ກອງທັບລາວ ແລະ ຣັດເຊຍ ຮ່ວມໃຈກັນເກັບກູ້ລະເບີດບໍ່ທັນແຕກ ແລະ ອາວຸດ ທີ່ຍັງເຫຼືອໃນສະໄໝສົງຄາມ

ກອງທັບລາວ-ແລະ-ຣັດເຊຍ

ວັນທີ 26 ມີນາ 2023 ນີ້, ແຂວງຄໍາມ່ວນ ໄດ້ຈັດພິທີສະຫຼຸບຜົນງານການຮ່ວມມືກວດກູ້ ແລະ ທຳລາຍ ລະເບີດບໍ່ທັນແຕກເພື່ອມະນຸດສະທໍາ ຮ່ວມສອງກອງທັບ ລາວ-ຣັດເຊຍ ສົກປີ 2022-2023 ຂຶ້ນ, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ວາລາດິເມຍ ກາລີນິນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມແຫ່ງສະຫະພັນຣັດເຊຍປະຈໍາ ສປປ ລາວ, ສະຫາຍ ປອ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ, ການນໍາກະຊວງປ້ອງກັນປະເທດແຫ່ງ ສປປ ລາວ-ສ. ຣັດເຊຍ, ຫົວໜ້າຄະນະກົມຊ່າງແສງ ກໍາລັງປະກອບອາວຸດ ແຫ່ງ ສ.ຣັດເຊຍ, ຫົວໜ້າຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດ, ການນໍາເມືອງນາກາຍ, ກໍາລັງຝ່າຍລາວ-ຣັດເຊຍ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

ກອງທັບລາວ-ແລະ-ຣັດເຊຍ

ຕະຫຼອດໄລຍະ 5 ເດືອນໃນການປະຕິບັດໜ້າທີ່ ຢູ່ເມືອງນາກາຍ ແຂວງຄໍາມ່ວນ ກຳລັງຝ່າຍລາວ ແລະ ຣັດເຊຍ ມີສຸຂະພາບແຂງແຮງດີ, ມີຄວາມສະຫງົບປອດໄພ ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ມີແນວຄິດອຸ່ນອຽງທຸ່ນທ່ຽງ, ມີຄວາມຫ້າວຫັນປະຕິບັດໜ້າທີ່ ແລະ ຜ່ານຜ່າອຸປະສັກ, ກໍາລັງເຂົ້າປະຕິບັດໜ້າທີ່ທັງໝົດມີ 47 ສະຫາຍ ຝ່າຍລາວ 25 ສະຫາຍ ແລະ ຝ່າຍຣັດເຊຍ 22 ສະຫາຍ, ທັງສອງກໍາລັງແມ່ນໄດ້ເລີ່ມກວດກູ້ແຕ່ວັນທີ 24 ພະຈິກ 2022 ມາເຖິງວັນທີ 24 ມີນາ 2023 ກໍາລັງກອງກວດກູ້ມິນສາກົນ ກະຊວງປ້ອງກັນປະເທດ ແຫ່ງ ສ.ຣັດເຊຍ ຮ່ວມກັບກອງກວດກູ້ລະເບີດເພື່ອມະນຸດສະທຳ ກອງທັບປະຊາຊົນລາວ ປະຕິບັດການກວດກູ້ ລະເບີດບໍ່ທັນແຕກ ອອກຈາກເນື້ອທີ່ດິນປຸກສ້າງຢູ່ຂອບເຂດທີ່ຈະຂະຫຍາຍເມືອງໃໝ່ ແລະ ເຂດຈະສ້າງອະນຸສອນສະຖານຂອງເຈົ້າເພັດສະລາດ ສຳເລັດທັງໝົດ 30,6 ເຮັກຕາ.

ກອງທັບລາວ-ແລະ-ຣັດເຊຍ

ໃນນັ້ນສາມາດກວດກູ້ ລະເບີດບໍ່ທັນແຕກໄດ້ທັງໝົດ: 162 ໜ່ວຍ, ໃນນີ້ປະເພດລະເບີດລູກວ່ານ ຈຳນວນ 19 ໜ່ວຍ, ລູກປືນຄົກ 14 ລູກ, ລູກປືນຊະນິດຕ່າງໆ 99 ລູກ, ລູກຈະຫຼວດ 15 ລູກ, ລູກເດກາ 82 ຈຳນວນ 03 ລູກ ແລະ ແກັບລູກປືນຄົກ 12 ແກັບ, ເສດສະເກັດ ຈໍານວນ: 24.909 ຊິ້ນສ່ວນ ແລະ ເສດໂລຫະຕ່າງໆ ຈໍານວນ 43.759 ຊິ້ນສ່ວນ.

ນອກນັ້ນຍັງໄດ້ຮ່ວມກັບເພື່ອນຣັດເຊຍແລກປ່ຽນປະສົບການ ແລະ ບົດຮຽນໃນການທຳລາຍລະເບີດທີ່ກວດພົບ, ຈຳນວນລະເບີດທີ່ບໍ່ສາມາດເຄື່ອນຍ້າຍໄປທຳລາຍບ່ອນອື່ນໄດ້ ໂດຍສະເພາະແມ່ນລະເບີດລູກວ່ານ ຄະນະວິຊາການຂອງສອງກຳລັງໄດ້ວາງແຜນ ແລະ ທຳລາຍກັບທີ່ໃນແຕ່ລະຄັ້ງທີ່ກວດພົບ ທັງໝົດ 19 ໜ່ວຍ, ສ່ວນລະເບີດຊະນິດອື່ນທີ່ມີຄວາມສ່ຽງຕ່ຳແມ່ນເຄື່ອນຍ້າຍໄປທຳລາຍຢູ່ສະໜາມທຳລາຍ ຈໍານວນ 143 ໜ່ວຍ, ພ້ອມນັ້ນຍັງໄດ້ມີການມອບເນື້ອທີ່, ຄືນພື້ນທີ່ປອດໄພໃຫ້ອົງການປົກຄອງເມືອງນຳໃຊ້ ແລະ ພັດທະນາຕາມແບບແຜນທິດທາງທີ່ວາງໄວ້.

ກອງທັບລາວ-ແລະ-ຣັດເຊຍ

ເນື່ອງໃນໂອກາດ ທີ່ມີຄວາມໝາຍຄວາມສໍາຄັນດັ່ງກ່າວ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຕົກລົງມອບຫຼຽນໄຊພິລະອາດຫານ ຊັ້ນ lll ໃຫ້ກໍາລັງຣັດເຊຍ 15 ສະຫາຍ, ຫຼຽນກາມິດຕະພາບ 12 ສະຫາຍ, ເຈົ້າເມືອງ ເມືອງນາກາຍ ມອບໃບຍ້ອງຍໍໃຫ້ກໍາລັງຣັດເຊຍ 22 ສະຫາຍ ແລະ ກະຊວງປ້ອງກັນປະເທດແຫ່ງ ສ.ຣັດເຊຍ ຕົກລົງ ມອບຫຼຽນກາມິດຕະພາບໃຫ້ຝ່າຍລາວ 22 ສະຫາຍ.

ຂອບໃຈຂໍ້ມູນຈາກ:

https://bit.ly/3KneFD3

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/