລີ່ມຍອມຮັບ, ການມີບໍລິການຂອງ Alchemy Pay ຈະຊ່ວຍໃຫ້ຜູ້ໃຊ້ສາມາດຈ່າຍ Crypto ໃນການຊຳລະເງິນຜ່ານ Binance Pay , ພວກເຮົານໍາເອົາທາງເລືອກໃນການຈ່າຍເງິນທີ່ທັນສະໄໝມາສູ່ຊາວຢູໂຣບ”

burger-king-ສາຂາປາຣີສ-ມີບໍລິການໃຫ້ຢືມ

ນອກເໜືອໄປຈາກ Burger King, ບໍລິສັດຍັກໃຫຍ່ດ້ານອາຫານຈານດ່ວນອື່ນໆ ບໍ່ວ່າຈະເປັນ KFC, Taco Bell ແລະ Pizza Hut ຕ່າງກໍໄດ້ລົງທະບຽນເຄື່ອງໝາຍການຄ້າໃນໝວດໝູ່ NFT ແລະ Metaverse ໃນເດືອນມີນາ. ຕາມມາດ້ວຍການຕັດສິນໃຈຂອງ McDonald ໃນການເຂົ້າສຳຫຼວດຕະຫຼາດ Metaverse.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/