ຜູ້ວ່າ ທຫລ ເຜີຍ ສປປ ລາວ ຈະຊຸກຍູ້ສົ່ງເສີມການນຳໃຊ້ສະກຸນເງິນທ້ອງຖິ່ນ ຈີນ-ອາຊຽນ ໃນການຊຳລະຂ້າມແດນ


ທ່າມກາງທີ່ໂລກພວມປະເຊີນກັບຄວາມບໍ່ແນ່ນອນຫຼາຍຂຶ້ນ ອາຊຽນ ແລະ ສປ ຈີນ ຄວນເພີ່ມທະວີຮ່ວມມື ກັນຢ່າງໜັກແໜ້ນ ໂດຍສະເພາະ ວຽກງານການເຊື່ອມຕໍ່ ລະບົບການຊຳລະສະສາງຂ້າມແດນ ແລະ ການນຳໃຊ້ສະກຸນເງິນທ້ອງຖິ່ນເຂົ້າໃນການຊຳລະການຄ້າ.

ຄຳເຫັນດັ່ງກ່າວ ມາຈາກ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂອງທະນາຄານແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ຈີນ-ອາຊຽນ ວ່າດ້ວຍການຮ່ວມມື ແລະ ການພັດທະນາດ້ານການເງິນ ຄັ້ງທີ 15 ຢູ່ ເມືອງໜານໜິງ ສປ ຈີນ ເຊິ່ງບັນດາການນຳຈາກອົງການຄຸ້ມຄອງດ້ານການເງິນ, ບັນດາຜູ້ວ່າການ ແລະ ຕົວແທນທະນາຄານກາງຈາກບັນດາປະເທດອາຊຽນ ແລະ ບັນດາສະຖາບັນການເງິນ ລວມທັງທະນາຄານທຸລະກິດ, ບໍລິສັດປະກັນໄພ, ຕະຫຼາດຫຼັກຊັບ ແລະ ບໍລິສັດຫຼັກຊັບ ເຂົ້າຮ່ວມ.

ໂດຍທ່ານ ບຸນເຫຼືອ ກ່າວວ່າ: “ສປປ ລາວ ຈະໃຫ້ຄວາມສຳຄັນ ແລະ ຈະຊຸກຍູ້ວຽກງານການເຊື່ອມຕໍ່ ລະບົບການຊຳລະສະສາງຂ້າມແດນ ແລະ ການນຳໃຊ້ສະກຸນເງິນທ້ອງຖິ່ນເຂົ້າໃນການຊຳລະການຄ້າສອງຝ່າຍໃຫ້ຫຼາຍຂຶ້ນ”

ທ່າມກາງທີ່ໂລກພວມປະເຊີນກັບຄວາມບໍ່ແນ່ນອນຫຼາຍຂຶ້ນ, ທ່ານຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ເນັ້ນໜັກວ່າ ອາຊຽນ ແລະ ສປ ຈີນ ຄວນເພີ່ມທະວີຮ່ວມມື ກັນຢ່າງໜັກແໜ້ນ ແລະ ອາຊຽນເອງ ກໍຕ້ອງໄດ້ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ອາຊຽນ”.

ຄວາມພະຍາຍາມດັ່ງກ່າວ ສອດຄ່ອງກັບ ຄຳເຫັນຂອງ ທ່ານ Xiu Xiayu ເລຂາຄະນະພັກຮາກຖານ, ຫົວໜ້າ ທະນະຄານກະສິກໍາ ແຫ່ງຊາດຈີນ ສາຂາ ແຂວງຢູນນານ ທີ່ໄດ້ເຂົ້າຢ້ຽມຢາມ ທະນາຄານແຫ່ງ ສປປ ລາວ ເມື່ອອາທິດທີ່ຜ່ານມານີ້ ທີ່ມີຄວາມຕ້ອງການຮ່ວມມືກັນ ລະຫວ່າງ ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານກະສິກໍາ ແຫ່ງຊາດຈີນ ໃນການສົ່ງເສີມການຊຳລະສະສາງເປັນສະກຸນເງິນທ້ອງຖິ່ນ ເພື່ອຍົກລະດັບການຄ້າການລົງທຶນຂອງທັງ 2 ຝ່າຍ ລາວ-ຈີນ.

ໂດຍທ່ານ Xiu Xiayu ກ່າວວ່າ: “ທາງທະນາຄານ ມີຄວາມສົນໃຈໃນການຍົກລະດັບການຮ່ວມມືສອງຝ່າຍ ລາວ-ຈີນ ຜ່ານການຮ່ວມມືສົ່ງເສີມການຊຳລະສະສາງເປັນສະກຸນເງິນທ້ອງຖິ່ນ ເພື່ອຍົກລະດັບການຄ້າ ແລະ ການລົງທຶນຂອງທັງສອງຝ່າຍໃຫ້ເພີ່ມພູນຍິ່ງຂຶ້ນ”

ກອງປະຊຸມສຸດຍອດ ຈີນ-ອາຊຽນ ວ່າດ້ວຍການຮ່ວມມື ແລະ ການພັດທະນາດ້ານການເງິນ ຄັ້ງທີ 15 ແມ່ນ ກອງປະຊຸມປິ່ນອ້ອມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 20 (The 20th CAEXPO) ແລະ ກອງປະຊຸມສຸດຍອດການຄ້າ-ການລົງທຶນ ຈີນ-ອາຊຽນ ຄັ້ງທີ 20 (The 20th CABIS) ເຊິ່ງເປັນເວລາທີ່ແລກປ່ຽນທັດສະນະຮ່ວມກັນ ລະຫວ່າງ ລັດຖະບານ ສປ ຈີນ ແລະ ບັນດາປະເທດສະມາຊິກອາຊຽນ ໂດຍໃນປີນີ້ໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້ “ຍົກສູງການພັດທະນາ ແລະ ບໍລິການທາງດ້ານການເງິນພາຍໃຕ້ໂຄງການໜຶ່ງແລວ, ໜຶ່ງເສັ້ນທາງ”.

ພາຍຫຼັງກອງປະຊຸມດັ່ງກ່າວ ຄະນະຜູ້ແທນ ຂອງທະນາຄານແຫ່ງ ສປປ ລາວ ກໍຍັງໄດ້ເຂົ້າຮ່ວມກອງປະຊຸມ ໂຕະມົນສົນທະນາແລກປ່ຽນກ່ຽວກັບການຮ່ວມມືດ້ານສະກຸນເງິນທ້ອງຖິ່ນ ຈີນ-ອາຊຽນ ນຳອີກ (China-ASEAN Currency Cooperation Roundtable Conference).

ທີ່ມາ:

https://www.facebook.com

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/