Bitgamo ກະດານເທຣດທີ່ບໍ່ມີການຢືນຢັນແບບ KYC ແຫ່ງທຳອິດຂອງໂລກ ກຽມທີ່ຈະຕິດຕັ້ງຕູ້ ATM Crypto 150 ໜ່ວຍທົ່ວອາຊີ


Bitgamo ກະດານແລກປ່ຽນ crypto ແຫ່ງທຳອິດຂອງໂລກບໍ່ມີການຢືນຢັນແບບ KYC ກຳລັງວາງແຜນກຽມທີ່ຈະຕິດຕັ້ງຕູ້ ATM Crypto ຈຳນວນ 150 ໜ່ວຍທົ່ວອາຊີ, ໂດຍໃນຂໍ້ມູນໄດ້ເປີດເຜີຍວ່າທາງບໍລິສັດຈະເລິີ່ມຕິດຕັ້ງຕູ້ດັ່ງກ່າວໃນ ອອສເຕຣເລຍ, ຍີ່ປຸ່ນ, ຮ່ອງກົງ ແລະ ອິນໂດເນເຊຍ ພາຍໃນເດືອນກຸມພາ ປີ 2024. ນີ້ຖືເປັນສ່ວນໜຶ່ງຂອງກົນລະຍຸດໃນການຂະຫຍາຍຕົວຂອງບໍລິສັດ, ນອກຈາກນີ້ບໍລິສັດຍັງມີແຜນທີ່ຈະຕິດຕັ້ງຕູ້ ATM Crypto ອີກ 75 ໜ່ວຍໃນທົ່ວຢູໂຣບພາຍໃນປີ 2024.

Bitgamo ໄດ້ກາຍເປັນຈຸດມຸ່ງໝາຍປາຍທາງທີ່ໄດ້ຮັບຄວາມນິຍົມຫຼາຍສໍາລັບຊຸມຊົນ crypto. ເນື່ອງຈາກນະໂຍບາຍການແລກປ່ຽນສະກຸນເງິນດິຈິຕອນທີ່ບໍ່ຈໍາເປັນຕ້ອງຢືນຢັນດ້ວຍລະບົບ KYC.

Bitgamo ແມ່ນບໍລິສັດແລກປ່ຽນສະກຸນເງິນດິຈິຕອນທີ່ຈົດທະບຽນຢູ່ໃນ Luxembourg, Bitgamo ໄດ້ປະກາດວ່າ Cryptocurrency ແມ່ນສິນຄ້າທີ່ຖືກຕ້ອງຕາມກົດໝາຍຂອງປະເທດຕົນ. ດັ່ງນັ້ນ, ບໍລິສັດຈຶ່ງບໍ່ມີຂໍ້ຜູກມັດທາງດ້ານກົດໝາຍທີ່ຈະຮ້ອງຂໍເອກະສານ ຫຼື ຂໍ້ມູນສ່ວນບຸກຄົນຈາກລູກຄ້າທີ່ຊື້ຂາຍ crypto ໃນແພລັດຟອມ.

ແລະຂໍ້ໄດ້ປຽບທີ່ສຳຄັນອີກໜຶ່ງຢ່າງຂອງ Bitgamo ກໍຄືມູນຄ່າຂອງອັດຕາໃນການແລກປ່ຽນທີ່ສູງຂອງຫຼຽນ Bitcoin, Litecoin ແລະ Ethereum. ໂດຍມູນຄ່າອັດຕາໃນການແລກປ່ຽນສູງເຖິງ 10% ເມື່ອປຽບທຽບກັບແພລັດຟອມອື່ນໆທັງໝົດ.

ທັງນີ້ ເພື່ອສະເໜີອັດຕາແລກປ່ຽນທີ່ດີທີ່ສຸດໃຫ້ກັບຜູ້ໃຊ້, Bitgamo ຈຶ່ງໄດ້ແຈກຢາຍ crypto ຜ່ານປະເທດທີ່ມີຄວາມຫຍຸ້ງຍາກໃນການຊື້ຂາຍ ຫຼື ລົງທຶນໃນ crypto, ເນື່ອງຈາກຂໍ້ຈໍາກັດດ້ານກົດລະບຽບ. ບໍລິສັດຍັງໄດ້ລະບຸວ່າມັນຈະຍັງຄົງຮັກສາອັດຕາແລກປ່ຽນທີ່ດີທີ່ສຸດໃນການແປງ crypto ໃຫ້ກາຍເປັນເງິນ fiat ຜ່ານຕູ້ ATM Crypto ໃໝ່ທັງໝົດຂອງຕົນ.

Gabriel Weber ຜູ້ອໍານວຍການຝ່າຍສື່ສານຈາກ Bitgamo ກ່າວວ່າ:

“ພວກເຮົາຮູ້ສຶກຕື່ນເຕັ້ນຫຼາຍທີ່ຈະສາມາດນຳສະເໜີການໃຫ້ບໍລິການນະວັດຕະກໍາໃໝ່ນີ້ໃນອອສເຕຣເລຍ, ຍີ່ປຸ່ນ, ຮ່ອງກົງ ແລະ ອິນໂດເນເຊຍ. ການເພີ່ມຕູ້ ATM crypto ຂອງພວກເຮົາຈະເຮັດໃຫ້ຜູ້ໃຊ້ສາມາດຂາຍ crypto ໄດ້ງ່າຍຂຶ້ນ ແລະ ພວກເຮົາໝັ້ນໃຈວ່າພວກເຂົາຈະເປັນຊັບພະຍາກອນທີ່ມີຄຸນຄ່າສໍາລັບຊຸມຊົນ crypto ທີ່ຈະເລີນຮຸ່ງເຮືອງໃນປະເທດເຫຼົ່ານີ້”

ທີ່ມາ:

finance

bitgamo

headtopics

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/